ພິ​ຈາ​ລະ​ນາ​ອອກ​ລະ​ຫັດ​ຈົດ​ທະ​ບຽນ​ຢາ Molnupiravir “made in ຫວຽດ​ນາມ”

06:48 | 06/01/2022

ຍ​ສ​ໝ - ຢາ Molnupiravir ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້ຕີ​ລາ​ຄາ​ວ່າ​ມີ​ລັກ​ສະ​ນະ​ຄວາມ​ປອດ​ໄພ​ສູງ, ມີ​ປະ​ສິດ​ທິ​ຜົນ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຈຳ​ນວນ​ເຊື້​ອ​ໄວ​ຣັດ, ຫຼຸດ​ຜ່ອນ​ການແຜ່ລະບາດ, ຫຼຸດຈຳ​ນວນ​ຜູ້​ມີ​ອາ​ການ​ເຈັບ​ໜັກ​ຢ່າງ​ຈະ​ແຈ້ງ.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ
ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83% ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%
ພິ​ຈາ​ລະ​ນາ​ອອກ​ລະ​ຫັດ​ຈົດ​ທະ​ບຽນ​ຢາ Molnupiravir  “made in ຫວຽດ​ນາມ”
ພ​າ​ບ​ປະ​ກອ​ບ

ວັນ​ທີ 5 ມັງ​ກອນ, ສະ​ພາ​ປຶກ​ສາ​​ອອກ​ໃບ​ອະ​ນຸ​ຍາດ​ນຳໃຊ້ຢາ ແລະ ວັດ​ຖຸ​ດິບຜະລິດ​ຢາ​ຂອງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈະ​ຈັດ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ອອກ​ລະ​ຫັດ​ຈົດ​ທະ​ບຽນ ສຳ​ລັບ​ຢາ​ທີ່​ມີ​ທາດ Molnupiravir ໃຫ້​ແກ່ 4 ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ.

ໝາກ​ຜົນ​ນີ້​ບັນ​ລຸ​ໄດ້​ພາຍຫຼັງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ ຫາ​ກໍ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ລະ​ບຽບ​ການ​ໃນ​ການ​ຜະ​ລິດ​ຢາ​ປິ່ນ​ປົວ​ໂຄວິດ - 19.

ຕາມ​ມະ​ຕິ​ເລກ​ທີ 168 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ບາງ​ກົນ​ໄກ, ນະ​ໂຍ​ບາຍ​ໃນ​ການ​ປ້ອ​ງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ພິ​ຈາ​ລະ​ນາ​ການ​ນຳ​ໃຊ້​ຢາ​ສະ​ໝູນ​ໄພ ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ນຳ​ເຂົ້າ ເພື່ອ​ຜະ​ລິດ​ຢາ.

ໂດຍ​ໄດ້​ຮູ້​ວ່າ ມີ 10 ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ ສົ່ງ​ເອ​ກະ​ສານ​ສະ​ເໜີ​ອອກ​ລະ​ຫັດ​ຈົດ​ທະ​ບຽນ​ໃຫ້​ແກ່​ຢາ​ທີ່​ມີ​ທາດ Molnupiravir ມີ 4 ບໍ​ລິ​ສັດ​ມີ​ເອ​ກະ​ສານ​ຢ່າງ​ຄົ​ບ​ຖ້ວນ, ສະ​ພາ​ປຶກ​ສາ​ອອກ​ໃບ​ອະ​ນຸ​ຍາດນຳໃຊ້ຢາ ແລະ ວັດ​ຖຸ​ດິບ​ຜະລິດ​ຢາ ຈະ​ໄດ້​ພິ​ຈາ​ລະ​ນາ​ອອກ​ລະ​ຫັດ​ຈ​ົດ​ທະ​ບຽນ. 6 ບໍ​ລິ​ສັດ​ທີ່ຍັງ​ເຫຼືອ​ພວມ​ສືບ​ຕໍ່​ເພີ່ມ​ເຕີມ​ເອ​ກະ​ສານ​ເພື່ອ​ພິ​ຈາ​ລະ​ນາ ໃນ​ຄັ້ງ​ຕໍ່​ໄປ.

Molnupiravir ແມ່ນ​ທາດ​ທີ່​ມີ​ຜົນ​ປະ​ໂຫຍດ​ໃນການຕ້ານ ໄວ​ຣັດ, ພວມ​ຢູ່ໃນ​ໄລ​ຍະ​ທົດ​ລອງ ແລະ ຍັງ​ບໍ່​ໄດ້​ຮັບອະ​ນຸ​ຍາດ​ນຳ​ໃຊ້​ຢູ່​ປະ​ເທດ​ເຮົາ. ຢູ່ ຫວຽດ​ນາມ, ຢານີ້​ກໍ່​ໄດ້​ນຳ​ໃຊ້​ຢູ່ ເກືອບ 50 ແຂວງ/ນະ​ຄອນ ເລີ່ມ​ແຕ່​ເດືອນ​ສິງ​ຫາ​ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຕາມ​ໂຄງ​ການ​ທົດ​ລອງ​ການ​ປິ່ນ​ປົວ ທີ່​ມີ​ການ​ຄວບ​ຄຸມ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ຢູ່​ລະ​ດັບ​ປານ​ກາງ. ປັດ​ຈຸ​ບັນ​ມີ ຢາ Molnupiravir ກ່​ວາ 300.000 ຊຸດ ໂດຍ​ໄດ້​ສະ​ໜອງ​ໃຫ້ 51 ແຂ​ວງ, ນະ​ຄອນ ໃນ​ທົ່ວ​ປະ​ເທ​ດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.