ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ

06:35 | 17/11/2021

ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ໄດ້ຕາງໜ້າກະຊວງສາທາລະນະສຸກ ຮັບເອົາວັກຊິນກັນພະຍາດໂຄວິດ - 19 AstraZeneca 50.000 ໂດສ ໂດຍສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ ເປັນຂອງຂວັນ.

ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 254,5 ລ້ານ​ຄົນ ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 254,5 ລ້ານ​ຄົນ
ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ
ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ
ພິທີມອບ - ຮັບວັກຊິນ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Hans – Peter Glanzer, ເອກອັກຄະລັດຖະທູດ ສາທາລະນະລັດ ໂອຕາລິດ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ບັນລຸໄດ້ບາດກ້າວເດີນໃຫຍ່ໃນບັ້ນສັກວັກຊິນກັນພະຍາດໂຄວິດ - 19 ແລະ ສະແດງຄວາມປິຕິຊົມຊື່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໂດຍຜ່ານການມອບວັກຊິນກັນໂຄວິດ - 19 ຈຳນວນ 50.000 ໂດສ.

ສ່ວນທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ເນັ້ນໜັກວ່າ ການໜູນຊ່ວຍດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນ ໂອຕາລິດ ແມ່ນມີຄວາມໝາຍທີ່ສຸດ, ແມ່ນແຫຼ່ງລະດົມກຳລັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງໃຫຍ່ຫຼວງສຳລັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນໄລຍະທີ່ຫຍຸ້ງຍາກນີ້.

vovworld.vn

ເຫດການ
302 Found

Found

The document has moved here.