ເປີດງານບຸນເທດສະການເຂົ້າຫວຽດນາມຄັ້ງທີ V

19:38 | 07/01/2022

ຍ​ສ​ໝ - ງານ​ບຸນ​ເທດ​ສະ​ການ​ມີ​ຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ, ເປັນ​ການ​ໂຄ​ສະ​ນາ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນກະ​ສິ​ກຳການ​ກະ​ເສດ​ຂອງ​ຫວຽດ​ນາມໄປ​ສູ່​ນາໆ​ຊາດ, ເປັນ​ການຢັ້ງ​ຢືນ​ຄຸນ​ຄ່າ​ຍີ່​ຫໍ້​​ຊື່​ສຽງ​ຂອງ​ຜະ​ລິດ​ຕ​ະ​ພັນເທິງ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ
ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່ ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່

ງານ​ບຸນ​ເທດ​ສະ​ການ​ມີ​ຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ, ເປັນ​ການ​ໂຄ​ສະ​ນາ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນກະ​ສິ​ກຳການ​ກະ​ເສດ​ຂອງ​ຫວຽດ​ນາມໄປ​ສູ່​ນາໆ​ຊາດ, ເປັນ​ການຢັ້ງ​ຢືນ​ຄຸນ​ຄ່າ​ຍີ່​ຫໍ້​​ຊື່​ສຽງ​ຂອງ​ຜະ​ລິດ​ຕ​ະ​ພັນເທິງ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ເປີດງານບຸນເທດສະການເຂົ້າຫວຽດນາມຄັ້ງທີ V
ເປີດງານບຸນເທດສະການເຂົ້າຫວຽດນາມຄັ້ງທີ V. ພາບ: ໜັງ​ສື​ພິມ​ເອ​ເລັກ​ໂຕ​ຣ​ນິກ-ພັກ​ຄອມ​ມູ​ນິດ​ຫວຽດ​ນາມ

ຫຼັງ​ຈາກ​ທີ່ຫຼາຍ​ຄັ້ງ​ຕ້ອງ​ໂຈະ​ເທດ​ສະ​ການ​ໄວ້​ຍ້ອນ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19, ງານ​ບຸນ​ເທດ​ສະ​ການ​ເຂົ້າ​ຫວຽດ​ນາມ​ຄັ້ງ​ທີ V ປີ 2021 ໄດ້​ເປີດ​ຂຶ້ນ​ທີ່​ແຂວງວີ໊ງ​ລ່ອງ ໃນ​ວັນ​ທີ 7 ມັງ​ກອນ 2022. ງານ​ນີ້​ຈັດ​ຂຶ້ນ​ໂດຍ​ສູນ​ກາງ​ສະ​ມາ​ຄົມ​ກະ​ສິ​ກອນ​ຫວຽດ​ນາມ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ປະ​ສານ​ສົມ​ທົບຮ່ວມ​ກັນ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງວີ໊ງ​ລ່ອງ.

ຜະ​ລິດ​ຕະ​ພັນ​ທີ່​ວາງ​ສະ​ແດງ​ໃນ​ງານ​ບຸນ​ເທດ​ສະ​ການ​ຄັ້ງ​ນີ້​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ແຫຼ່ງ​ທີ່​ມາ​ເປັນ​ອັນ​ສະ​ເພາະ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ນີ້​ເປັນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ໂຄ​ສະ​ນາ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ການ​ກະ​ເສດ​ຂອງ​ຫວຽດ​ນາມ​ໄປ​ຢູ່​ນາໆ​ຊາດ, ເປັນ​ການຢັ້ງ​ຢືນ​ຄຸນ​ຄ່າ​ຍີ່​ຫໍ້​​ຊື່​ສຽງ​ຂອງ​ຜະ​ລິດ​ຕ​ະ​ພັນເທິງ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.