ຮູບ​ແບບ Startup “ຮ້ານ​ປຶ້ມ ແລະ ​ເລື່ອງ​ລາວຕ່າງ​ໆ” ຢູ່ ເກິ່ນ​ເທີ

06:02 | 13/12/2021

ຮ້ານປຶ້ມນ້ອຍໆທີ່ມີຊື່ວ່າ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ຂອງເອື້ອຍ ຟານງອກເຟິ໊ນ ຕັ້ງໃນຮ້ານຊາຫຍ້າຫວານ ຢູ່ເມືອງ ນິງກຽວ, ນະຄອນເກິ່ນເທີ ແມ່ນສະຖານທີ່ໄດ້ຮັບການຊອກຫາຈາກບັນດາຜູ້ນິຍົມອ່ານປຶ້ມ, ເປັນຕົ້ນແມ່ນໄວໜຸ່ມ. ນີ້ກໍ່ແມ່ນຮູບແບບ Startup ຂອງ ເອື້ອຍເຟິ໊ນ, ເຊິ່ງປະກອບສ່ວນເຂົ້າໃນການແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ.

ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ
“ຮ້ານ​ວາງ​ຂາຍສິນ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ” ຈະເຂົ້າໃນ​ຕະຫຼາດການຄ້າ​ເອ​ເລັກ​ໂຕ​ນິກ JD ຂອງ ຈີນ “ຮ້ານ​ວາງ​ຂາຍສິນ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ” ຈະເຂົ້າໃນ​ຕະຫຼາດການຄ້າ​ເອ​ເລັກ​ໂຕ​ນິກ JD ຂອງ ຈີນ
Startup “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ຂອງເອື້ອຍ ຟານງອກເຟີ໊ນ (ພາບ:VOV)
Startup “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ຂອງເອື້ອຍ ຟານງອກເຟີ໊ນ (ພາບ:VOV)

ໂດຍໄດ້ຮຽນຈົບມະຫາວິທະຍາໄລ ຮຸ່ງເວືອງ, ນະຄອນ ໂຮ່ຈີມິນ, ເອື້ອຍ ຟານງອກເຟີ໊ນ, ເກີດປີ 1986, ໄດ້ຜູກພັນກັບດິນແດນເກິ່ນເທີ ແລະ ກໍ່ຮ່າງສ້າງຕົວຢູ່ແຫ່ງນີ້. ແຕ່ຕອນຍັງນ້ອຍມາຮອດປັດຈຸບັນ, ເອື້ອຍ ງອກເຟິ໊ນ ມີຄວາມນິຍົມຊົມຊອບປຶ້ມເປັນພິເສດ, ແຕ່ວ່າ ຮອດຕອນຮຽນ ມໍ 5 ເອື້ອຍ ງອກເຟິ໊ນ ຈຶ່ງຊອກຮູ້ປຶ້ມແຕ່ລະຊະນິດຢ່າງລະອຽດ ເພື່ອເລີ່ມຕົ້ນເສັ້ນທາງ “ພິຊິດປຶ້ມ”.

ຕອນຍັງໄປຮຽນ, ເອື້ອຍ ງອກເຟິ໊ນ ເຄີຍມາຮ້ານປຶ້ມເກົ່າ, ຮ້ານໃຫ້ເຊົ່າປຶ້ມແຫ່ງຕ່າງໆ ເພື່ອອ່ານປ້ຶມ, ເມື່ອຊອກປຶ້ມທີ່ຕົນເອງມັກ ເອື້ອຍຈະປະຢັດເງິນໄວ້ຊື້ ເພື່ອອ່ານໄປອ່ານມາຫລາຍຄັ້ງ. ຕອນໄປເຮັດວຽກແລ້ວ, ເດືອນໃດເອື້ອຍກໍ່ແບ່ງສ່ວນໜຶ່ງເງິນເດືອນຂອງຕົນຊື້ປຶ້ມອ່ານ ເພື່ອຫລໍ່ຫລອມຄວາມຮູ້ຕື່ມອີກ ແລະ ເຂົ້າຮ່ວມບັນດາສະມາຄົມ, ກຸ່ມພົວພັນແລກປ່ຽນປຶ້ມໃນອິນເຕີເນັດ. ກວ່າ 1 ປີຜ່ານມາ, ເອື້ອຍກໍ່ສ້າງກຸ່ມໜຶ່ງດ້ວຍຕົນເອງ ທີ່ມີຊື່ວ່າ “ປຶ້ມເດີ້” ໂດຍດຶງດູດໄດ້ສະມາຊິກກ່ວາ 3.000 ຄົນ ທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ ນັບແຕ່ເກນອາຍຸ 15 – 40 ປີ. ທຸກໆຄົນໃນກຸ່ມ ອາດຈະແບ່ງປັນປຶ້ມມ່ວນຫຼາຍຫົວ, ເຂົ້າຮ່ວມບັນດາການພົບປະຕ່າງໆ ເພື່ອແລກປ່ຽນປຶ້ມໃໝ່ ຫຼື ປຶ້ມຄຣາດສິກເກົ່າແກ່.

ຈາກການພົບປະ, ແລກປ່ຽນກັບບັນດາສະມາຊິກທີ່ຮັກມັກປຶ້ມນັ້ນ, ເອື້ອຍ ງອກເຟິ໊ນ ຄ່ອຍໆເລີ່ມມີຂໍ້ລິເລີ່ມສ້າງຮ້ານປຶ້ມເກົ່າສະເພາະຂອງຕົນ. ໃນໄລຍະເວລາ 1 ເດືອນ, ເອື້ອຍ ໄດ້ຕິດຕໍ່ພົວພັນກັບບັນດາຮ້ານກາເຟໃກ້ກັບບັນດາມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆ ເພື່ອຮ່ວມມື, ເຊົ່າຮ້ານ. ສຸດທ້າຍ, ເອື້ອຍມີຮ້ານປຶ້ມນ້ອຍທີ່ມີຊື່ວ່າ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ”. ເອື້ອຍ ຟານງອກເຟີ໊ນ ໃຫ້ຮູ້ວ່າ: ໃນໄລຍະພັກວຽກຍ້ອນໂລກລະບາດໂຄວິດ - 19, ເອື້ອຍກໍ່ໄດ້ຂາຍປຶ້ມອອນໄລ ສ້າງລາຍຮັບ. ແຕ່ເອືຶ້ອຍສັງເກດໄດ້ວ່າ ເພື່ອນຳປຶ້ມມາໃກ້ກັບໄວໜຸ່ມກ່ວາ, ເປັນຕົ້ນແມ່ນອະນຸຊົນ, ເຍົາວະຊົນ ຕ້ອງມີສະຖານທີ່ຕົວຈິງ. ເອື້ອຍເຟິ໊ນ ໃຫ້ຮູ້ວ່າ:

ຂ້າພະເຈົ້າເປີດຮ້ານປຶ້ມຄືດັ່ງກ່າວ ດ້ວຍຄວາມຫວັງຢາກໃຫ້ພວກນ້ອງນ້ອຍ ມາຢາມ ແລະ ອ່ານປຶ້ມໂດຍກົງ. ຍິ່ງໄປກ່ວານັ້ນ, ຂ້າພະເຈົ້າກໍ່ມີເງື່ອນໄຂເພື່ອແນະນຳໃຫ້ແກ່ພວກນ້ອງນ້ອຍວ່າ ປຶ້ມຫົວໃດມ່ວນທີ່ສຸດ ຍ້ອນວ່າ ຜູ້ທີ່ຫາກໍ່ເລີ່ມອ່ານປຶ້ມ ຈະບໍ່ຮູ້ວ່າປຶ້ມຫົວໃດມ່ວນ ແລະ ເໝາະສົມກັບຕົນເອງ. ດັ່ງນັ້ນ ດ້ວຍຄວາມສາມາດ, ເງື່ອນໄຂໃນປັດຈຸບັນ, ຂ້າພະເຈົ້າອາດຈະແນະນຳໃຫ້ແກ່ພວກເພືື່ອນໄດ້.

ແບ່ງປັນກ່ຽວກັບສາຍເຫດຕັ້ງຊື່ຮູບແບບ ແມ່ນ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ”, ເອື້ອຍງອກເຟີ໊ນ ໃຫ້ຮູ້ວ່າ ຍ້ອນວ່າ ປຶ້ມຮ້ານຂອງເອື້ອຍເຟິ໊ນ ບໍ່ພຽງແຕ່ຂາຍປຶ້ມເກົ່າເທົ່ານັ້ນ ຫາກຍັງຂາຍເຄື່ອງຂອງທີ່ເປັນລະນຶກໄປນຳ ເພື່ອເຮັດໃຫ້ບັນດາຂອງຂວັນທີ່ມາຈາກປຶ້ມ ອຸດົມສົມບູນກ່ວາອີກ, ສ້າງຄວາມແຕກຕ່າງ ເມື່ອທຽບໃສ່ກັບຮ້ານປຶ້ມທຳມະດາ. ພ້ອມທັງປຶ້ມແຕ່ລະຫົວກໍ່ມີເລື່ອງລາວສະເພາະຂອງມັນ, ແຕ່ລະຄົນ, ແຕ່ລະວັດຖຸ, ແຕ່ລະເຫດການກໍ່ເຊັ່ນດຽວກັນ, ດັ່ງນັ້ນ ເອື້ອຍຢາກຖືປຶ້ມແມ່ນຂົວເຊື່ອມຕໍ່ໃຫ້ແກ່ເພື່ອນໆທີ່ມີຄວາມນິຍົມຊົມຊອບປຶ້ມ ໄດ້ຫຍັບເຂົ້າໃກ້ກັນກ່ວາ. ຍິ່ງໄປກ່ວານັ້ນແມ່ນ ທຸກຄົນຄົ້ນພົບຄວາມຮູ້ສຶກທີ່ແທ້ຈິງ ເມື່ອພົບປະກັນຢູ່ຮ້ານປຶ້ມ, ຫາກບໍ່ພຽງແຕ່ແມ່ນບັນດາຄຳຕອບໃນສື່ສັງຄົມອອນລາຍ. ເອື້ອຍເຈິ່ນທຽນແທັງ ລູກຄ້າປະຈຳຂອງຮ້ານໃຫ້ຮູ້ວ່າ:

ເມື່ອພົບປະກັບຜູ້ທີ່ມີຄວາມນິຍົມຊົມຊອບປຶ້ມ ຂ້າພະເຈົ້າໄດ້ ຫຼາຍຄວາມຮູ້ຕື່ມອີກ ເຊິ່ງເຮັດໃຫ້ຄວາມມັກຮັກປຶ້ມຂອງຂ້າພະເຈົ້າເພີ່ມຂຶ້ນ. ເມື່ອໄດ້ອ່ານປຶ້ມ ຂ້າພະເຈົ້າຮ່ຳຮຽນໄດ້ຫຼາຍບັນຫາຄື ພາກພຽນອ່ານປຶ້ມຫົວໜຶ່ງຄືແນວໃດ? ອ່ານປຶ້ມຈົບຫົວໜຶ່ງແລ້ວຈະມີຄວາມຮູ້ສຶກຄືແນວໃດ? ແລະ ຮ່ຳຮຽນໄດ້ຫຼາຍຄວາມຮູ້ຕື່ມໃນປຶ້ມຫົວນັ້ນ.

ເພື່ອຮູບແບບ Startup ກ່ຽວກັບປຶ້ມມີທິດເດີນທີ່ໝັ້ນຄົງ, ເອື້ອຍ ຟານງອກເຟິ໊ນ ໄດ້ເລືອກເອົາບັນດາຮ້ານກາເຟທີ່ໄດ້ຮັບການອອກແບບທີ່ແປກໃໝ່, ໃກ້ກັບບັນດາມະຫາວິທະຍາໄລ ໃນບໍລິເວນ ເພື່ອຕັ້ງຮ້ານປຶ້ມນ້ອຍ. ຂະນະນັ້ນ, ວັດທະນະທຳການອ່ານຈະແຜ່ຂະຫຍາຍໄປຍັງໄວໜຸ່ມໄດ້ຢ່າງງ່າຍດາຍກ່ວາ.

ຍ້ອນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ປັດຈຸບັນ ຮ້ານປຶ້ມພຽງແຕ່ຂາຍປຶ້ມ ແລະ ໃຫ້ເຊົ່າປຶ້ມເທົ່ານັ້ນ. ຖ້ານັ່ງອ່ານປຶ້ມຢູ່ຮ້ານກາເຟ ຫຼື ໃນຮ້ານປຶ້ມ, ລູກຄ້າຕ້ອງຈ່າຍເງິນພຽງແຕ່ 8.000 ດົ່ງ/ຫົວ. ຖ້າຜູ້ໃດມັກຮັກຢາກຊື້ປຶ້ມ ກໍ່ຕ້ອງຈ່າຍເງິນພຽງແຕ່ປະມານ 50% ລາຄາຂອງປຶ້ມ. ມີລາຄາທີ່ເໝາະສົມຄືແນວນັ້ນ ຍ້ອນວ່າ ເອື້ອຍ ງອກເຟີ໊ນ ຍັງບໍ່ຄິດໄລ່ເຖິງກຳໄລ, ພຽງແຕ່ຢາກດຳລົງຊີວິດດ້ວຍຄວາມນິຍົມຊົມຊອບແບ່ງປັນຄວາມມັກຮັກອ່ານປຶ້ມໄປຍັງທຸກໆຄົນເທົ່ານັ້ນ. ເພື່ອນ ເຟືອງຟ້າມຢຸຍຄາງ, ນັກສຶກສາພະແນກ ແຂ້ວ - ຄາງ - ໃບໜ້າ, ມະຫາວິທະຍາໄລແພດສາດການຢາເກິ່ນເທີ ໃຫ້ຮູ້ວ່າ:

ຮູບແບບນີ້ໃໝ່ກ່ວາບັນດາຮ້ານອື່ນທີ່ນ້ອງເຄີຍໄປ. ນ້ອງຮູ້ສຶກມັກທີ່ສຸດ ເມື່ອມີບ່ອນອ່ານປຶ້ມໃນຮ້ານກາເຟ, ແບບຄືວ່າ ເຮົາມີໂອກາດໄດ້ລົງພຶດຕິກຳຕົວຈິງ ບໍ່ພຽງແຕ່ການດື່ມກາເຟ ຫຼື ລົມກັນກັບເພື່ອນໆເທົ່ານັ້ນ ຫາກຍັງສາມາດອ່ານປຶ້ມອີກດ້ວຍ. ຢູ່ນີ້ກໍ່ມີບັນຍາກາດອ່ານປຶ້ມກ່ວາບ່ອນອື່ນ.

ເພື່ອມີເງິນໃຊ້ຈ່າຍໃຫ້ແກ່ຮູບແບບ Startup ນີ້, ນອກຈາກງົບປະມານຈາກຄອບຄົວ, ເອື້ອຍ ຟານງອກເຟີ້ນ ຍັງເຂົ້າຮ່ວມການແຂ່ງຂັນ review ປຶ້ມຕ່າງ ແລະ ຮັບໄດ້ຫຼາຍລາງວັນ. ຈຳນວນເງິນລາງວັນນັ້ນ ແມ່ນແຫຼ່ງກຳລັງເພື່ອໃຫ້ເອື້ອຍ ສືບຕໍ່ສັ່ງຊື້ປຶ້ມມ່ວນ ແລະ ນຳເຂົ້າຊຸດສະສົມປຶ້ມກ່ວາ 2000 ຫົວຂອງຕົນ.

ຮູບແບບ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ແມ່ນຮູບແບບໃໝ່ຢູ່ເກິ່ນເທີ. ເອື້ອຍ ຟານງອກເຟີ໊ນ ໄດ້ນຳໃຊ້ຄວາມມັກຮັກປຶ້ມຂອງຕົນ ເພື່ອແຜ່ຂະຫຍາຍວັດທະນະທຳການອ່ານໄປຍັງທຸກຄົນ, ເປັນຕົ້ນແມ່ນໄວໜຸ່ມ. ຫວັງວ່າ, ດ້ວຍຄວາມນິຍົມຊົມຊອບນີ້, ຮ້ານປຶ້ນນ້ອຍຈະນັບມື້ນັບດຶງດູດໄດ້ການຕອບສະໜອງຈາກວົງຄະນະຍາດ, ມຸ່ງໄປເຖິງເປົ້າໝາຍນັບມື້ນັບມີຜູ້ອ່ານໄດ້ສຳຜັດກັບປຶ້ມໃໝ່, ປຶ້ມທີ່ລ້ຳຄ່າ, ພ້ອມກັນແບ່ງປັນບັນດາຄຸນຄ່າອັນດີງາມຂອງການອ່ານປຶ້ມໄປຍັງຫຼາຍໆຄົນ.

vovworld.vn

ເຫດການ
302 Found

Found

The document has moved here.