ນັກ​ຈິດ​ຕະ​ກອນເຊື້ອ​ຊາດ​ຫວຽດ​ນາມ ຊອກ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຜ່ານ​ບັນ​ດາ​ພາບ​ແຕ​້ມ

19:07 | 06/10/2021

ຍ​ສ​ໝ - ນີ້​ແມ່ນ​ງານ​ວາງ​ລະ​ແດງ​ຄັ້ງ​ທີ 4 ຂອງ​ນັກ​ຈິດ​ຕະ​ກອນ ​ທີຫງວຽນ​ເຈືອງ​ມິງ. ລາວ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ພາຍຫຼັງ​ຄວບ​ຄຸມ​ໄດ້ໂລກ​ລະ​ບາດ​ໂຄວິດ - 19, ລາວ​ຈະ​ສືບ​ຕໍ່​ປະ​ຕິ​ບັດຫຼາຍ​ໂຄງ​ການ​ຢູ່ ຫວຽດ​ນາມ ກໍ່​ຄື​ຖ່າຍ​ທອດ​ເຕັກ​ນິກ​ໃນ​ການ​ແຕ້ມ​ພາບ​ດ້ວຍ ວິ​ທີ​ຄະ​ນິດ ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ຢູ່ ຫວຽດ​ນາມ.

ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ
ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ
ນັກ​ຈິດ​ຕະ​ກອນເຊື້ອ​ຊາດ​ຫວຽດ​ນາມ ຊອກ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຜ່ານ​ບັນ​ດາ​ພາບ​ແຕ​້ມ
ນັກ​ຈິດ​ຕະ​ກອນ ​ທີຫງວຽນ​ເຈືອງ​ມິງ ແລະ ທ່ານ ຫງວຽນ​ວັນ​ຖາວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ລາ​ຊະ​ອາ​ນາ​ຈັກ ແບ​ນ​ຊິກ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 4 ຕຸ​ລາ ​ຢູ່ ບ​ຣຸກ​ແຊນ, ນັກ​ຈິດ​ຕະ​ກອນ​ທີຫງວຽນ​ເຈືອງ​ມິງ (ຊາວ​ແບນ​ຊິກ​ເຊື້ອ​ຊາດ ຫວຽດ) ໄດ້​ແນະ​ນຳ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ຫົວ​ຂ​ໍ້ “ກົກ​ເຄົ້າ​ເຫງົ້າ​ກໍ”. ບັນ​ດາ​ພາບ​ແຕ້ມທີ່​ມີ​ສີ​ຂາວ​ດຳ ໄດ້​ແຕ້ມ​ດ້ວຍວ​ິ​ທີ​ຄະ​ນິດ ໃນ​ເຈ້ຍ​ຂາວ ໄດ້​ພັນ​ລະ​ນາການ​ດຳ​ລົ​ງ​ຊີ​ວິດ​ຂອງ​ຄອບ​ຄົວ​ຢູ່ ຫວຽດ​ນາມ.

ນັ້ນ​ແມ່ນ​ຮູບ ຕາ​ຍາຍ​ຂອງ ນັກ​ຈິດ​ຕະ​ກອນ ທີຫງວຽນ​ເຈືອງ​ມິງ, ໂຕ​ຄວາຍ, ຮົ້ວສຸມໄມ້ໄຜ່ ຫຼື ໄມ້ຖູ່ ເຊິ່ງ​ແມ່ນ​ວັດ​ຖຸ​ທີ່​ຂາດ​ບໍ່​ໄດ້​ໃນ​ຄາບ​ເຂົ້າ​ຂອງ​ຊາວ​ຫວຽດ​ນາມ… ສິ່ງ​ພິ​ເສດ​ແມ່ນ​ບັນ​ດາ​ພາບ​ແຕ້ມ​ຂອງ ທິ​ຫງວຽນ ​ລ້ວນ​ແຕ່​ໄດ້​ແຕ້ມ​ດ້ວຍ​ວິ​ທີ​ຄະ​ນິດ.

ທ່ານ ຫງວຽນ​ວັນ​ຖາວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ລາ​ຊະ​ອາ​ນາ​ຈັກ ແບ​ນ​ຊິກ ໄດ້​ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ຮັບ​ຊົມ​ບັນ​ດາ​ຜົນ​ງານ​ຂອງ​ນັກ​ຈິດ​ຕະ​ກອນ ທິ​ຫງວຽນ​ເຈືອງ​ມິງ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ປາດ​ຖະ​ໜາ​ວ່າ ໄວ​ໜຸ່ມ​ຫວຽດ​ນາມ ລຸ້ນ​ຄົນ​ທີ 2 ຢູ່ ແບນ​ຊິກ ຍາມ​ໃດ​ກ​ໍ່​ຈະຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຮັກ​ຊາດ, ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບ້ານ​ເກີດ​ເມືອງນອນ ແລະ ແຜ່​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.