ສຳເນົາເອກະສານຂອງວັກຊິນ Nano Covax ໄດ້ສົ່ງໄປເຖິງສະພາໃຫ້ຄຳປຶກສາການອອກໃບຈົດທະບຽນການນຳໃຊ້ຢາ

15:23 | 20/09/2021

ຍສໝ - ຕອນບ່າຍວັນທີ 18 ກັນຍາ, ສະພາຈັນຍາບັນໃນການຄົ້ນຄ້ວາການແພດຊີວະສາດແຫ່ງຊາດ (ສະພາຈັນຍາບັນ) ໄດ້ຈັດກອງປະຊຸມພິຈາລະນາ, ຕີລາຄາວັກຊິນກັນໂຄວິດ - 19 Nano Covax.

ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX
ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3 ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3
ພາບປະກອບ
ພາບປະກອບ

ສະພາຈັນຍາບັນ ໄດ້ຮັບຮອງເອົາບົດລາຍງານການຄົ້ນຄ້ວາທົດລອງສັກວັກຊິນຕໍ່ຄົນ ກາງໄລຍະທີ 3 ກັບວັກຊິນ Nano Covax. ວັກຊິນ Nano Covax ກໍ່ບັນລຸໄດ້ບັນດາຄວາມຕ້ອງການກ່ຽວກັບຄວາມປອດໄພ ແລະ ລັກສະນສ້າງພູມຕ້ານທານ.

ໂດຍໄດ້ຮູ້ວ່າ ສຳເນົາເອກະສານ, ຖານຂໍ້ມູນຂອງ ວັກຊິນ Nano Covax ທັງໝົດໄດ້ສົ່ງໄປເຖິງ ຄະນະປະຈຳສະພາໃຫ້ຄຳປຶກສາອອກໃບຈົດທະບຽນນຳໃຊ້ຢາ, ວັດຖຸດິບຜະລິດຢາ (ສະພາໃຫ້ຄຳປຶກສາ). ກະຊວງສາທາລະນະສຸກໄດ້ສືບຕໍ່ພິຈາລະນາກ່ອນທີ່ຈະຍື່ນສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອສະເໜີອອກໃບອະນຸຍາດໂດຍດ່ວນ.

ນີ້ແມ່ນຄັ້ງທີ 2, ສະພາຈັນຍາບັນ ໄດ້ຈັດກອງປະຊຸມປະເມີນໝາກຜົນການທົດລອງສັກວັກຊິນ Nano Covax ຕໍ່ຄົນ ໄລຍະທີ 3.

ກ່ອນໜ້ານັ້ນໃນວັນທີ 27 ສິງຫາ, ສະພາຈັນຍາບັນ ໃຫ້ຮູ້ວ່າ ໄດ້ຕົກລົງເຫັນດີຕໍ່ໝາກຜົນຂອງການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະ 3.

ໄຊພອນ

ເຫດການ
302 Found

Found

The document has moved here.