ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ

11:37 | 27/12/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ເມື່ອຕອບ​ສຳ​ພ​າດ​ຕໍ່​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ Brussels, ທ່ານ Pierre Gréga ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແບນ​ຊິກ - ຫວຽດ​ນາມ ໄດ້​ມີ​ຄຳ​ເຫັນປະ​ກອບ​ກ່ຽວ​ກັບ​ຜົນ​ງານ​ຂອງ​ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ
ທ່ານ Pierre Gréga ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແບນ​ຊິກ - ຫວຽດ​ນາມ (ພາບ: TTXVN)

ທ່ານ Pierre Gréga ​ໃຫ້​ຮູ້​ວ່າ ທ່ານ​ປະ​ທັບ​ໃຈທີ່​ສຸດ​ຕໍ່​ບັນດາ​ຜົນສຳ​ເລັດ​ເຊິ່ງ​ຫວຽດນາມບັນລຸ​ໄດ້​ຍ້ອນ​ນະ​ໂຍບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຕົນ. ​ນັ້ນ​ແມ່ນ​ນະ​ໂຍ​ບາຍ​ຫຼາຍ​ຝ່າຍ, ເປີດ​ປະ​ຕູ​ກັບ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ມີ​ການ​ພົວພັນ​ຕ່າງປະ​ເທດ​ກັບ 100 ກວ່າ​ປະ​ເທດ​ໃນ​ໂລກ, ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ, ສັນຍາ​ການ​ຄ້າ​ເສລີ​ກັບປະມານ 15 ປະ​ເທດ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ (EVFTA), ເຊິ່ງ​ເປັນ​ກຳລັງ​ໜູນຊຸກ​ຍູ້​ດ້ານ​ເສດຖະກິດ ​ແລະ ການ​ລົງທຶນ​ຂອງ​ຫວຽດນາມ.

ທ່ານ Gréga ​ໃຫ້​ຮູ້​ວ່າ ສິ່ງ​ທີ່​ທ່ານ​ສັງ​ເກດ​ໄດ້​ນັ້ນ​ແມ່ນ ຫວຽດນາມ ​ຂ້ອນຂ້າງ​ເປັນ​ເອກະລາດ​ຈາກ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ, ມີ​ຄວາມ​ດຸ່ນດ່ຽງ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ນີ້ ​ແລະ ມີ​ການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ກໍ່​ຢືນຢັນໄດ້​ທີ່​ຕັ້ງ​ຂອງຕົນໃນ​ເວທີ​ສາກົນ​ເມື່ອ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ປີ 2020, ​ແມ່ນ​ສະມາຊິກ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄລຍະ 2020-2021. ​ທຸກ​ສິ່ງ​ທຸກ​ຢ່າງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ໝາກຜົນ​ຂອງ​ນະ​ໂຍບາຍ​ການພົວ​ພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ໂລກ.

ເມື່ອສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບ​ວິ​ທີ​ທີ່​ຫວຽດນາມ ສືບ​ຕໍ່​ປະ​ຕິ​ບັດ​ເພື່ອ​ຍົກ​ງ​ສູງ​ທີ່​ຕັ້ງ​ຂອງຕົນໃນ​ເວທີ​ສາກົນ, ທ່ານ Pierre Gréga ​ໃຫ້​ຮູ້​ວ່າ: ​ໃນ​ສະພາບ​ການ​ໂລກ​ພ​ວມ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງຄື​ໃນ​ປັດ​ຈຸ​ບັນ, ຄວາມ​ເຄັ່ງ​ຕຶງ, ການ​ປະ​ທະ​ກັນ ​ແລະ ການ​ແຜ່​ລະບາດ​ຂອງ​ພະຍາດ COVID-19, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ມີຄວາມ​ສ່ຽງ​ຫຼາຍ​ຢ່າງ​ທີ່​ມີ​ຢູ່​ໃນ​ໂລກ, ສິ່ງ​ສຳ​ຄັນ​ທີ່​ສຸດແມ່ນ​ຕ້ອງຮັກສາໄດ້​ຄວາມ​​ເປັນ​ເຈົ້າ​ຕົນ​ເອງ ​ແລະ ສ້າງ​ຄວາມ​ດຸ່ນດ່ຽງ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ບົນ​ພື້ນຖານ​ນະ​ໂຍບາຍ​ຫຼາຍ​ຝ່າຍ. ຕາມ​ທ່ານ​ແລ້ວ, ສິ່ງ​ດັ່ງກ່າວ​ມີ​ຄວາມ​ສຳຄັນ​ຫຼາຍ​ເພື່ອເຈລະຈາ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ພ້ອມ​ກັນ​ນັ້ນ ​ກໍ​ສ້າງ​​ທີ່​ຕັ້ງ​ໃໝ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ.

ທ່ານ Gréga ຖື​ວ່າ ຫວຽດນາມ ສາມາດ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ ​ແລະ ການ​ລົງທຶນ​ຢູ່​ອາ​ຟຼິກາ ​​ຄື​ໃນ​ກໍ​ລະ​ນີ​ຂອງ​ກັບ​ປະ​ເທດ ​ແບນ​ຊິກ ​ເຊິ່ງ​ເປັນ​ປະ​ເທດ​ນ້ອຍ​ຢູ່​ເອີ​ລົບ ​ແຕ່​ປະສົບ​ຜົນສຳ​ເລັດພໍ​ສົມ​ຄວນ​ຢູ່​ອາ​ຟຼິກາ, ຄຽງ​ຄູ່​ກັບ​ບັນດາ​ປະ​ເທດ​ໃຫຍ່​ຄື ຝະລັ່ງ ​ແລະ ປັດ​ຈຸ​ບັນ​ແມ່ນຈີນ. ທ່ານຢືນຢັນ​ວ່າ ຫວຽດນາມ ຍັງ​ມີ​ທີ່​ຕັ້ງ​ສຳຄັນຢູ່​ອາ​ຟຼິກາ ​ໃນ​ການ​ພົວພັນ​ຮ່ວມ​ມື​ໃຕ້ - ​ໃຕ້, ​ເພາະວ່າ ຫວຽດນາມ ມີ​ຫຼາຍ​ຄູ່​ຮ່ວມ​ມື​ໃຕ້ - ໃຕ້ ​ແລະ ສິ່ງ​ດັ່ງກ່າວ​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ໃຫ້ ຫວຽດນາມ ​ເປີດ​ກວ້າງ​ການ​ຮ່ວມ​ມື.

ໂດຍ​ເຕື້ອງເຖິງ​ນະ​ໂຍ​ບາຍ​ການປ່ຽນ​ແປງໃໝ່ ຂອງ​ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ປີ 1986, ທ່ານ Gréga ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ. ​ໂດຍ​ໄດ້​​ມາຫວຽດນາມ​ໃນ​ຊຸມ​ປີ 1990​ ແລະ ນັບ​ແຕ່​ນັ້ນ​ມາ, ທ່ານ​ໄດ້​ໄປ​​ປະ​ຕິ​ບັດ​ງານ​ເປັນ​ຫຼາຍ​ສິບ​ຄັ້ງ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ນີ້, ທ່ານ Gréga ​ໃຫ້​ຄຳ​ເຫັນ​ວ່າ: ນະ​ໂຍບາຍການປ່ຽນ​ແປງ​ໃໝ່ ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຕະຫຼາດ. ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ສຳຄັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເປີດ​ກ້ວາງ​ຂະ​ແໜງ​ກະສິກຳ ​ແລະ ລັດ​ວິ​ສາ​ຫະກິດ. ພື້ນ​ຖານເສດຖະກິດເປີດກວ້າງການດຶງດູດການລົງທຶນຈາກຕ່າງປະເທດ. ນັ້ນ​ແມ່ນ​ໝາກຜົນ​ຂອງ​ນະ​ໂຍບາຍການປ່ຽນ​ແປງໃໝ່ ຂອງ ຫວຽດນາມ.

​ທ່ານເນັ້ນ​ໜັກ​ວ່າ ສິ່ງ​ສຳຄັນ​ມາ​ຮອດ​ປະຈຸ​ບັນ​ແມ່ນ ຫວຽດນາມ ສືບ​ຕໍ່​ພັດທະນາ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ. ສໍາລັບທ່ານແລ້ວ, ສິ່ງນີ້ແມ່ນສິ່ງທີ່ຫນ້າສົນໃຈ. ຫວຽດນາມ ຍັງຮັກສາຄວາມສົມດູນລະຫວ່າງການພັດທະນາເສດຖະກິດ ແລະ ສັງຄົມນິຍົມ. ລັດ​ຮັກ​ສາ​ໄດ້​ບົດ​ບາດ​ສຳ​ຄັນ, ແມ່ນ​ປັດ​ໄຈ​ດັດ​ປັບ​ການ​ຕະຫຼາດ, ຄວາມດຸ່ນດ່ຽງ ແລະ ຫຼຸດ​ຜ່ອນ​ຄວາມ​ບໍ່​ສົມ​ດຸນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ. ຕາມ​ທ່ານ​ແລ້ວ, ການ​ປ່ຽນ​ແປງ​ໃໝ່ ​ໄດ້​ນຳ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ​ແລະ ​ພື້ນຖານເສດຖະກິດ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຍັງ​ຕ້ອງ​ມີ​ຄວາມ​ລະມັດລະວັງ​ຕໍ່​ຄວາມ​ສ່ຽງ​ທີ່ເກີດຈາກພື້ນຖານ​ເສດຖະກິດ​ໂລກ ​ແລະ ຫຼາຍ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ຢູ່​ໃນ​ປະຈຸ​ບັນ. ​ແຕ່​ທ່ານ Gréga ​ເຊື່ອ​ໝັ້ນ​ວ່າ ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ສັງຄົມ​ນິຍົມ, ມີ​ໂຄງ​ປະກອບ​ຢ່າງ​ດີ ​ແລະ ຮັກສາ​ໄດ້​ດີ.

​ໃນ​ຖານະ​ທີ່​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ແບນ​ຊິກ-ຫວຽດນາມ, ທ່ານ Pierre Gréga ຢືນຢັນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ຫວຽດນາມ ​ແລະ ​ແບນ​ຊິກ, ສະໜັບສະໜູນ​ຫວຽດນາມ ​ໃນ​ດ້ານ​ການ​ເມືອງ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ລັດຖະສະພາ ​ແລະ ລັດຖະບານ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດຢ່າງ​ມີປະສິດທິ​ຜົ​ນທີ່ສຸດ. ປີ 2023 ​ແມ່ນ​​ຂີດ​ໝາຍ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ແບນ​ຊິກ ​ແລະ ສະມາຄົມ​ມິດຕະພາບ​ແບນ​ຊິກ - ຫວຽດນາມ ພວມ​ກະກຽມ​ໃຫ້​ແກ່​ເຫດການ​ນີ້. ສະມາຄົມ​ກໍ່​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ປະ​ຊາ​ຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສະມາຄົມ​ມິດຕະພາບ​ແບນ​ຊິກ - ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ແບນ​ຊິກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.