![]() | ສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ GCC |
![]() | ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ |
້ເຫດການນີ້ ໄດ້ເຕົ້າໂຮມຜູ້ຕາງໜ້າບັນດາອົງການຄຸ້ມຄອງ, ວິສາຫະກິດ, ນັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ, ນະວັດຕະກຳ ແລະ ການພັດທະນາແບບຍືນຍົງໃນຂົງເຂດເສດຖະກິດສີຂຽວ.
ເຂົ້າຮ່ວມໂຄງການມີທ່ານນາງ Sarah Hooper, ກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈິມິນ; ທ່ານນາງ ຫງວຽນທິຫງອກຢ້ຽບ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີນເທີ; ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ອົງການພັດທະນາ.
![]() |
ທ່ານນາງ Sarah Hooper, ກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈິມິນ ກ່າວຄຳປາໄສທີ່ເຫດການ. (ພາບ: Ha Vy) |
ການຮ່ວມມືເພື່ອອະນາຄົດສີຂຽວ
ກ່າວຄຳປາໄສທີ່ນີ້, ທ່ານນາງ Sarah Hooper ໄດ້ເນັ້ນໜັກເຖິງບົດບາດພິເສດຂອງເຂດທົ່ງພຽງແມ່ນ້ຳຂອງ - “ຫົວໃຈ” ຂອງລະບົບສະບຽງອາຫານຂອງ ຫວຽດນາມ, ແມ່ນສະໜອງເຂົ້າສານ ແລະ ອາຫານທະເລໃຫ້ທົ່ວປະເທດຢ່າງຫຼວງຫຼາຍ. ທ່ານນາງຢືນຢັນວ່າ ລັດຖະບານ ອົດສະຕາລີ ຍາມໃດກໍ່ພ້ອມກັບ ຫວຽດນາມ ໃນບັນດາຄວາມມານະພະຍາຍາມຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການພັດທະນາເສດຖະກິດຂຽວ ແລະ ຍືນຍົງຢູ່ພາກພື້ນນີ້.
![]() |
ນັກວິທະຍາສາດສະເຫນີບັນຫາທີ່ຫນ້າສົນໃຈຢູ່ໃນເຫດການ. (ພາບ: Ha Vy) |
ຕາມທ່ານນາງ Sarah Hooper ແລ້ວ, ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໃນບັນດາການເຄື່ອນໄຫວຄົ້ນຄ້ວາກະສິກຳ, ນະວັດຕະກຳ, ການສຶກສາ ແລະ ການເຄື່ອນໄຫວເຊື່ອມຕໍ່ທຸລະກິດ. ໃນເດືອນສິງຫາ 2023, ອົດສະຕຣາລີ ໄດ້ປະກາດຊຸດສະໜັບສະໜູນມູນຄ່າ 94.5 ລ້ານ AUD ໃຫ້ແກ່ໂຄງການປັບຕົວກັບການປ່ຽນແປງດິນຟ້າອາກາດໃນເຂດທົ່ງພຽງແມ່ນ້ຳຂອງ. ໃນ 2 ປີຜ່ານມາ, ໂຄງການ BPP ໄດ້ລົງທຶນ 2,5 ລ້ານ AUD, ປະກອບສ່ວນປັບປຸງຄວາມທົນທານຕໍ່ກັບການປ່ຽນແປງດິນຟ້າອາກາດ, ຢັ້ງຢືນປະສິດທິຜົນຂອງການລົງທຶນຕາມເປົ້າໝາຍ, ສົມທົບກັບນະວັດຕະກໍາຈາກພາກເອກະຊົນ ແລະ ການຊ່ວຍເຫຼືອການຄຸ້ມຄອງຂອງລັດ.
“ບັນດາຄວາມມານະພະຍາຍາມນີ້ແມ່ນບັນດາບາດກ້າວກໍ່ສ້າງເຂດທົ່ງພຽງແມ່ນ້ຳຂອງທີ່ມີຂະໜາດແໜ້ນແຟ້ນ, ໝັ້ນຄົງທາງດ້ານສິ່ງແວດລ້ອມ, ຜົນສຳເລັດຂອງ BPP ສະແດງໃຫ້ເຫັນເຖິງຮູບການຮ່ວມມືຢ່າງກວ້າງຂວາງລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ນະວັດຕະກຳ ແລະ ການສຶກສາ”, ທ່ານນາງ Hooper ເນັ້ນໜັກ.
ຊຸກຍູ້ນະວັດຕະກໍາກະສິກຳແບບຍືນຍົງ
ທີ່ງານບຸນ, ບັນດານັກທຸລະກິດໄດ້ແນະນຳຫຼາຍຮູບແບບ ແລະ ວິທີແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄື: ການປະກັນໄພດິນຟ້າອາກາດເພື່ອຊ່ວຍເພີ່ມທະວີຄວາມທົນທານຕໍ່ດິນຟ້າອາກາດໃຫ້ແກ່ກະສິກຳ, ຮູບແບບການລ້ຽງກຸ້ງ-ປ່າຢູ່ໃຕ້ນ້ຳເຄັມ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ, ແລະ ພັດທະນາການປູກຝັງປັບຕົວເພື່ອສ້າງຊີວິດການເປັນຢູ່ຂອງປະຊາຊົນຢ່າງໝັ້ນຄົງ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກທີ່ເຫດການ. (ພາບ: Ha Vy) |
ທ່ານ ຫງວຽນແອງຟອງ, ຮອງຜູ້ອຳນວຍການສະຖາບັນຍຸດທະສາດ ແລະ ນະໂຍບາຍກະສິກຳ ແລະ ສິ່ງແວດລ້ອມ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ໃຫ້ຮູ້ວ່າ ປະຈຸບັນ, ທ່າອ່ຽງພັດທະນາກະສິກຳພວມຫັນປ່ຽນຈາກການເຕີບໂຕຂອງຜົນຜະລິດໄປສູ່ມູນຄ່າ ແລະ ການເຕີບໂຕແບບຍືນຍົງ, ສຸມໃສ່ຫັນກະສິກຳເປັນດິຈິຕອລ ແລະ ນຳໃຊ້ເຕັກໂນໂລຢີສູງໃນການຄຸ້ມຄອງຕ່ອງໂສ້ການສະໜອງ. ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງລະບົບນິເວດເສດຖະກິດຊົນນະບົດ, ເສີມຂະຫຍາຍການຜະລິດ - ປຸງແຕ່ງ - ການບໍລິໂພກເຊື່ອມໂຍງລະຫວ່າງວິສາຫະກິດ, ສະຫະກອນ ແລະ ຊາວກະສິກອນ.
ຕາມທິດຮອດປີ 2030, ສະຖາບັນໄດ້ວາງເປົ້າໝາຍການເຕີບໂຕ GDP ຂອງຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງໃຫ້ບັນລຸ 4%/ປີ ຮອດປີ 2025; ສະມັດຕະພາບແຮງງານເພີ່ມຂຶ້ນສະເລ່ຍ 5,5-6%/ປີ; ວົງເງິນສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງບັນລຸ 65 ຕື້ USD ໃນປີ 2025 ແລະ ສູ້ຊົນບັນລຸ 100 ຕື້ USD ໃນປີ 2030.
ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ
ນັບແຕ່ປີ 2016 ເປັນຕົ້ນມາ, ລັດຖະບານອົດສະຕຣາລີ ໄດ້ລົງທຶນ 9,4 ລ້ານ AUD ຜ່ານ BPP ຢູ່ ຫວຽດນາມ, ໜູນຊ່ວຍ 16 ຄູ່ຮ່ວມມືພາກເອກະຊົນໃນຂົງເຂດການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕະຫຼາດກາກບອນແບບຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ຄົນພິການ. ບັນດາໂຄງການເຫຼົ່ານີ້ໄດ້ລະດົມທຶນສົມທົບທຶນຈາກພາກເອກະຊົນຕື່ມອີກ 13,6 ລ້ານ AUD, ສະແດງໃຫ້ເຫັນປະສິດທິຜົນຂອງການສົມທົບຊັບພະຍາກອນຂອງລັດ - ເອກະຊົນເພື່ອແກ້ໄຂສິ່ງທ້າທາຍດ້ານການພັດທະນາ.
ເຫດການຢູ່ ເກີນເທີ ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການເຊື່ອມຈອດການລົງທຶນສີຂຽວເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ, ພ້ອມກັນມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ, ຮອບດ້ານ ແລະ ທົນທານຕໍ່ດິນຟ້າອາກາດ.
* ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ເກີນເທີ, ໄດ້ດຳເນີນລາຍການສົນທະນາໂຕະມົນກ່ຽວກັບຂະແໜງປະມົງ ດ້ວຍຫົວຂໍ້ “ຊຸກຍູ້ນະວັດຕະກຳ ແລະ ເສດຖະກິດວົງວຽນການລ້ຽງປາຢູ່ຫວຽດນາມ”, ໂດຍອົງການຮ່ວມມືສາກົນ ເຢຍລະມັນ (GIZ) ສົມທົບກັບບັນດາອົງການຄູ່ຮ່ວມມືຈັດຕັ້ງ.
ຫດການດັ່ງກ່າວໄດ້ດຶງດູດຜູ້ແທນ 100 ກວ່າຄົນ, ໃນນັ້ນມີຜູ້ຕາງໜ້າບັນດາວິສາຫະກິດຜະລິດ, ປຸງແຕ່ງ, ສົ່ງອອກ, ວິສາຫະກິດເຕັກໂນໂລຢີສະມາຄົມອຸດສາຫະກຳ, ອົງການຄຸ້ມຄອງສູນກາງ ແລະ ທ້ອງຖິ່ນ, ອົງການສາກົນ ແລະ ບໍ່ຂຶ້ນກັບລັດຖະບານ ແລະ ອົງການສື່ມວນຊົນ.
ນີ້ແມ່ນເຫດການປະຈຳປີໃນຂອບເຂດຂໍ້ລິເລີ່ມການຮ່ວມມືລະຫວ່າງພາກລັດ - ເອກະຊົນໃນຂະແໜງການປະມົງ (PPP) ໂດຍກົມການປະມົງ ແລະ GIZ ໄດ້ຈັດຕັ້ງແຕ່ປີ 2014, ຜ່ານ “ໂຄງການປັບປຸງການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ” (MCRP).
ຕາມການຕີລາຄາທີ່ເຫດການດັ່ງກ່າວ, ດ້ວຍວົງເງິນສົ່ງອອກປະມານ 4 ຕື້ USD ໃນປີ 2024, ອຸດສາຫະກຳກຸ້ງສືບຕໍ່ມີບົດບາດສຳຄັນໃນພື້ນຖານເສດຖະກິດການປະມົງຂອງຫວຽດນາມ. ນະວັດຕະກໍາ, ໂດຍສະເພາະໃນການນໍາໃຊ້ວິທະຍາສາດແລະເຕັກໂນໂລຢີ, ກາຍເປັນທິດທາງຍຸດທະສາດເພື່ອຊ່ວຍປັບປຸງປະສິດທິພາບການຜະລິດ, ຄວາມສາມາດໃນການຄຸ້ມຄອງແລະເພີ່ມມູນຄ່າຂອງຕ່ອງໂສ້ອຸດສາຫະກໍາ.
ການໂອ້ລົມສົນທະນາທີ່ເວທີປາໄສໄດ້ຢືນຢັນວ່າ ຮູບແບບເສດຖະກິດວົງເງິນແມ່ນເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ຂະແໜງການສິນໃນນ້ຳຂອງຫວຽດນາມ: ຈາກການຫຼຸດຜ່ອນສິ່ງເສດເຫຼືອ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ເຖິງການເພີ່ມມູນຄ່າຈາກຜົນຜະລິດ. ສົມທົບກັບນະວັດຕະກຳດ້ານເຕັກໂນໂລຊີ ແລະ ຮູບແບບທຸລະກິດທີ່ສ້າງສັນ, ເສດຖະກິດວົງວຽນບໍ່ພຽງແຕ່ຊ່ວຍປັບປຸງຄວາມສາມາດໃນການແຂ່ງຂັນເທົ່ານັ້ນ, ແຕ່ຍັງປະກອບສ່ວນເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ແລະ ຊຸມຊົນທ້ອງຖິ່ນອີກດ້ວຍ.
ຜູ້ແທນຫຼາຍທ່ານໄດ້ເຫັນດີເປັນເອກະສັນກັນວ່າ, ຕ້ອງເສີມຂະຫຍາຍທ່າແຮງຂອງຂະແໜງກຸ້ງຫວຽດນາມ ໂດຍຜ່ານການປະດິດສ້າງ ແລະ ເພີ່ມປະສິດທິຜົນຜົນຜະລິດ, ເພີ່ມມູນຄ່າເພີ່ມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຢືນຢັນທີ່ຕັ້ງຂອງຂະແໜງກຸ້ງຫວຽດນາມ ຢູ່ຕະຫຼາດໂລກ.
ໂຄງການ “ການປັບປຸງການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ” (MCRP) ໄດ້ຮັບການຮ່ວມມືໂດຍລັດຖະບານເຢຍລະມັນ, ສະວິດ ແລະ ຫວຽດນາມ, ປະຕິບັດໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງກໍ່ສ້າງ ແລະ ອົງການຮ່ວມມືສາກົນ ເຢຍລະມັນ (GIZ) ຮ່ວມກັບ 5 ແຂວງ (ເມື່ອກ່ອນແມ່ນ 13 ແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ). ຈຸດປະສົງຂອງໂຄງການແມ່ນເພື່ອໜູນຊ່ວຍບັນດາອົງການຄຸ້ມຄອງຊັບພະຍາກອນທຳມະຊາດຫວຽດນາມ ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອຕອບສະໜອງກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທະເລເຂດທົ່ງພຽງແມ່ນ້ຳຂອງ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງພາກພື້ນ.
![]() | ເພີ່ມທະວີການຮ່ວມມືຫວຽດນາມ - ລາວ ໃນການປະຕິຮູບວິສາຫະກິດແຫ່ງລັດ ຍສໝ - ວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ມີການເຮັດວຽກ ແລະ ແລກປ່ຽນປະສົບການກັບຄະນະຜູ້ແທນປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ, ເປັນນຳໜ້າ ເນື່ອງໃນຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
![]() | ຫວຽດນາມ - ລາວ ປັບປຸງການຮ່ວມມືດ້ານປ້ອງກັນປະເທດ, ຮັດແໜ້ນສາຍພົວພັນມິດຕະພາບທີ່ສະໜິດສະໜົມ, ສັດຊື່ບໍລິສຸດ ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ. |
ມີງດຶກ