ແຂວງກວາງນາມ ໄດ້ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 20 ຄົນ

14:31 | 24/12/2019

ຍສໝ - ວັນທີ 21 ທັນວາ, ໂດຍປະຕິບັດຕາມການມອບສິດຂອງປະທານປະເທດ ສສ ຫວຽດນາມ, ແຂວງກວາງນາມ ໄດ້ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 20 ຄົນ.

ໂດຍປະຕິບັດຕາມການມອບສິດຂອງປະທານປະເທດ ສສ ຫວຽດນາມ, ທີ່ຕາແສງ ດັກໂຕ, ເມືອງນາມຢາງ, ຜູ້ຕາງໜ້າໃຫ້ການນໍາແຂວງກວາງນາມ ໄດ້ມອບຂໍ້ຕົງລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 14 ຄົນທີ່ ດຳລົງຊີວິດຢູ່ ເມືອງນາມຢາງ.

ແຂວງກວາງນາມ ໄດ້ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 20 ຄົນ

ແຂວງກວາງນາມ ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 20 ຄົນ. (ພາບ: cand.com)

ຕາມ ທ່ານ ບຸ່ຍຊວນຮຽວ, ຮອງຫົວໜ້າພະແນກຍຸຕິທຳ ແຂວງກວາງນາມ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງສອງລັດຖະບານຫວຽດນາມ ແລະ ລາວ, ທ້ອງຖິ່ນໄດ້ສ້າງຕັ້ງກຸ່ມເຮັດວຽກ ປະກອບມີຫຼາຍອົງການທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດການກວດກາການອົບພະຍົບໂດຍຕໍາລໍາພັງໃຈ ແລະ ການແຕ່ງງານຜິດກົດໝາຍ. ພາຍຫຼັງ 7 ປີແຫ່ງການຈັດຕັ້ງປະຕິບັດ, ທີ່ທອ້ງຖິ່ນ ປະກອບມີ 20 ກໍລະນີ ທີ່ຄົບເງື່ອນໄຂ ເຊິ່ງໄດ້ລາຍງານໄປຍັງຄະນະກຳມາທິການຕ່າງປະເທດສະພາແຫ່ງຊາດ ເພື່ອຂໍອະນຸມັດເຂົ້າສັນຊາດຫວຽດນາມ. ທຸກໆກໍລະນີເຫຼົ່ານີ້ກໍ່ໄດ້ເຂົ້າສັນຊາດຫວຽດນາມ ເຊິ່ງໄດ້ຮັບໃບຢັ້ງຢືນການເກີດ, ບັດປະຈຳຕົວ, ສໍາມະໂນຄົວ. ກ່ອນໜ້ານັ້ນ, ວັນທີ 16 ທັນວາ, ຜູ້ຕາງໜ້າໃຫ້ການນໍາແຂວງກວາງນາມກໍ່ໄດ້ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 6 ຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.