ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ

16:35 | 15/09/2021

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 19 ກັນ​ຍາ, ສູນ​ອາ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ທັງ​ລອງ - ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ​ລາຍ​ການ​ວາງ​ສະ​ແດງ ວັນ​ບຸນ​ໄຫວ້​ພະ​ຈັນ ປີ 2021 ດ້ວຍ​ຮູບ​ແບບ​ທາງ​ໄກ ທີ່​ມີ​ຫົວ​ຂໍ້​ວ່າ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ເວັບ​ໄຊ hoangthanhthanglong.vn ແລະ trungbayonline.hoangthanhthanglong.vn.

ຮ່າ​ໂນ້ຍ ອາດ​ຈະ​ແກ່​ຍາວ​ການ​ລ໋ອກ​ດາວ​ຕື່ມ​ອີກ​ຢ່າງ​ໜ້ອຍ​ສຸດ 7 ວັນ ນັບ​ແຕ່​ວັນ​ທີ 6 ກັນ​ຍາ ຮ່າ​ໂນ້ຍ ອາດ​ຈະ​ແກ່​ຍາວ​ການ​ລ໋ອກ​ດາວ​ຕື່ມ​ອີກ​ຢ່າງ​ໜ້ອຍ​ສຸດ 7 ວັນ ນັບ​ແຕ່​ວັນ​ທີ 6 ກັນ​ຍາ
ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ
ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ
ພາ​ເຂົ້າ​ວັນ​ບຸນ​ໄຫວ້​ພະ​ຈັນ (ພາບ: TTXVN)

ລາຍ​ການ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫ້​ວ​ພະ​ຈັນ​ເຕົ້າ​ໂຮມ” ຈະ​ສ້າງແບບຈຳລອງພາ​ເຂົ້າ​ວັນ​ບຸນ​ໄຫວ້​ພະ​ຈັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຊາວ​ຮ່າ​ໂນ້ຍ​ ໄລຍະຕົ້ນສະ​ຕະ​ວັດ​ທີ XX ໂດຍ​ອີງ​ໃສ່​ບັນ​ດາ​ເອ​ກະ​ສານ​ພາບ​ແຕ້ມ, ບົດບັນ​ທຶກຂອງ Henri Oger, ຫງວຽນ​ຕວັນ, ຟານ​ເກ໊ບິ່ງ, ຫວູ​ບັ່ງ…

ໃນ​ພາ​ເຂົ້າ​ຂອງວັນ​ບຸນ​ໄຫວ້​ພະ​ຈັນ, ມີທ່ານປະລິນຍາເອກ​ທີ່ເຮັດ​ດ້ວຍ​ເຈ້ຍ​ໄດ້​ວາງ​ຢູ່​ທີ່​ຕັ້ງ​ທີ່​ສົມ​ກຽດ​ທີ່​ສຸດ ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຫວັງ​​ຢາກ​ລູກຫຼານຮຽນ​ເກັ່ງ, ປະ​ສົບ​ຜົນ​ສຳ​ເລັດ. ຖັດ​ຈາກ​ນັ້ນ​ແມ່ນ ເຂົ້າ​ໜົມ​ໄຫວ້​ພະ​ຈັນພ້ອ​ມກັບ​ໝາກ​ໄມ້​ຊະ​ນິດ​ຕ່າງໆ.

ຄ່ຳ​ຄື​ນ​ວັນ​ບຸນ​ໄຫວ້​ພະ​ຈັນ, ທັງ​ຄອບ​ຄົວ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ພາ​ເຂົ້າ, ເດັກ​ນ້ອຍ​ຈັດ​ຕັ້ງ​ການ​ແຫ່ໂຄມໄຟ, ແຂ່ງ​ຂັນ​ໂຄງ​ໄຟ, ຟ້ອນ​ສິງ​ໂຕ, ຫຼິ້ນ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ, ຜູ້​ໃຫຍ່​ຈະ​ຊົມ​ພະ​ຈັນ, ກິນ​ເຂົ້າ​ໜົມ ແລະ ດື່ມນ້ຳຊາ.

ຜ່ານ​ການ​ວາງ​ສະ​ແດງ, ແຂກເຂົ້າ​ຊົມ​ຈ​ະ​ໄດ້​ສຳ​ຜັດ​ກັບ​ເຄື່ອງຫຼິ້ນ​ຊະ​ນິດ​ຕ່າງໆ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຕາມ​ຮູບ​ແບບ​ດັ້ງ​ເດີມ​ຜ່ານ​ສີ​ມື​ຂອງ​ບັນ​ດາ​ນັກ​ສິ​ລ​ະ​ປິນ ຢູ່​ເມືອງ​ເກົ່າ ແລະ ໝູ່​ບ້ານ​ຫັດ​ທະ​ກຳ​ຢູ່​ອ້ອມແອ້ມ​ເມືອງ​ທັງ​ລອງ. ບັນ​ດາ​ແຫຼ່ງ​ເອ​ກະ​ສານ​ຈາກ ຫໍ​ພິ​ພິ​ທ​ະ​ພັນ Quai Branly (ປະ​ເທດ ຝ​ລັ່ງ) ໃນ​ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ XX, ຢູ່​ຮ່າ​ໂນ້ຍເຄື່ອງ​ຫຼິ້ນ ວັນ​ບຸນ​ໄຫວ້​ພະ​ຈັນ ແມ່ນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ ເຊິ່ງໄດ້​ເຮັດ​ຈາກວັດ​ຖຸຫຼາຍ​ຊະ​ນິດ​ທີ່​ແຕກ​ຕ່າງ​ກັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.