ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ

16:30 | 11/08/2021

ຍ​ສ​ໝ - ວັນ​ເພັງ​ ເດືອນ 7 ຕາມ​ຈັນ​ທະ​ປະ​ຕິ​ທິນ​ ທຸ​ກ​ປີ ສຳ​ລັບ​ຜູ້​ຄົນ​ທີ່​ຖື​ສາ​ສະ​ໜາ​ພຸດ ກໍ່​ແມ່ນ​ວັນ​ຕອບ​ບຸນ​ແທນ​ຄຸ​ນ​ພໍ່​ແມ່, ບັນ​ພະ​ບຸ​ລຸ​ດ. ນິ​ຍາຍ​ກ່ຽວ​ກັບ​ພິ​ທີ​ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູຮູ້​ບຸນ​ຄຸນ​ຂອງ​ລູກຫຼານ​​ທີ່​ມີ​ຕໍ່​ຜູ້​ໃຫ້​ກຳ​ເນີດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້
ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ
ພາບ​ປະ​ກອບ

ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່​, ບັນ​ພະ​​ບູລຸ​ດ ເລີ່ມມາ​ຈາກ​ນິ​ຍາຍ​ພະ​ແມ່ກວານ​ອີມ ໄດ້​ຊ່ວຍຊີ​ວິດ​ຂອງ​ແມ່ຂອງ​ຕົນ. ພິ​ທີ​ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ກາຍ​ເປັນ​ວັນ​ບຸນ​ປະ​ຈຳປີ​ເພື່ອ​​ລະ​ນຶກ​ເຖິງ​​ຄຸນ​ງາມ​ຄາມ​ດີບຸນ​ຄ​ຸນ​ຂອງ​ພໍ່​ແມ່ ແລະ ບັນ​ພະ​ບູ​ລຸດ​ເວົ້າ​ລວມ, ຕັກ​ເຕືອນ​ວ່າ ແຕ່​ລະ​ຄົນ​ຕ້ອງ​ເຄົາ​ລົບ​ນັບ​ຖື​ສິ່ງ​ທີ່​ຕົນ​ເອງ​ພວມ​ມີ​ຢູ່​ແລ້ວ, ຕັກ​ເຕືອນ​ພັນ​ທະ​ເປັນ​ລູກ​ຍາມ​ໃດ​ກໍ່​ຕ້ອງ​ຮູ້​ບຸນ​ຄຸນ​ລ້ຽງດູ​​ຂອງພໍ່​ແມ່​ ເຊິ່ງ​ຕ້​ອງ​ມີ​ບັນ​ດາ​ການ​ກະ​ທຳ​ທີ່​ສະ​ແດງຄວາມ​ຮັກ ແລະ ​ຄວາມ​ຮູ້​ບຸນ​ຄຸນຕໍ່​ພໍ່​ແມ່.

ນັບ​ແຕ່​ເວ​ລາ ສາ​ສະ​ໜາພ​ຸ​ດ ໄດ້​ເຜີຍ​ແຜ່​ມາ​ເຖິງຫວຽດ​ນາມ, ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ (ວັນ​ເພັງ ​ເດືອນ​ 7 ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກໆ​ປີ) ໄດ້​ກາຍ​ເປັນມູນ​ເຊື້ອ​ຂອງ​ຈິດ​ໃຈ​ຕອບ​ບຸນ​ແທນຄຸນ​ພໍ່​ແມ່, ສອດ​ຄ່ອງ​ກັບ​ຈິດ​ໃຈ​ຄວາມ​ເຊື່ອ​ຖື​ສາ​ສະ​ໜ​າ​ບູ​ຊາ​ບັນ​ພະ​ບຸ​ລຸດ​ທີ່​ສັກ​ສິດ​ຂອງ​ຊາວ ຫວຽດ​ນາມ.

ຫຼາຍ​ພັນ​ປີ​ຜ່ານ​ມາ, ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູ​ລຸ​ດ ​ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັນ​ບຸນ​ທີ່​ມີ​​ພະ​ລັງ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ຢ່າງ​ແຮງກ້າ​ທີ່​ສຸດ​ໃນ​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ພວກ​ເຮົາແຕ່​ລ​ະ​ຄົນ​.

ປັດ​ຈຸ​ບັນ, ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູ​ລຸ​ດ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ສາ​ສະ​ໜາ​ທີ່​ສັກ​ສິດເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ “ວັນ​ບຸນ​ວັດ​ທະ​ນະ​ທຳ​ທີ່​ເຕັມ​ໄປ​ດ້ວຍ​ຈິດ​ໃຈ​ມະ​ນຸດ”. ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ພິ​ເສດ, ​ປະ​ຊາ​ຊົນ​​ທຸກ​ຄົນມຸ່ງ​ກັບ​ຄືນ​ກົກ​ເຄົ້າ​ເຫງົ້າ​ກໍ, ດ້ວຍຫຼັກ​ສິນ​ທຳ​ທີ່​ວ່າ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ກັບ​ບັນ​ພະ​ບຸ​ລຸດ.

ຄວາມໝາຍຂອງ ວັນບຸນຕອບບຸນແທນຄຸນພໍ່ແມ່, ບັນພະບູລຸ

ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນພໍ່​ແມ່, ບັນ​ພະ​ບູ​ລຸ​ດ ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລູກຫຼານ​ໃນ​ຄອບ​ຄົວໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຮູ້​ບຸນ​ຄຸນ, ຕອບ​ບຸນ​ແທນ​ຄຸນ​​ການ​ໃຫ້ກຳ​ເນີ​ດ ແລະ ລ້ຽງ​ດູ​ຂອງ​ພໍ່​ແມ່, ປູ​່ຍ່າ​ຕາ​ຍາຍ ແລະ ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ບັນ​ພະ​​ບູ​ລຸດ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ຂອງ​ຊາດ ຫວຽດ​ນາມ.

ເຮັດຫຍັງໃນວັນບຸນຕອບບຸນແທນຄຸນພໍ່ແມ່, ບັນພະບູລຸ

ການ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ທີ່​ສຸດ ແມ່ນ​ໄປ​ວັດ​ວາ​ອາ​ຮາມ ພາ​ວະ​ນາ​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ເສຍ​ຊີ​ວິດ ​​ໄປ​ສູ່​ສຸ​ຂະ​ຕິ, ສ່ວນ​ຜູ້​ມີ​ຍັງ​ມີ​ຊີ​ວິດ​ກໍ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ.

ນອກ​ຈາກ​ນັ້ນ, ທຸກໆ​ຄອບ​ຄົວ​ລ້ວ​ນ​ແຕ່​ກະ​ກຽມ​​ພາເຂົ້າ​ບູ​ຊາ​ບັນ​ພະ​ບູ​ລຸດ, ບູ​ຊາ​ໃຫ້ບັນ​ດາ​ຜູ້​ທີ່​ເສຍ​ຊີ​ວິດ ໄປ​ສູ່​ສຸ​ຂະ​ຕິ​. ກິນ​ເຈ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູ​ລຸ​ດ.

ໃນ​ວັນ​ນີ້, ບັນ​ດາພຸດທະສາສະນິກະຊົນ ສ່ວນຫຼາຍ​ຈະ​ທຳ​ພິ​ທີ​ບູຊາ, ພາ​ລະ​ນາ, ທຳ​ບຸນ ຂໍ​ໃຫ້​ພໍ່​ແມ່​ມີ​ອາ​ຍຸ​ຍືນ​ຍາວ... ຫຼື ອາດ​ຈະມອບບັນ​ດາ​ຄຳ​ອວຍ​ພອນ, ຂອງ​ຂ​ວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ພໍ່​ແມ່​ຂອງ​ຕົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.