ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ)

12:07 | 04/04/2024

ຍສໝ - ວັນ​ທີ 1 ​ເມສາ 2024, ​ໃນ​ລາຍການ​ຢູ່ ສ.​ເກົາຫຼີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ນາງ ເລທິທູຮັ່ງ ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk; ມີບັນດາການ​ພົບ​ປະ, ແລກປ່ຽນ​ກັບ​ສະມາຄົມຊາວ ຫວຽດນາມ ຢູ່ Jeonbuk ​ແລະ Jeonam Gwang Ju.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ກ່າວ​ຄຳ​ປາໄສ​ກັບ​ປະຊາ​ຄົມ​ຢູ່​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ ​ໃຫ້​ຮູ້​ວ່າ ພັກ, ລັດ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກ​​ຊາດ​ ຫວຽດນາມ ໄດ້; ມີ​ນະ​ໂຍບາຍ​ເບິ່ງ​ແຍງ, ໜູນ​ຊ່ວຍ​ປະຊາຊົນ​ໃຫ້ມີຄວາມເປັນປົກກະຕິ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະຈຳຖິ່ນໄດ້ເປັນຢ່າງດີ; ພ້ອມ​ກັນ​ນັ້ນ ກໍ່ຊຸກຍູ້, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ອວ່າຍໜ້າເມືອຫາ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ. ບັນດາຄະນະສະມາຄົມ​ຊາວ ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດມີບົດບາດສຳຄັນ, ເປັນ “ບ່ອນອີງ”, ເປັນກຳລັງຫຼັກແຫຼ່ງໃນການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ລັດ ໃນການປຸກລະດົມ, ໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ທ່ານ​ຮອງ​ລັດຖະມົນຕີ ໄດ້​ຕີ​ລາຄາ​ສູງ ແລະ ຍ້ອງຍໍຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໃນ​ການ​ເຊື່ອມ​ໂຍງ, ພັດທະນາຢູ່ປະເທດປະຈຳຖິ່ນ ​ແລະ ບັນດາການ​ປະກອບສ່ວນໃຫ້ບ້ານ​ເກີດ​ເມືອງ​ນອນ; ເຊື່ອ​ໝັ້ນ​ວ່າ ບັນດາສະ​ມາ​ຄົມຊາວ ຫວຽດ​ນາມ ຢູ່ ສ.ເກົາ​ຫຼີ ຍາມໃດກໍ່ຈະ​ສາມັກຄີ, ນັບມື້ນັບພັດທະນາ ແລະ ອວ່າຍເມືອຫາກົກເຫງົ້າເຄົ້າກໍ.

ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ)

ທ່ານ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ຫ້ອງ​ການ​ສະ​ມາ​ຄົມຊາວ ​ຫວຽດ​ນາມ ຢູ່ Jeonbuk.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມຊົມ​ເຊີຍ​ສະ​ມາ​ຄົມຊາວ ຫວຽດ​ນາມ ຢູ່ Jeonbuk ໃນ​ການ​ເປີດ​ຫ້ອງ​ການ​ສະ​ມາ​ຄົມ ດ້ວຍພື້ນທີ່​ມີຄຸນລັກສະນະຈຳເພາະ ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ສະ​ມາ​ຄົມ. ນີ້ບໍ່ແມ່ນພຽງແຕ່ສໍານັກງານເຮັດວຽກ, ຫາກຍັງແມ່ນເຮືອນລວມ, ແມ່ນຈຸດນັດພົບ, ເຕົ້າໂຮມຂອງປະຊາຊົນໃນເຂດນີ້.

ທ່ານ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ກໍ່​ຕີ​ລາຄາ​ສູງ​ບັນດາ​ຊຸດ​ຮຽນພາສາ ຫວຽດນາມ ທີ່​ໄດ້ຈັດຕັ້ງ​ຢູ່​ທີ່​ນີ້, ພ້ອມກັນນັ້ນ ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຄະນະ​ກຳມະການ ຈະສືບ​ຕໍ່​ໜູນ​ຊ່ວຍ​ຫຼັກສູດ ​ແລະ ຈັດ​ຕັ້ງ​ຊຸດ​ບຳລຸງ​ສ້າງ​, ຍົກລະດັບວິຊາສະເພາະສ້າງຄູໃຫ້ແກ່ບັນດາອາສາສະໝັກສອນ​ພາສາ​ ຫວຽດນາມ.

ທ່ານ​ຮອງ​ລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ສະມາຄົມ​ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ມີ​ບົດບາດ​ຫຼັກ​ໝັ້ນ​ໃນ​ການ​ເຕົ້າ​ໂຮມ​ປະຊາຊົນ, ອະນຸລັກ​ຮັກສາ​ພາສາ ແລະ ວັດທະນະທຳ ຫວຽດນາມ ​ໃນ​ຊຸມ​ຊົນ; ​ເອົາ​ໃຈ​ໃສ່ບູລະນະການຈັດ​ຕັ້ງກົງຈັກ, ຈັດຕັ້ງຫຼາຍການເຄື່ອນໄຫວ​ຢ່າງແທດຈິງ ເພື່ອ​ຕິດພັນ​ປະຊາຊົນ; ຕັ້ງໜ້າ​ຕອບ​ສະໜອງ, ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວໂດຍຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ແລະ ສະຖານທູດ​ ຈັດຕັ້ງໃຫ້ປະຊາຊົນຄື: ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ, ຄະນະຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄປຢ້ຽມຢາມ ​ເຈື່ອງ​ຊາ, ຄ້າຍພັກແລ້ງຫວຽດນາມ... ຫວັງ​ວ່າ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແຕ່ລະຄົນ ຈະເສີມຂະຫຍາຍບົດບາດເປັນ​ທູດ​ວັດທະນະທຳ, ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນໃນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ໃຫ້ຫຼາຍກວ່າອີກ.
ຕາງໜ້າ​ໃຫ້​ປະຊາ​ຄົມ​ຢູ່​ທີ່​ນີ້, ທ່ານປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່ Jeonbuk ນາງ ອືງຢ້ຽວລິງ ແລະ ທ່ານປະທານ​ສະມາຄົມຊາວ ຫວຽດນາມ ຢູ່ Jeonam Gwang Ju ຫງວຽນຫວຽດຟ່ອງ ໄດ້​ສະແດງຄວາມຂອບ​ໃຈ​ພັກ ​ແລະ ລັດ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ໜູນຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ຮັກສາ​ສະຖຽນ​ລະ​ພາບ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ສາມັກຄີ, ຮັກ​ແພງຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນເພື່ອພັດທະນາ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ປະຈຳຖິ່ນ ​ແລະ ສ້າງສາ​ແບບຢ່າງ​ທີ່​ດີ​ຂອງ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ປະຊາຄົມຊາວຫວຽດນາມ ຢູ່ແຂວງ Jeonbuk ມີປະມານ 15.000 ຄົນ, ສ່ວນຫຼາຍແມ່ນນັ
ກສຶກສາ, ຄົນງານ ແລະ ໄປເປັນໄພ້ (ກວມເອົາ 1,7% ຂອງຍອດຈຳນວນຊາວຫວຽດນາມ ຢູ່ ສ.ເກົາຫຼີ). ປະຊາຊົນ​ສາມັກຄີ, ດຸ​ໝັ່ນ, ປະຕິບັດ​ກົດໝາຍ​ເປັນ​ຢ່າງ​ດີ ແລະ ມີບັນດາປະກອບສ່ວນ​ທີ່ແທດ​ຈິງ​ໃຫ້​ປະຈຳຖີ່ນ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ແລະ ເປັນ​ຂົວ​ຕໍ່​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ ແລະ ພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.