ຮ່າ​ໂນ້ຍ ອາດ​ຈະ​ແກ່​ຍາວ​ການ​ລ໋ອກ​ດາວ​ຕື່ມ​ອີກ​ຢ່າງ​ໜ້ອຍ​ສຸດ 7 ວັນ ນັບ​ແຕ່​ວັນ​ທີ 6 ກັນ​ຍາ

16:52 | 05/09/2021

ຍ​ສໝ - ຕອນ​ເຊົ້າ​ວັນ​ທີ 1 ກັນ​ຍາ, ທ່ານ​ ໂຄງ​ມິງ​ຕວັນ ຮອງຫົວ​ໜ້າ CDC ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ຮ່າ​ໂນ້ຍ ອາດ​ຈະ​ຕ້ອງ​ແກ່​ຍາວ​ການ​ລ໋ອກ​ດາວ​ຕື່ມ​ອີກ​ຢ່າງ​ໜ້ອຍ​ສຸດ 7 ວັນ, ຫຼື​ອາດ​ຈະ​ແກ່​ຍາວ​ກ່​ວາ​ອີກ ເພື່ອຮັບ​ປະ​ກັນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19. ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ຮ່າ​ໂນ້ຍ ອາດ​ຈະ​ແກ່​ຍາວ​ການ​ລ໋ອກ​ດາວ​ຕື່ມ​ອີກ​ຢ່າງ​ໜ້ອຍ​ສຸດ 7 ວັນ ນັບ​ແຕ່​ວັນ​ທີ 6 ກັນ​ຍາ
ພາບ​ປະ​ກອບ: TTXVN

ຕາມ​ທ່ານ ຕວັນ ​ແລ້ວ, ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ນະ​ຄອນ​ຮ່າ​ໂນ້ຍ, ຍັງ​ຊ້ອນ​ແຝງ​ຄວາມ​ສ່ຽງ​ແຜ່​ລະ​ບາດ, ເປັນ​ຕົ້ນ​ແມ່ນ​ເກີດມີກຸ່ມ​ບັນ​ດາ​ຜູ້​ຕິດ​ເຊື້ອ, ຈຸດແຜ່​ເຊື້ອ​ເປັນ​ຈຳ​ນວນຫຼາຍ​ໃນ​ບໍ​ລິ​ເວນ.

ທ່ານ ​ຕັວນ ໃຫ້​ຮູ້​ວ່າ ຖ້າ​ຫາກວ່າບໍ່ຊອກຫາ​ບັນ​ດາ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນໄດ້​ຢ່າງ​ເດັດ​ຂາດ ແມ່ນ​ອັນ​ຕະ​ລາຍ​ທີ່​ສຸດ. ການ​ປະ​ຕິ​ບັດ​ການລ໋ອກ​ດາວ, ແຍກ​ຕົວ​ຜູ້​ຕິດ​ເຊື້ອກັບ​ຜູ້​ອື່ນ ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ. ທ່ານ ຕວັນ​ ໃຫ້​ຮູ້​ວ່າ:

“ທາງ​ນະ​ຄອນ​ອາດ​ຈະ​ຕ້ອງ​ຮັກ​ສາ​ການ​ລ໋ອກ​ດາວ​ຕື່ມ​ອີກຢ່າງໜ້ອຍສຸດ 7 ວັນ ຫຼື ​ອາດ​ຈະ​ຍາວ​ກ່​ວາ ເພື່ອ​ຮັບ​ປະ​ກັນການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ຖ້າ​ຫາ​ວ່າ​ບໍ່​ລ໋ອກ​ດາວ ກໍ່ຈະບໍ່​ສາ​ມາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້. ອົງ​ຄະ​ນະ​ພັກ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຈະ​ຕັດ​ສິນ, ພິ​ຈາ​ລະ​ນາ ໂດບອອີງ​ໃສ່​ທັງ​ປັດ​ໄຈ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ”

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.