ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ

06:18 | 07/09/2021

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Samdech Techo Hun Sen ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ເປີດກວ້າງ (GMS) ໃນວັນທີ 9 ກັນຍາ 2021 ຜ່ານລະບົບທາງໄກ.

ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: dangcongsan.vn
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: dangcongsan.vn

ການຮ່ວມມື GMS ນັບແຕ່ກອງປະຊຸມສຸດຍອດຄັ້ງທີ 6 (ເດືອນມີນາ 2018) ດ້ວຍແຜນດຳເນີນງານຮ່າໂນ້ຍ ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດ ແລະບັນລຸໄດ້ໝາກຜົນທີ່ສໍາຄັນ ຄື: ສ້າງ ແລະປັບປຸງແລວທາງເສດຖະກິດ GMS ສຳເລັດ, ການພັດທະນາພື້ນຖານໂຄງລ່າງ, ສ້າງສັນຍາແມ່ກ່ຽວກັບການເຊື່ອມຕໍ່ການຂົນສົ່ງທາງລົດໄຟຂ້າມຊາຍແດນໃນ GMS; ການຜັນຂະຫຍາຍໂຄງການຄວາມໝັ້ນຄົງດ້ານສະບຽງອາຫານ ແລະກະສິກຳແບບຍືນຍົງດ້ວຍງົບປະມານ 3,5 ລ້ານໂດລາສະຫະລັດ...

ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີ່ມ ແລະຂົງເຂດຮ່ວມມືເກືອບທັງໝົດຂອງ GMS ກ່ຽວກັບຄົມມະນາຄົມຂົນສົ່ງ, ການຄ້າ, ການລົງທຶນ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະນຸດ... ຫວຽດນາມ ກໍ່ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກ, ທະນາຄານພັດທະນາອາຊີ (ADB), ແລະຄູ່ຮ່ວມມືຕ່າງໆ ເພື່ອປຸກລະດົມແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮ່ວມມື GMS.

la.qdnd.vn

ເຫດການ
302 Found

Found

The document has moved here.