ບັກ​ຢາງ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ການຈຳໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດໃນ​ຕະຫຼາດ​ການ​ຄ້າເອ​ເລັກ​ໂຕ​ນິກ

06:25 | 15/11/2021

ຍ​ສ​ໝ - ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ໃນ​ການຈຳໜ່າຍ​ລິ້ນ​ຈີ​ຖ່ຽວ ປີ 2021, ແຂວງ​ບັກ​ຢາງ​ຈະ​ເຊື່ອມ​ຕໍ່ການຈຳໜ່າຍ​ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ເຊິ່ງມີ​ໝາ​ກ​ກ້ຽງ ກ່​ວາ 48.000 ໂຕນ, ສົ້ມ​ໂອ 36.000 ຕົນ, ໝາກ​ຂຽບ 4.000 ໂຕນ ແລະ ຊີ້ນ​ໝູກ່​ວາ 60.000 ໂຕນ, ຊີ້ນ​ໄກ່ ປະ​ມານ 17.000 ໂຕນ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອ​ງ​ຖິ່ນຫຼາຍຢ່າງ…

ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ບັກ​ຢາງ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ການຈຳໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດໃນ​ຕະຫຼາດ​ການ​ຄ້າເອ​ເລັກ​ໂຕ​ນິກ
ພາບ​ປະ​ກອບ: VOV

ມີ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເກືອບ 60 ສະ​ບັບ ສັ່ງ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ວິ​ສາ​ຫ​ະ​ກິດໃຫຍ່ 50 ແຫ່ງ ໄດ້​ຮັບ​ການ​ລົງ​ນາມ​ຢູ່ກອງ​ປະ​ຊຸມ​ທາງ​ໄກ ສົ່ງ​ເສີມ​ການຈຳໜ່າຍໝາກ​ກ້ຽງ, ໂສ້ມ​ໂອ, ໝາກ​ຂຽບ, ຊີ້ນ​ໝູ, ຊີ້ນ​ໄກ່ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດຫຼັກ, ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງ​ບັກ​ຢາງ ປີ 2021 (ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ຢູ່​ເມືອງ ລຸກ​ງ້ານ, ເຊື່ອມ​ຕໍ່​ໄປ​ຍັງ​ສະ​ຖາ​ນ​ທີ່​ຖ່າຍ​ທອດ​ສົດ 100 ແຫ່ງ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່, ສູນ​ການ​ຄ້າ, ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ,ຮາກ​ຖານ​ແລກ​ປ່ຽນ​ການ​ຄ້າ​ເອ​ເລັກ​ໂຕ​ນິກ…)

ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ໃນ​ການຈຳໜ່າຍ​ລິ້ນ​ຈີ​ຖ່ຽວ ປີ 2021, ແຂວງ​ບັກ​ຢາງ​ຈະ​ເຊື່ອມ​ຕໍ່ການຈຳໜ່າຍ​ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ເຊິ່ງມີ​ໝາ​ກ​ກ້ຽງ ກ່​ວາ 48.000 ໂຕນ, ສົ້ມ​ໂອ 36.000 ຕົນ, ໝາກ​ຂຽບ 4.000 ໂຕນ ແລະ ຊີ້ນ​ໝູກ່​ວາ 60.000 ໂຕນ, ຊີ້ນ​ໄກ່ ປະ​ມານ 17.000 ໂຕນ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອ​ງ​ຖິ່ນຫຼາຍຢ່າງ…

ທ່ານ​ ເລ​ແອັງ​ເຢືອງ, ປ​ະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ​ບັກ​ຢາງ​ໄດ້​ເນັ້ນ​ໜັກ​ວ່າ: “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືການຈຳໜ່າຍ​ໝາກ​ກ້ຽງ​, ໝາກສົ້ມ​ໂອ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫຼັກ​ແຫຼ່ງ​ຂອງ ແຂວງ ບັກ​ຢາງ ໄດ້​ລົງ​ນາມ​ໃນ​ວັນ​ນີ້ ໄດ້​ເປີດ​ແງ່​ຫວັງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ວົງ​ກ້​ວາງ ໃນ​ການ​ນຳ​ໝາກ​ກ້ຽງ, ໝາກສົ້ມ​ໂອ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດຫຼັກ​ແຫຼ່ງ​ຂອງແຂວງບັກ​ຢາງ ໄປ​ຍັງ​ບັນ​ດາ​ຕະຫຼາດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຕິດ​ສະ​ແຕມ​ຍີ່​ຫໍ້, ຕົ້ນ​ກຳ​ເນີດ​, ຫັນ​ບັນ​ດາ​ຊ່ອງ​ຈຳ​ໜ່າຍ​ເປັນຫຼາຍ​ຮູບ​ແບບ ສົມ​ທົບ​ກັບ​ການ​ຂາຍ​ເຄື່ອງ​ແບບ​ດັ້ງ​ເດີມກັບ ການ​ຄ້າ​ເອ​ເລັກ​ໂຕ​ນິກ”.

ໃນ​ຂອບ​ເຂດກອງ​ປະ​ຊຸມ, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມການຈຳໜ່າຍ​ຜະ​ລິດ​ຕະ​ພັນ, ກໍ່ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນຕົ້ນໝາກ​ໄມ້ທີ່​ເປັນບົວ​ (ກີບ) ແລະ ຜະ​ລິດ​ຕະ​ພັນຫຼັກ​ແຫຼ່ງ, ເປັນເອກະລັກພິ​ເສດຂອງທ້ອ​ງ​ຖິ່ນ ແລະ ເລືອກ​ເອົາ 12 ສະ​ຖານ​ທີ່​ເຮືອນ​ສວນຕົ້ນໝາກ​ໄມ້ທີ່​ເປັນບົວ (ກີບ) ​ງາມ, ມີຄົບ​​ບັນ​ດາ​ເງື່ອນ​ໄຂ​ຈັດ​ຕັ້ງ​ການ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ຊື້​ຂາຍ​ຜະ​ລິດ​ຕະ​ພັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.