ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ

16:30 | 25/11/2021

ໃນຊຸມປີຜ່ານມາ, ເລື່ອງສ້າງພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາແບບຍືນຍົງຂອງປະເທດຊາດ ຍາມໃດກໍ່ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຫວຽດນາມ. ປີ 2021 ໄດ້ສ້າງຂີດໝາຍສຳຄັນໃນການພັດທະນາຂອງປະເທດຊາດ ເມື່ອກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດບັນດາການກຳນົດທິດໃຫຍ່ໃຫ້ແກ່ຊຸມປີຈະມາເຖິງ, ໃນນັ້ນ ບົດບາດຂອງວັດທະນະທຳໄດ້ເນັ້ນຫນັກເປັນພິເສດ. ໃນວິວັດການນັ້ນ, ກອງປະຊຸມວັດທະນະທຳທົ່ວປະເທດທີ່ໄຂຂຶ້ນໃນວັນທີ 24 ພະຈິກ ປີ 2021 ແມ່ນບາດກ້າວຜັນຂະຫຍາຍທິດທາງ, ຫນ້າທີ່ຈຸດສຸມຂອງວຽກງານວັດທະນະທຳໃນໄລຍະ 2021-2025 ໃຫ້ເປັນລະອຽດ.

​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ
ພາບປະກອບ
ພາບປະກອບ

ຕາມມະຕິກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ແລ້ວ, “ວັດທະນະທຳ ຫວຽດນາມ ແມ່ນໝາກຜົນການອອກແຮງງານປະດິດຄິດສ້າງ, ການຕໍ່ສູ້ຢ່າງອົງອາດກ້າແກ່ນຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງປະຊາຄົມບັນດາເຜົ່າຢູ່ ຫວຽດນາມ, ແມ່ນໝາກຜົນການພົວພັນແລກປ່ຽນ ແລະ ຮັບເອົາສິ່ງຍອດຢ້ຽມຂອງຫລາຍພື້ນຖານອະລິຍະທຳໂລກເພື່ອສ້າງຕົນໃຫ້ສົມບູນແບບ.

ຈຸດເດັ່ນລຸລ່ວງໃນວິວັດທະນາການສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ແມ່ນ ຫວຽດນາມ ໄດ້ເສີມຂະຫຍາຍບັນດາຄຸນຄ່າມູນເຊື້ອ, ຄັດກອງຮີດຄອງປະເພນີຫລ້າຫລັງ ພ້ອມທັງຮັບເອົາ, ເພີ່ມເຕີມສິ່ງຍອດຢ້ຽມດ້ານວັດທະນະທຳ, ອະລິຍະທຳຂອງມວນມະນຸດ, ປະກອບສ່ວນເຂົ້າໃນການພັດທະນາຮອບດ້ານຂອງຊາວຫວຽດນາມ ໃຫ້ມີແບບແຜນການດຳລົງຊີວິດອັນດີງາມ, ມີບຸກຄະລິກະພາບດີ.

ຍິ່ງກວ່ານັ້ນ ແມ່ນຊາບຊຶມຈິດໃຈຊາດດ້ວຍຄຸນນະທຳທີ່ພົ້ນເດັ່ນໄດ້ຮັບການເສີມຂະຫຍາຍ, ຄື ຈິດໃຈຮັກຊາດ, ເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊາວຫວຽດນາມ ລຸ້ນຕ່າງໆ ໄດ້ມີຄວາມສາມັກຄີກັນ ເປັນຈິດຫນຶ່ງໃຈດຽວ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອພ້ອມກັນສ້າງຊີວິດອັນດີງາມກວ່າ.

ພິເສດ ໃນການສ້າງພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຫວຽດນາມ ໄດ້ພັດທະນາຢ່າງກົມກຽວ ລະຫວ່າງ ເສດຖະກິດ ແລະ ວັດທະນະທຳ, ໃນນັ້ນ ປັດໄຈວັດທະນະທຳ ແລະ ມະນຸດ ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ. ເພາະສະນັ້ນ ວັດທະນະທຳ ກາຍເປັນພື້ນຖານດ້ານຈິດໃຈອັນໝັ້ນແກ່ນຂອງສັງຄົມ ແມ່ນແຫລ່ງກຳລັງໃຫ້ແກ່ການພັດທະນາຂອງປະເທດຊາດ.

ເສີມຂະຫຍາຍຄຸນຄ່າວັດທະນະທຳ ຫວຽດນາມ ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມຂອງພັກ, ລັດ ແລະ ທົ່ວສັງຄົມ ຫວຽດນາມ. ສິ່ງນີ້ ຍິ່ງມີຄວາມສຳຄັນກວ່າໃນສະພາບການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືການກະທົບຢ່າງແຮງຂອງບັນດາພາຫະນະສື່ມວນຊົນໃຫມ່.

ເສີມຂະຫຍາຍແຫລ່ງກຳລັງທີ່ບໍ່ມີບ່ອນສິ້ນສຸດຂອງວັດທະນະທຳ, ເປັນຄັ້ງທຳອິດຄຳນິຍາມ “soft power” ຂອງວັດທະນະທຳໄດ້ຍົກອອກມາໃນເອກະສານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ພ້ອມກັບການກຳນົດທິດໃຫຍ່ ນັ້ນແມ່ນ: ພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ, ເປັນກຳລັງຫນູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ.

ທັດສະນະຊີ້ນຳກ່ຽວກັບວັດທະນະທຳຊື່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຮັບຮອງເອົາ ແມ່ນການກຳນົດທິດສຳຄັນໃຫ້ແກ່ ອາຍຸການ 2020-2025 ແລະ ຊຸມປີຕໍ່ໄປ. ເພື່ອໃຫ້ວັດທະນະທຳ, ມະນຸດ ສືບຕໍ່ກາຍເປັນແຫລ່ງກຳລັງແຮງພາຍໃນ, ແຜ່ຂະຫຍາຍຢ່າງແຮງໃນຊີວິດສັງຄົມ, ກອງປະຊຸມວັດທະນະທຳທົ່ວປະເທດ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ໂດຍຄະນະເລຂາສູນກາງພັກ ເປັນເຈົ້າພາບ, ວັນທີ 24 ພະຈິກ ແມ່ນຂີດໝາຍສຳຄັນເພື່ອໃຫ້ບັນດາການກຳນົດທິດ, ຫນ້າທີ່ຈຸດສຸມຂອງວຽກງານວັດທະນະທຳໃນໄລຍະ 2021-2025, ວິໄສທັດຮອດປີ 2045 ໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ວາງອອກເຂົ້າສູ່ຊີວິດຕົວຈິງໂດຍໄວ.

ໂດຍມີທີ່ຕັ້ງແມ່ນເທົ່າທຽມກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ໄດ້ ແລະ ຈະສືບຕໍ່ແມ່ນຫນຶ່ງໃນບັນດາກຳລັງຫນູນສຳຄັນເພື່ອພັດທະນາປະເທດ ຫວຽດນາມ ໃນໄລຍະຈະມາເຖິງ. ສະນັ້ນ ພ້ອມກັບບັນດາການກຳນົດທິດໃຫຍ່ຂອງມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ບັນດາຫນ້າທີ່, ມາດຕະການໂດຍໄດ້ປຶກສາຫາລື ເປັນເອກະພາບ ຢູ່ ກອງປະຊຸມວັດທະນະທຳທົ່ວປະເທດຄັ້ງນີ້, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຈະຫັນເປັນຮູບປະທຳ. ໃນນັ້ນ ບາງບັນຫາໃຫຍ່ ຊື່ງທຸກຂັ້ນ, ຂະແຫນງການ ຢູ່ ຫວຽດນາມ ສືບຕໍ່ເອົາໃຈໃສ່ ນັ້ນແມ່ນ ປ່ຽນໃຫມ່ວິທີການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳ, ພັດທະນາອຸດສາຫະກຳວັດທະນະທຳ ໃຫ້ກາຍເປັນກຳລັງຫນູນໃຫມ່ຂອງພື້ນຖານເສດຖະກິດ, ອະນຸລັກຮັກສາ, ຂຸດຄົ້ນ ແລະ ເສີມຂະຫຍາຍແຫລ່ງຊັບພະຍາກອນວັດທະນະທຳ.. ເປັນກຳລັງຫນູນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບພື້ນຖານອະລິຍະທຳຂອງມວນມະນຸດ.

ທຸກຫນ້າທີ່ທີ່ໄດ້ກ່າວມາຂ້າງເທິງນັ້ນ ເວົ້າລວມແລ້ວ ກໍ່ແມ່ນເພື່ອການເສີມຂະຫຍາຍບັນດາຄຸນຄ່າມູນເຊື້ອອັນດີງາມຂອງຊາວ ຫວຽດນາມ ນັ້ນແມ່ນ ຈິດໃຈຮັກຊາດ, ສາມັກຄີ, ໄມຕິຈິດ. ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ສ້າງຂຶ້ນຈາກສິ່ງທີ່ລຽບງ່າຍ ແຕ່ຍືນຍົງທີ່ສຸດກໍ່ແມ່ນ “soft power”ແມ່ນປັດໄຈພາຍໃນທີ່ມີຄວາມສຳຄັນທີ່ສຸດ ເພື່ອສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບສີວິໄລ, ທັນສະໄຫມ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.

vovworld.vn

ເຫດການ
302 Found

Found

The document has moved here.