ໄຂ​ງານ​ວາງສະ​ແດງ “​ພົນ​ເອກ ຫວໍ​ງວຽນ​ຢາ​ບ - ຮູບ​ພ​າບແຫ່ງເທບນິ​ຍາຍ”

14:51 | 23/12/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ທີ່​ສຳນັກງານ​ກະຊວງ​ພາຍ​ໃນ, ​ໄດ້​ໄຂ​ງານ​ວາງສະ​ແດງ “​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຮູບ​ພ​າບແຫ່ງເທບ​ນິ​ຍາຍ” ​ແລະ ເປີດຕົວປຶ້ມ “ພົນ​ເອກ ຫວໍ​ງວຽນ​ຢາ​ບ - ເທບ​ນິ​ຍາຍຂອງ​ຫວຽດນາມ”.

ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາ​ຍແດນ, ທະ​ເລ​ໝູ່​ເກາະ​ຜ່ານ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ແບບ​ທາງ​ໄກ ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາ​ຍແດນ, ທະ​ເລ​ໝູ່​ເກາະ​ຜ່ານ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ແບບ​ທາງ​ໄກ
ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດຍ​ັງ​ບໍ່​ທັນ​ແຕກ ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດຍ​ັງ​ບໍ່​ທັນ​ແຕກ
ໄຂ​ງານ​ວາງສະ​ແດງ “​ພົນ​ເອກ ຫວໍ​ງວຽນ​ຢາ​ບ - ຮູບ​ພ​າບແຫ່ງເທບນິ​ຍາຍ”

ງານ​ວາງສະ​ແດງ “​ພົນ​ເອກ ຫວໍ​ງວຽນ​ຢາ​ບ - ຮູບ​ພ​າບແຫ່ງເທບນິ​ຍາຍ” (ພາບ: VGP)

ງານ​ວາງສະ​ແດງ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22 ທັນ​ວາ 1944 – 22 ທັນ​ວ​າ 2021); 32 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ (6 ທັນ​ວາ 1989 - 6 ທັນ​ວາ 2021) ​ແລະ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ (25 ສິງຫາ 1911 - 25 ສິງຫາ 2021) - ລັດຖະມົນຕີ​ຄົນ​ທຳ​ອິດ​ຂອງ​ກະຊວງ​ພາຍ​ໃນ, ຜູ້​ບັນຊາ​ການ​ຄົນ​ທຳ​ອິດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ.

ງານ​ວາງສະ​ແດງ ​ແລະ ສື່ສິ່ງ​ພິມ​​ໄດ້​ນຳ​ສະ​ເໜີ​ເອກະສານ ​ແລະ ຮູບ​ພາບ​ເກືອບ 300 ​ແຜ່ນ​ທີ່​ໄດ້​ຮັບ​ກ​ານຄັດ​ເລືອກ​ຈາກ​ສູນ​ເກັບ​ຮັກ​ສາ​ແຫ່ງ​ຊາດ ຫວຽດນາມ, ຫໍເກັບ​ຮັກ​ສາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ຫໍ​ເກັບ​ຮັກ​ສາ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຝະລັ່ງ, ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ, ບັນດານັກ​ຂ່າວ, ນັກ​ຖ່າຍຮູບ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ບາງ​ເອກະສານ, ຮູບ​ພາບ ​ແລະ ບັນດາ​ວັດຖຸ​ພັນ​ຂອງ​ຄອບຄົວ ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ຄອບຄົວ​ ທ່ານ ສາດສະດາຈານ ຮ່ວາງ​ມິນ​ຢາມ.

ບັນດາ​ຮູບ​ພາບ, ​ເອກະສານ ​ແລະ ວັດຖຸ​ພັນ​ທີ່​ວາງສະ​ແດງ​ໄດ້​ປະກອບສ່ວນວ​າດ​ພາບ​ຊີວິດ, ພາ​ລະ​ກິດ​ທີ່​ສະຫງ່າລາສີ ​ແລະ ຄຸນງາມ​ຄວາມ​ດີ​ຂອງ​ ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບ​ປະຫວັດສາດ​ຂອງ​ຊາດ, ພິ​ເສດ​ແມ່ນ​ ທ່ານ​ລັດຖະມົນຕີ ຫວໍ້​ງວຽນ​ຢາ​ບ - ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຄົນ​ທຳ​ອິດ​ກັບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ກະຊວງ​ພາຍ​ໃນ, ຜ່ານ​ນັ້ນ​ ກໍໄດ້​ສຶກສາ​ບັນດາ​ອຸດົມ​ການ​ປະຕິວັດ, ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ພາ​ກ​ພູມ​ໃຈ ​ແລະ ຄວາມ​ເອກອ້າງ​ທະນົງ​ໃຈ​ຕໍ່​ຊາວ​ຫວຽດນາມ ເວົ້າລວມ, ພະ​ນັກ​ງານ, ພາ​ລະ​ກອນ, ລັດ​ຖະ​ກອນ, ຜູ້​ອອກ​ແຮງ​ງານ​ຂອງ​ກະ​ຊວງ​ພາຍ​ໃນລຸ້ນ​ຕ່າງ ​ເວົ້າສະເພາະ.

ງານ​ວາງສະ​ແດງ​ໄດ້​ເປີດ​ໃຫ້​ແຂກເຂົ້າ​ຊົມ​ຮອດ​ວັນ​ທີ 31 ທັນ​ວາ 2021 ຢູ່​ທີ່​ສຳນັກງານ​ກະຊວງ​ພາຍ​ໃນ, ເຮືອນ​ເລກ​ທີ 8 ​ໂຕນ​ເທິດ​ທຽດ, ຮ່າ​ໂນ້ຍ. ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງກໍ​ໄດ້​ມີບັນດາ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ຄວາມ​ຮຽກຮ້ອງ​​ຂອງ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ​ໃຫ້​ຜູ້​ເຂົ້າ​ຊົມ​ງານ​ວາງສະ​ແດງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.