​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ

16:30 | 24/11/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 22 ພະ​ຈິກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ພ້ອມ​ກັບ​ການ​ນຳ ອາ​ຊຽນ ແລະ ທ່ານ​ເລ​ຂາ​ທິ​ການໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ແບບ​ທາງ​ໄກ​ຂັ້ນ​ສູງ​ພິ​ເສດ ເພື່ອ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ - ຈີນ ຄົບ​ຮ​ອບ 30 ປີ (1991 - 2021).

ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39 ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39
​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: TTXVN)

ຢູ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ ອາ​ຊຽນ - ຈີນ, ຢັ້ງ​ຢືນ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ການ​ພົວ​ພັນ​ສອງ​ຝ່າຍໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ທົ່ວ​ໂລກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ - ຈີນ, ທ່ານ​ເນັ້​ນ​ໜັກ​ເຖິງ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຄື: ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຍົກ​ສູງ​ບັນ​ດາ​ມາດ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ, ການ​ຮ່ວມ​ມື​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ ແລະ ແບ່ງ​ປັນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ພ້ອມ​ກັນ​ຍູ້​ແຮງ​ກາ​ນ​ຮ່ວມ​ມືຫຼາຍ​ຝ່າຍ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ, ຢັ້ງ​ຢືນ​ວ່າ ຈີນ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຖື​ອາ​ຊຽນ ຄື​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍ​ການ​ທູດ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ, ສະ​ໜັບ​ສະ​ໜູນ ອາ​ຊຽນ ສວມ​ບົດ​ບາດ​ເປັນ​ໃຈ​ກາງ, ມີບົດ​ບາດ ແລະ ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ຈີນ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ຊາຍ​ຄາ​ລວມ ໃຫ້ 5 ແງ່​ມູນ ເພື່ອ​ສັນ​ຕິ​ພາບ, ຄວາມ​ປອດ​ໄພ, ສວຍ​ງາມ ແລະ ມິດ​ຕະ​ພາບ...

ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ເຖິງ 3 ປັດ​ໄຈຫຼັກ​ແຫຼ່ງ ສືບ​ຕໍ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ກັບ​ການ​ພົວ​ພັນ ອາ​ຊຽນ - ຈີ​ນ ໃນ​ອະນາ​ຄົດ ແມ່ນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຈິດ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຈີນ ຈະ​ສືບ​ຕໍ່​ຮ່ວ​ມ​ມື ກັບ ອາ​ຊຽນ ຮັບ​ມື​ກັບ​ໂລກ​ລ​ະ​ບາດ​ໂຄວິດ - 19, ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ກັນບັງ​ດ້ານ​ສາ​ທາ​ລະ​ນະ​ສຸກ” ເພື່ອ​ພ້ອມ​ກັນ​ຮ່ວມ​ມື ຮັບ​ມື​ກັນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ພາກ​ພື້ນ, ໜູນ​ຊ່ວຍ​ວັກ​ຊິນ​ຕື່ມ​ອີກ 150 ລ້ານ​ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ ອາ​ຊຽນ, ປະ​ກອບ​ສ່ວນ​ເງິນ ຕື່ມ​ອີກ 5 ລ້ານ USD ໃຫ້​ແກ່ກອງ​ທຶນ ອາ​ຊຽນ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ການ​ຮ່ວ​ມ​ມື​ຜະ​ລິດ​ວັກ​ຊິນ, ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ຢາ​ປິ່ນ​ປົວ​ທີ່​ຈຳ​ເປັນ, ໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ ຮັບ​ມື​ກັບ​ໂລກ​ລະ​ບາດ​ທີ່ອາດເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ.

ຈີນ ຈະເປີດ​ປະ​ຕູຕະຫຼາດ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ, ພ້ອມ​ແລ້ວ​ທີ່​ຈຳ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນທີ່ມີ​ຄຸນ​ນະ​ພາບ, ໃນ​ນັ້ນ​ມີ​ຜະ​ລິດ​ຕະ​ພັນ​ກະ​ເສດ ຈາ​ກ​ບັນ​ດາ​ປະ​ເທດ ອາ​ຊຽນ ​ທີ່​ມີ​ມູນ​ຄ່າ​ຂຶ້ນ​ເຖິງ 150 ຕື້ USD ໃນ​ເວ​ລາ 5 ປີ​ຈະ​ມາ​ເຖິງ.

ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ, ບັນ​ດາ​ປະ​ເທດ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ພ້ອມ​ກັນ​ສ້າງ​ທະ​ເລ​ຕາ​ເວັນ​ອອກ ກາຍ​ເປັນ​ເຂດ​ທະ​ເລ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາ​ລົ​ບ​ກົດ​ໝາຍ​ສາກົນ, ໃນ​ນັ້ນ ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ ດ້ວຍ​ທະ​ເລ ປີ 1982 (UNCLOS), ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ. ບັນ​ດາ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍ​າ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຖ້ວນ, ມີ​ປະ​ສິດ​ທິ​ຜົນ​ຖະ​ແຫຼງ​ການ DOC, ຊຸກ​ຍູ້​ການ​ສ້າງ COC ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ແທດ​ຈິງ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ ແລະ UNCLOS 1982.

ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ຢືນຢັນ​ວ່າ: ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່ ອາ​ຊຽນ ​ແລະ ຈີນ ຫາ​ກໍ່​ຕົກລົງ​ສ້າງ​ຕັ້ງ​ຂຶ້ນ​ແມ່ນ​ການ​ຢັ້ງຢືນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ 30 ປີຜ່ານມາ, ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ມິດຕະພາບ ​ແລະ ​ຮອບດ້ານ, ການເຄົາລົບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖື​ວ່າ: ອາ​ຊຽນ ແລະ ຈີນ ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ, ​ທະ​ວີຄູນ​ຜົນ​ສຳ​ເລັດ, ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ສູງ​ກວ່າ ແລະ ມີ​ຜົນ​ປະ​ໂຫຍດ​ຢ່າງ​ກວ້າງ​ຂວາງ​ໃຫ້​ແກ່​ການ​ພົວ​ພັນ ອາ​ຊຽນ - ຈີນ.

ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕ້ອງ​ເພີ່ມ​ທະວີ​ການ​ໂອ້ລົມເຈລະຈາ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະຕິບັດ​ກົດໝາຍ​ສາກົນ ​ແລະ ປະຕິບັດ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ, ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ ໃນ​ການ​ປະ​ຕິ​ບັດຖະ​ແຫຼ​ງການ DOC ຢ່າງ​ຄົບ​ຖ້ວນ, ສືບ​ຕໍ່​ຊຸກຍູ້​ການ​ກໍ່ສ້າງ ​ແລະ ບັນລຸ​ໄດ້​ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍ​ໄວຢ່າງ​ມີ​ປະສິດທິ​ຜົນ​, ປະ​ສິດ​ທິ​ພາບ ແລະ ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ UNCLOS 1982.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປາດ​ຖະ​ໜາ​ວ່າ ອາ​ຊຽນ ແລະ ຈີນ ຈະ​ຟື້ນ​ຟູ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ຈີນ​ສ້າງ​ຄວາມ​ສະ​ດວກ​ຕໍ່​ການ​ສົ່ງ​ອອກສິນ​ຄ້າ​ອາ​ຊຽນ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ດ້ານ​ການ​ຄ້າ, ເພີ່ມ​ທະ​ວີ​ການເຊື່ອມ​ຕໍ່​ການ​ລົງ​ທຶນ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ການຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ຂຽວ, ການພັດ​ທະ​ນາ​ແບບ​ຍືນ​ຍົງ, ການຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ເຊື່ອມຕໍ່ການ​ແລກ​ປ່ຽນພົວ​ພັນ​ປະ​ຊາ​ຊົນໂດຍ​ໄວ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢືນ​ຢັນ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບ​ສ່ວນເພີ່ມ​ພຸນ​ຄຸນ​ສ້າງ​ການ​ພົວ​ພັນ​ອາ​ຊຽນ - ຈີນ ໃຫ້​ຂຶ້ນ​ສູ່​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ປັບ​ປຸງ, ​ເພີ່ມ​ທະວີ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ. ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສິ້ນ​ສຸດກອງປະຊຸມ, ບັນ​ດ​ການ​ນຳອາຊຽນ ແລະ ຈີນ ໄດ້ຕົກລົງຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດພິເສດການພົວພັນອາຊຽນ-ຈີນ ຄົບຮອບ 30 ປີ ຄື: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.