ຂົວເຊື່ອມຕໍ່​ເພື່ອ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ

21:02 | 25/02/2025

ຍສໝ - ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງເຊີນໄຕ, ຮ່າໂນ້ຍ) ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະທ້ອນໃຫ້ເຫັນຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງເປັນຂົວຕໍ່ເພື່ອໂຄສະນາເອກະລັກຂອງຊາດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ
ວຽກງານການຕ່າງປະເທດແມ່ນ “ປະຕູ” ແລະ “ຂົວເຊື່ອມຕໍ່” ຂອງນະຄອນ ເຫ້ວ ກັບເພື່ອນມິດສາກົນ

ກາ​ລະ​ໂອ​ກາດ “ທອງ” ​ເພື່ອ​ໃຫ້​ຂະ​ແໜງ​ວັດ​ທະ​ນະ​ທຳ​ບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ເຊື່ອມ​ໂຍງ

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ ​ແລະ ລັດ ​ໄດ້​ລົງທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ລະບົບ​ບັນດາ​ຂໍ້ກຳນົດລະບຽບການທາງດ້ານ​ວັດທະນະທຳ​ໃນ​ທົ່ວ​ປະ​ເທດ, ​ແຕ່​ເຂດ​ທົ່ງພຽງ​ເຖິງ​ເຂດ​ພູດ​ອຍ, ໝູ່​ເກາະ​ຫ່າງ​ໄກ​ສອກຫຼີກ. ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ, ປຸກລະດົມ​ຄວາມ​ພາກພູມ​ໃຈ​ຂອງ​ຊາດ ​ແລະ ຮັບ​ໃຊ້​ວຽກ​ງານ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ​ຢ່າງ​ມີ​ປະສິດທິ​ຜົນ.

ຂົວເຊື່ອມຕໍ່​ເພື່ອ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ

ວັດທະນະທຳບໍ່​ພຽງ​ແຕ່​ແມ່ນ​ມໍລະດົກ​ທີ່​ຕ້ອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງກຳລັງ​ໃຈ​ເພື່ອ​ສ້າງ​ຄຸນຄ່າ​ໃໝ່.

ໜຶ່ງໃນບັນດາຂໍ້ກຳນົດລະບຽບການທາງດ້ານ​ວັດທະນະທຳທີ່ເປັນມູນເຊື້ອແມ່ນໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວແຫ່ງຊາດ ຫວຽດນາມ (ຕາແສງ ເຊີນໄຕ, ຮ່າໂນ້ຍ), ເຊິ່ງໄດ້ຮັບການອະນຸມັດຜ່ານແຜນຜັງສັງລວມໃນຂໍ້ຕົກລົງເລກທີ 667/TTg ໃນປີ 1997 ແລະ ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການໃນປີ 2010. ສະຖານທີ່ແຫ່ງນີ້ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສ້າງວິຖີຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າເທົ່ານັ້ນ ຫາກຍັງຂົວຕໍ່ໂຄສະນາສີສັນຊົນເຜົ່າໄປສູ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດອີກດ້ວຍ.

“ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ຂະ​ແໜງ​ວັດທະນະທຳ​ຕ້ອງ​ຫັນປ່ຽນ​ຢ່າງ​​ແຮງ, ບໍ່​ພຽງ​ແຕ່​ອະນຸລັກ​ຮັກສາ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ບັນດາ​ຄຸນຄ່າ​ໃໝ່, ຮັບເອົາບັນດາ​ຄຸນຄ່າສິ່ງຍອດຍິ່ງ​ຂອງ​ໂລກ​ເພື່ອ​ເສີມ​ຂະຫຍາຍ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ", ທ່ານ ຈິ້ງຫງອກຈຸ່ງ, ຮັກສາການຫົວໜ້າ​ຄະນະ​ຄຸ້ມ​ຄອງ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ເນັ້ນ​ໜັກ.

ຕາມ​ທ່ານ ຈຸ່ງ ​ແລ້ວ, ໜຶ່ງ​ໃນ​ບັນດາ​ບັນຫາ​ສຳຄັນ​ແມ່ນ​ການ​ລະດົມ​ແຫຼ່ງກຳລັງ​ຈາກ​ສັງຄົມ. “ວັດທະນະທຳ​ບໍ່​ສາມາດ​ໄປ​ໄກ​ໄດ້ ຖ້າ​ຫາກ​ພຽງ​ແຕ່​ອີງ​ໃສ່​ແຫຼ່ງຊັບພະຍາກອນ​ຂອງ​ລັດ. ພວກຂ້າພະເຈົ້າ​ຕ້ອງການ​ການ​ຮ່ວມ​ມື​ຂອງ​ບັນດາ​ວິ​ສາ​ຫະກິດ, ອົງການ ​ແລະ ປະຊາ​ຄົມ​ເພື່ອ​ສ້າງ​ຄຸນຄ່າ​ວັດທະນະທຳ​ໃໝ່, ​ເຊື່ອມ​ໂຍງ​ຢ່າງ​ໃກ້ຊິດ​ກັບ​ຊີວິດ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ”, ທ່ານ ຈຸ່ງ ກ່າວ.

ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ຄາດ​ວ່າ ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂໍ້ກຳນົດລະບຽບການທາງດ້ານ​​ວັດ​ທະ​ນະ​ທຳ​ບຸກ​ເບີກ​ໃນ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ປີ 2025. ທ່ານ ຈຸ່ງ ກໍ່​ສະ​ເໜີ 3 ຂົງ​ເຂດ​ນະ​ວັດ​ຕະ​ກຳ​ສຳ​ຄັນ ເພື່ອ​ຍົກ​ສູງ​ປະ​ສົບ​ການລົງຕົວຈິງຂອງ​ນັກ​ທ່ອງ​ທ່ຽວ ແລະ ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ.

ທີ​ໜຶ່ງ, ​ເຊື່ອມ​ຕໍ່​ວົງ​ຄະນາ​ຍາດນັກ​ສິລະປະການ, ໝູ່​ບ້ານ​ຈະ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ເພື່ອນຳ​ບັນດາ​ນັກ​ສິລະ​ປະການ ແລະ ວົງຄະນະຍາດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ໝູ່​ບ້ານ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍສ້າງຊີວິດວັດທະນະທຳຄືນໃໝ່ຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງສ້າງຈຸດເດັ່ນເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຮູ້ຈັກເຖິງຮີດຄອງປະເພນີ, ຄຸນຄ່າວັດທະນະທຳພື້ນເມືອງຂອງແຕ່ລະຊົນເຜົ່າຕື່ມອີກ.

ທີ​ສອງ, ພັດທະນາ​ການ​ບໍລິການ​ຈາກສັງຄົມນັບແຕ່ພື້ນຖານວັດຖຸ​ຂອງ​ໝູ່​ບ້ານ​ທີ່​ໄດ້​ຮັບ​ການ​ລົງທຶນ​ຈາກ​ລັດ​ຢ່າງ​ເປັນ​ລະບົບ. ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ຈະ​ນຳ​ໃຊ້​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານ​ການ​ຫັນ​ເປັນ​ສັງຄົມ, ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ.

ທີ​ສາມ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຫັນ​ຄຸນຄ່າ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ເປັນ​ດິຈິ​ຕອນ. ນີ້ບໍ່ພຽງແຕ່ໃຫ້ບໍລິການນັກທ່ອງທ່ຽວທີ່ໄປຍັງໝູ່ບ້ານເທົ່ານັ້ນ, ແຕ່ຍັງເປີດກວ້າງການລົງປະສົບການຕົວຈິງໄປສູ່ພື້ນທີ່ດິຈິຕອນ, ຊ່ວຍໃຫ້ປະຊາຊົນໃນທົ່ວປະເທດສາມາດຄົ້ນຫາວັດທະນະທໍາທີ່ຫ່າງໄກສອກຫຼີກ. ການຫັນປ່ຽນດີຈີຕອນ ຈະຊ່ວຍໃຫ້ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ກາຍເປັນແຫຼ່ງທ່ອງທ່ຽວທີ່ດີຍິ່ງ, ດຶງດູດແຂກທ່ອງທ່ຽວມາມ່ວນຊື່ນ, ລົງປະສົບການຕົວຈິງ, ຍົກສູງຄວາມຮູ້ຄວາມສາມາດກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າ, ຜ່ານນີ້ ກໍ່ໄດ້ຊ່ວຍໃຫ້ປະຊາຊົນມີຄວາມເອກອ້າງທະນົງໃຈ ແລະ ມີຈິດໃຈຊາດ.

ທ່ານ ຈຸ່ງ ​ຢືນຢັນ​ວ່າ ວັດທະນະທຳ​ບໍ່​ພຽງ​ແຕ່​ແມ່ນ​ມໍລະດົກ​ທີ່​ຕ້ອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງກຳລັງ​ໃຈ​ເພື່ອ​ສ້າງ​ຄຸນຄ່າ​ໃໝ່. ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ວັດ​ທະ​ນະ​ທໍາ​ມີ​ຊີ​ວິດ​ຊີວາຫຼາຍ​ຂຶ້ນ, ບໍ່​ພຽງ​ແຕ່​ເປັນຮູບພາບເພື່ອຫວນຄືນອະດີດ ​ແຕ່ຍັງກາຍ​ເປັນການລົງ​ປະ​ສົບ​ການ​ທີ່​ແທ້​ຈິງ​ທີ່ຕິດພັນກັບ​ນັກ​ທ່ອງ​ທ່ຽວ. ການຫັນເປັນດິຈິຕອນ, ການຫັນເປັນສັງຄົມ ແລະ ປ່ຽນແປງໃໝ່ການດຳເນີນງານແມ່ນສາມເສົາຄໍ້າເພື່ອຈະບັນລຸໄດ້ສິ່ງນັ້ນ.

ດ້ວຍ​ຈິດ​ໃຈ​ນັ້ນ, ທ່ານ ຈຸ່ງ ​ເຊື່ອ​ໝັ້ນ​ວ່າ ການ​ຮັກສາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຈະ​ເປັນ​ໂອກາດ “ທອງ” ​ເພື່ອ​ໃຫ້​ຂະ​ແໜງ​ການ​ວັດທະນະທຳ​ພັດທະນາ​ຢ່າງ​ແຮງ ​ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງ. ວັດທະນະທຳ ຫວຽດນາມ ມີ​ເອກະລັກ​ສະ​ເພາະ​ຂອງ​ຕົນ. ເມື່ອລົງທຶນຢ່າງຖືກຕ້ອງ, ຈະບໍ່ພຽງແຕ່ຮັກສາເອກະລັກເທົ່ານັ້ນ, ຫາກຍັງສ້າງບັນດາຄຸນຄ່າໃໝ່, ວັດທະນະທຳແນ່ນອນວ່າຈະແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ວັດທະນະທຳ "ດຳ​ເນີນ​ຊີວິດ" ​ໃນ​ຍຸກ​ສະ​ໄໝ​ໃໝ່​ຢ່າງ​ແທ້​ຈິງ, ທ່ານ ຈຸ່ງ ກ່າວວ່າ ການ​ອະນຸລັກ​ຮັກສາ​ຕ້ອງ​ຕິດ​ພັນ​ກັບ​ການ​ປະດິດ​ສ້າງ. ບັນດາຄຸນຄ່າ​ພື້ນ​ເມືອງ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຊົງ​ຈຳ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ໄດ້​ຮັບ​ການປຸກລຸກ ​ແລະ ວາດພາບຫວນ​ຄືນ​ໃໝ່, ຊາບຊຶມ​ເລິກ​ເຊິ່ງເຂົ້າໃນຈິດ​ໃຈ​ຂອງ​ລຸ້ນໜຸ່ມ. ຫວຽດນາມ ດ້ວຍ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ທີ່​ອຸດົມສົມບູນ​ຈາກ 54 ຊົນ​ເຜົ່າ, ຕ້ອງ​ປົກ​ປັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ບໍ່​ໃຫ້​ສູນ​ເສຍ, ພ້ອມ​ກັນ​ນັ້ນ​ ກໍ່​ສ້າງ​ຊ່ອງ​ຫວ່າງ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ - ບ່ອນ​ທີ່​ປະຊາຊົນ​ສາມາດ​ພັດທະນາ​ພອນ​ສະຫວັນຄວາມສາມາດ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ.

ການ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ​ບໍ່​ພຽງ​ແຕ່​ເປີດ​ທາງ​ໃຫ້​ວັດທະນະທຳ​ຫວຽດນາມ​ຢູ່​ໃນ​ແຜນ​ທີ່​ສາກົນ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ເອົາ​ພາບ​ພົດ​ຂອງ​ປະ​ເທດຊາດ ເຊື່ອມໂຍງ​ຢ່າງ​ມີ​ຄວາມ​ໝັ້ນ​ໃຈ ​ແລະ ບໍ່ສູນຫາຍໄປ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜ້າທີ່ໃນ​ປະຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄຳ​ໝັ້ນ​ສັນຍາ​ມຸ່ງ​ໄປ​ເຖິງ​ອະນາຄົດ​ທີ່​ວັດທະນະທຳ​ຫວຽດນາມ ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ບັນດາ​ສີສັນ​ວັດທະນະທຳ​ຂອງ​ໂລກ.

​ໃນ​ຍຸກ​ແຫ່ງ​ການ​ພັດທະນາ​ຢ່າງ​ເຂັ້ມແຂງຂອງ​ຊາດ​ຫວຽດນາມ, ການ​ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຫວັງ​ໃຫ້ການພັດທະນາ​ແບບ​ຍືນ​ຍົງ​ຂອງ​​ວັດທະນາ​ທຳ​ຂອງ​ຊາດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ລົງທຶນ​ກ່ຽວກັບແຫຼ່ງກຳລັງ​ເທົ່າ​ນັ້ນ ຫາກ​ຍັງ​ເລິກ​ເຊິ່ງກ່ວາ​ອີກ​ ແມ່ນ​ການເພີ່ມພູນຄູນສ້າງຈິດວິນຍານ, ເອກະລັກ ​ແລະ ບັນດາ​ຄຸນຄ່າ​ດ້ານ​ຈິດ​ໃຈ​ຂອງທັງປະ​ເທດ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

​ໃນ 9 ​ເດືອນ​ຕົ້ນ​ປີ 2024, ຮ່າ​ໂນ້ຍ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 21 ລ້ານ​ເທື່ອ​ຄົນ

​ໃນ 9 ​ເດືອນ​ຕົ້ນ​ປີ 2024, ຮ່າ​ໂນ້ຍ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 21 ລ້ານ​ເທື່ອ​ຄົນ

ຍສໝ - ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 21,12 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ 4,45 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 40,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ບັນລຸ 16,66 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5,8% ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ