ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07%

15:15 | 27/12/2021

ຍ​ສ​ໝ - ຕາມ​ການ​ສະ​ຖ​ິ​ຕິ​ຂອງ​ຂະ​ແໜງ​ພາ​ສີ ຫ​ວຽດ​ນາມ, ຍອດວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໃນ 11 ເດືອນປີ 2021 ບັນລຸໄດ້ 4,97 ຕື້ USD, ເພີ່ມຂຶ້ນກ່ວາ 12,07% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ກວມ​ເອົາ​ມາດ​ຕາ​ສ່ວນ 0,83% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ຂອງ ຫວຽດ​ນາມ ກັບ ໂລກ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ - ມົດ​ສະ​ກູ
ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07%
ພາບ​ປະ​ກອບ: vneconomy.vn

ໃນ​ຂະ​ນະ​ນັ້ນ, ວົງ​ເງິນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ ສະ​ຫະ​ພັນ​ລັດ​ເຊຍ​ໃນ​ 11 ເດືອນ ຂອງ​ປີ 2021 ບັນ​ລຸ​ໄດ້ 2,92ຕື້ USD, ເພີ່ມ​ຂຶ້ນ 10,62% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ກວມເອົາມາດ​ຕາ​ສ່ວນ 0,97% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ອອ​ກ​ສູ່​ໂລກ.

ບັນດາ ປະເພດສິນຄ້າ ທີ່ມີມາດຕາສ່ວນໃຫຍ່ທີ່ສຸດໃນການສົ່ງອອກຂອງ ຫວຽດນາມ ໄປຍັງ ສະຫະພັນລັດເຊຍ ລວມມີ: ໂທລະສັບຊະນິດຕ່າງໆ, ແລະ ເຄື່ອງອາໄຫຼ່ (ກວມ​ເອົາ 33,48% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ), ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ (13,28%), ສິນຄ້າຕ່ຳແຜ່ນຕັດຫຍິບ (10,55%).

ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ສິນ​ຄ້າ​ປະ​ເທດ​ທີ່​ມີ​ວົງ​ເງິນ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ລວມ​ມີ: ຢາງ​ພາ​ລາ ເພີ່ມ​ຂຶ້ນ 323,75%, ເຄື່ອງ​ຈັກ, ວັດ​ຖຸ​ອຸ​ປະ​ກອນ, ເຄື່ອງ​ອາ​ໄຫຼ່​ຕ່າງໆ​ເພີ່ມ​ຂຶ້ນ 80,54%, ໝາກມວງ​ຫິມະ​ພານ ເພີ່ມ​ຂຶ້ນ 69,73%, ພິກ​ໄທ​ເພີ່ມ​ຂຶ້ນ 49,63%...

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງ​ມີ​ສິນ​ຄ້າ​ປະ​ເພດ​ທີ່ມີ​ວົງ​ເງິນ​ການ​ສົ່ງ​ອອກ​ໄຍ​ຍັງ ຕະຫຼາດ ລັດ​ເຊຍ ຫຼຸດ​ລົງ​ຄື: ຊາ, ເຂົ້າ​ສາ​ນ, ໄມ້ ແລະ ຜະ​ລິດ​ຕະ​ພັນ​ຈາກ​ໄມ້, ເກີບ​ໜັງ, ເຫຼັກ​ກ້າ…

ຕາມ​ການ​ສະ​ຖ​ິ​ຕິ​ຂອງ​ຂະ​ແໜງ​ພາ​ສີ ສະ​ຫະ​ພັນ​ລັດ​ເຊຍ​ ແລ້ວ, ການ​ຄ້າ​ສອງ​ຝ່າຍ ລັດ​ເຊຍ - ຫວຽດ​ນາມ ໃນ 10 ເດືອນ​ຕົ້ນ​ປີ 2021 ບັນ​ລຸ​ໄດ້ 5,62ຕື້ USD ກວມ​ເອົມ​ມາດ​ຕະ​ສ່ວນ 0,9% ໃນ​ຍອດ​ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ, ເພີ່ມ​ຂຶ້ນ 23% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ໃນ​ນັ້ນ, ວົງ​ເງິນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ ສະ​ຫະ​ພັນ ລັດ​ເຊຍ ບັນ​ລຸ​ໄດ້ 4,04 ຕຶ້ື້ USD, ເພີ່​ມ​ຂຶ້ນ 22%. ເມື່ອ​ທຽບ​ໃສ່​ກັບ​ການ​ນຳ​ເຂົ້າ​ຂອງ ຫວຽດ​ນາມ ຈາກ​ສະ​ຫະ​ພັນ​ລັດ​ເຊຍ ບັນ​ລຸ​ໄດ້ 1,58 ຕຶ້ື້ USD, ເພີ່ມ​ຂຶ້ນ 25,7% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ ປີ 2020.

ປັດຈຸບັນ, ຫວຽດນາມ ພວມຮັກສາລະດັບທີ 1 ກ່ຽວກັບວົງເງິນການຄ້າກັບ ລັດເຊຍ ໃນຈຳນວນບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.