ກອງ​ປະ​ຊຸມ​ທາງ​ໄກລະ​ຫວ່າງ ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19

06:25 | 27/09/2021

ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ກັບປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆກ່ຽວກັບບັນດາມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19.

ລັດ​ຖະ​ບ​ານ​ຮ່ວມ​ເດີນ​ທາງ​, ຊ່ວຍ​ເຫຼືອ​ວິ​ສາ​ຫ​ະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ ລັດ​ຖະ​ບ​ານ​ຮ່ວມ​ເດີນ​ທາງ​, ຊ່ວຍ​ເຫຼືອ​ວິ​ສາ​ຫ​ະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ
ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂົ້າຮ່ວມກອງປະຊຸມຢູ່ຈຸດເຊື່ອມຕໍ່ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ ມີບັນດາທ່ານເລຂາຄະນະພັກແຂວງ, ນະຄອນ; ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ; ການນຳບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ແທນ, ຜູ້ຕາງໜ້າວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດຢູ່ທ້ອງຖິ່ນຕ່າງໆ ຈຳນວນ 1.200 ທ່ານ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ບົນເນື້ອໃນຈິດໃຈ “ຍິ່ງປະສົບກັບຄວາມຫຍຸ້ງຍາກ, ຍິ່ງສັບສົນ ຕ້ອງຍິ່ງມີຄວາມສາມັກຄີ, ຍິ່ງມີປະຊາທິປະໄຕ, ຮັບຟັງຄຳເຫັນຂອງກັນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ”, ທ່ານນາຍົກລັດຖະມົນຕີມີຄວາມປາດຖະໜາຢາກສືບຕໍ່ຮັບຟັງຄຳເຫັນຂອງປະຊາຄົມວິສາຫະກິດ, ຊອກຫາມາດຕະການຊຸກຍູ້ການຜະລິດດຳເນີນທຸລະກິດ, ໜູນຊ່ວຍບັນດາວິສາຫະກິດ, ພ້ອມກັບທົ່ວປະເທດ “ປັບຕົວໃຫ້ແທດເໝາະກັບສະພາບ ຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນ”, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ.

“ພວກເຮົາຕ້ອງຊອກຫາວິທີເພື່ອປັບຕົວໃຫ້ແທດເໝາະກັບສະພາບໂລກລະບາດນີ້, ພວກເຮົາຕ້ອງສືບຕໍ່ດຳເນີນການພົບປະແລກປ່ຽນຕື່ມອີກ ແລ້ວແກ້ໄຂເທື່ອລະກ້າວ, ຮັບຟັງຄຳຄິດເຫັນຂອງກັນ, ເຄົາລົບເຊິ່ງກັນແລະກັນເພື່ອພ້ອມກັນປຶກສາຫາລືຊອກຫາມາດຕະການແກ້ໄຂ ເພື່ອທັງຕ້ານໂລກລະບາດໄດ້ເປັນຢ່າງດີ ທັງພັດທະນາເສດຖະກິດ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ໄດ້ຍົກອອກ 6 ຂໍ້ສະເໜີແນະ, ໃນນັ້ນ ໄດ້ສະເໜີໃຫ້ທ້ອງຖິ່ນຕ່າງໆຈົ່ງສ້າງ ແລະ ປະກາດແຜນການຟື້ນຟູເສດຖະກິດໃນສະພາບການໃໝ່ໂດຍດ່ວນ. ພ້ອມດຽວກັນນັ້ນ, ພ້ອມກັບບັນດາວິສາຫະກິດ, ເປັນເຈົ້າການຄົ້ນຄວ້າ, ເປັນເອກະພາບກ່ຽວກັບແບບວິທີ, ເງື່ອນໄຂຈັດຕັ້ງການຜະລິດ, ດຳເນີນທຸລະກິດຢ່າງຮອດໄພ, ຮັບມືກັບການຜັນແປຂອງໂລກລະບາດຢູ່ທ້ອງຖິ່ນ ແລະ ສ້າງເງື່ອນໄຂຕົວຈິງໃຫ້ແກ່ວິສາຫະກິດ; ຈຳກັດການປິດປະຕູໂຮງຈັກໂຮງງານຢ່າງສຸດຂີດ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ ແລະ ກອງປະຊຸມ, ການພົບປະແລກປ່ຽນ, ໂອ້ລົມຄັ້ງຕ່າງໆທີ່ຈັດຂຶ້ນໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມຮັບຜິດຊອບຂອງບັນດານັກທຸລະກິດ, ຄວາມຄາດຫວັງຂອງຊາດ, ຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງປະເທດຫວຽດນາມ ທີ່ສະຫງົບສຸກ ແລະ ພັດທະນາ. ລັດຖະບານຈະຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນດາຢ່າງສຸດຂີດເພື່ອໃຫ້ອຳນາດການປົກຄອງໃກ້ຊິດກັບປະຊາຊົນ, ໃກ້ຊິດກັບວິສາຫະກິດຫຼາຍກວ່າ, ເພື່ອໃຫ້ວິສາຫະກິດມີຄວາມໃກ້ຊິດສະໜິດສະໜົມກັບອຳນາດການປົກຄອງໄວກວ່າ.

ສຳລັບບັນດາຂໍ້ສະເໜີແນະຂອງວິສາຫະກິດ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ລັດຖະບານພວມພ້ອມກັບ ສະພາແຫ່ງຊາດ ພະຍາຍາມຮ່ວມເດີນທາງພ້ອມກັບວິສາຫະກິດ, ບົນເນື້ອໃນຈິດໃຈ “3 ບໍ່ ແລະ 5 ຈິງ”, ນັ້ນແມ່ນ ບໍ່ເວົ້າລ້າໆ, ບໍ່ເວົ້າຍາກ, ບໍ່ເວົ້າເຮັດແຕ່ບໍ່ເຮັດ, ຄິດຈິງ, ເວົ້າຈິງ, ທຳຈິງ, ມີປະສິດທິຜົນຢ່າງແທ້ຈິງ ແລະ ປະຊາຊົນ ແລະ ວິສາຫະກິດໄດ້ຊົມໃຊ້ຜົນງານນັ້ນຢ່າງແທ້ຈິງ”.

vovworld.vn

ເຫດການ
302 Found

Found

The document has moved here.