ຍົກລະດັບທັກສະແຮງງານຫວຽດນາມ ໃນສະພາບການໃໝ່

16:38 | 06/10/2021

ຍສໝ - ຕອນບ່າຍວັນທີ 4 ຕຸລາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ແລະອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສໍາມະນາສາກົນຕາມຮູບການໂດຍກົງ, ສົມທົບກັບທາງອອນລາຍ, ດ້ວຍຫົວຂໍ້ “ຍົກລະດັບທັກສະແຮງງານຫວຽດນາມ ໃນສະພາບການໃໝ່”.

ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ
ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ
ຍົກລະດັບທັກສະແຮງງານຫວຽດນາມ ໃນສະພາບການໃໝ່
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: TTXVN

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ໄຈ້ແຍກ, ຕີລາຄາບັນດາຜົນກະທົບຈາກພະຍາດໂຄວິດ-19 ສໍາລັບຜູ້ອອກແຮງງານ, ວຽກເຮັດງານທໍາ ແລະ ຕະຫຼາດແຮງງານ ຫວຽດນາມ ໃນໄລຍະສັ້ນ, ໄລຍະຍາວ ກໍ່ຄືໃນສະພາບຖືກຜົນກະທົບຢ່າງແຮງຈາກການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ການຫັນປ່ຽນການລົງທຶນ, ເຕັກໂນໂລຢີ, ຜູ້ອອກແຮງງານທີ່ມີທັກສະໃນວິວັດການເຊື່ອມໂຍງເຂົ້າກັບສາກົນ; ໂດຍແບ່ງປັນບົດຮຽນຈາກສາກົນໃນການຮັບມືກັບໂລກລະບາດ ເພື່ອແນໃສ່ຮັກສາການຜະລິດ, ສະກັດກັ້ນລະບົບສະໜອງແຮງງານຖືກຕັດຂາດ, ກະກຽມຊັບພະຍາກອນມະນຸດທີ່ມີທັກສະໃຫ້ແກ່ການຟື້ນຟູເສດຖະກິດຫຼັງໂລກລະບາດ.

ສະເໜີບັນດາມາດຕະການເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງທັກສະແຫຼ່ງຊັບພະຍາກອນມະນຸດເພື່ອແນໃສ່ຟື້ນຟູ ແລະ ພັດທະນາຕະຫຼາດແຮງງານ; ພິເສດແມ່ນສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານ, ສ້າງທັກສະແຮງງານດັດປັບໃຫ້ເໝາະກັບການປະຕິວັດອຸດສາຫະກໍາ 4.0.

ໄຊພອນ

ເຫດການ
302 Found

Found

The document has moved here.