ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

10:34 | 23/04/2021

ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື
ເປີດງານວາງສະແດງ ພາບແຕ້ມ ທີ່ເຜີຍແພ່ຢ່າງທົ່ວເຖິງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມຢູ່ຮຸງກາຣີ ເປີດງານວາງສະແດງ ພາບແຕ້ມ ທີ່ເຜີຍແພ່ຢ່າງທົ່ວເຖິງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມຢູ່ຮຸງກາຣີ
ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ
ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ, ຄວາມຮັບຜິດຊອບ ກໍຄືການປະກອບສ່ວນຂອງ ຫວຽດນາມ ໃນວຽກງານສະກັດກັ້ນໂລກລະບາດທົ່ວໂລກ ດ້ວຍການໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີ ກຳປູເຈຍ. ພາບ: VGP

ວັນທີ 22 ເມສາ 2021, ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ, ປະທານພັກປະຊາຊົນ ກຳປູເຈຍ ໄດ້ສົ່ງຈົດໝາຍຂອບໃຈມາຍັງທ່ານ ຫງວຽນຝູຈ້ອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ທີ່ໄດ້ສົ່ງສານຢື້ຢາມຖາມຂ່າວສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ. ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ແບ່ງເບົາກັບ ກຳປູເຈຍ ໃນທຸກສະພາບການ. ພ້ອມທັງ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ, ຄວາມຮັບຜິດຊອບ ກໍຄືການປະກອບສ່ວນຂອງ ຫວຽດນາມ ໃນວຽກງານສະກັດກັ້ນໂລກລະບາດທົ່ວໂລກ ດ້ວຍການໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີ ກຳປູເຈຍ.

ທີ່ການໂອ້ລົມສົນທະນາອອນລາຍ ໃນຕອນເຊົ້າວັນທີ 22 ເມສາ 2021 ກັບ ທ່ານ Mam Bunheng ລັດຖະມົນຕີກະຊວງສາທາລະນະສຸກ ກຳປູເຈຍ , ທ່ານ ຫງວຽນແທັ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ ຈຳນວນ 800 ເຄື່ອງ ແລະ ຜ້າອັດປາກອັດດັງຈຳນວນກວ່າ 2 ລ້ານອັນ ໃຫ້ແກ່ ກຳປູເຈຍ.

ກ່ອນໜ້ານັ້ນ, ໃນວັນທີ 20 ເມສາ 2021, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ-ຮັບອຸປະກອນ, ວັດຖຸການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດກໍາປູເຈຍ. ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ຮອງຫົວໜ້າ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ ເນັ້ນໜັກວ່າ, ຈໍານວນອຸປະກອນ, ວັດຖຸການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດກໍາປູເຈຍ ແມ່ນສິ່ງທີ່ດີທີ່ສຸດ, ເຊິ່ງກະຊວງປ້ອງກັນປະເທດສາມາດເຮັດໄດ້ໃນສະພາບການໃນປະຈຸບັນ. ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ຫວັງວ່າອຸປະກອນ, ວັດຖຸການແພດນີ້ຈະປະກອບສ່ວນລະດົມກໍາລັງໃຈ, ໜູນຊ່ວຍກໍາປູເຈຍ ປ້ອງກັນ, ຕ້ານພະຍາດ, ສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ກໍາປູເຈຍ ຈະແກ້ໄຂຄວາມຫຍຸ້ງຍາກ, ຍູ້ພະຍາດໃຫ້ຖອຍໄປໂດຍໄວ, ຮັບປະກັນສຸຂະພາບໃຫ້ປະຊາຊົນ ແລະພັດທະນາປະເທດຊາດ.

ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ

ຍສໝ - ໃນວັນທີ 20 ເມສາ, ສະມາຄົມຫວຽດນາມ - ອາເມລິກາ (ສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບຄະນະກຳມະການສະເຫຼີມສະຫຼອງສັນຕິພາບຫວຽດນາມ ຂອງອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ( 1971 - 2021).

ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ

ຍສໝ - ໃນວັນທີ 19 ເມສາ 2021,ຈຸດພົ້ນເດັ່ນສຳຄັນທີ່ສຸດໃນເດືອນ ເມສາ ໂດຍຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ສະເໜີກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເປັນປະທານ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ ໄລຍະຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ພັດທະນາ ແລະ ເຕີບໂຕຢ່າງວ່ອງໄວ

ຍສໝ - ບົດລາຍງານກ່ຽວກັບດັດຊະນີ logistics ຕະຫລາດຫາກໍ່ພົ້ນເດັ່ນ 2021, ໂດຍບໍລິສັດ Agility ຫາກໍ່ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເລືຶ່ອນຂຶ້ນ 3 ຂັ້ນໃນຕາຕະລາງຈັດອັນດັບ ເມື່ອທຽບໃສ່ປີ 2020, ຢືນອັນດັບທີ 8 ໃນ Top 10 ປະເທດແຖວໜ້າ.

ໄຊພອນ

ເຫດການ
302 Found

Found

The document has moved here.