ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ

06:38 | 29/09/2021

ຍສໝ - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍມີເອກະສານແນະນຳຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຍ້ອງຍໍຊົມເຊີຍ, ໃຫ້ກຳລັງໃຈບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ລົງກວດກາໂຮງໝໍກາງສະຫນາມປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ຢູ່ ພາກເຫນືອ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ລົງກວດກາໂຮງໝໍກາງສະຫນາມປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ຢູ່ ພາກເຫນືອ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. ພາບ:VGP


ເພື່ອໃຫ້ກໍາລັງໃຈບັນດາໝູ່ຄະນະ, ສ່ວນບຸກຄົນ, ກໍາລັງແນວໜ້າໃນການຕ້ານການລະບາດຂອງພະຍາດຢ່າງທັນການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງໃຫ້ກຳລັງໃຈ, ຍ້ອງຍໍ ແລະ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ.ໄລຍະເວລາທີ່ຜ່ານມາ, ຫຼາຍທ້ອງຖິ່ນໄດ້ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນໃນບັນດາວິທີການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19 (ເຊັ່ນ: ເມືອງ 6, ເມືອງ ກູຈີ ຂອງນະຄອນໂຮ່ຈີມິນ ແລະບັນດາແຂວງ ບີ່ງເຢືອງ, ດົ່ງນາຍ... ) .

ພ້ອມດຽວກັນນັ້ນ, ກໍ່ຄວນມີກົນໄກ, ນະໂຍບາຍເອົາໃຈໃສ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳລັງແນວໜ້າຕ້ານໂລກລະບາດ ແລະພໍ່ແມ່, ລູກເຕົ້າຂອງຜູ້ທີ່ຢູ່ແນວໜ້າຕ້ານໂລກລະບາດ.

ໄຊພອນ

ເຫດການ
302 Found

Found

The document has moved here.