ຮຽງບ່າຮຽງໄຫຼ່ພ້ອມກັບ ຮ່າໂນ້ຍ ຮັບປະກັນການສະໜອງທັນຍາຫານ, ສະບຽງອາຫານໃນທຸກສະພາບການ

17:20 | 31/07/2021

ທ່ານຮອງລັດຖະມົນຕີກະຊວງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢືນຢັນວ່າ, ພ້ອມກັບບັນດາວິສາຫະກິດ ແລະ ສະຫະສະມາຄົມບັນດາສິນຄ້າ, ທາງກະຊວງຈະນຳໜ້າ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບ ຮ່າໂນ້ຍ ຮັບປະກັນການສະໜອງທັນຍາຫານ, ສະບຽງອາຫານໃນທຸກສະພາບການ.

ປະຊາຊົນຫວຽດນາມຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ປະຊາຊົນຫວຽດນາມຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19
ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD
ພາບປະກອບ
ພາບປະກອບ

ທີ່ກອງປະຊຸມທາງອອນລາຍກ່ຽວກັບສະພາບການຜະລິດກະສິກຳ ແລະ ຄວາມຕ້ອງການໃຊ້ສອຍທັນຍາຫານ, ສະບຽບອາຫານໃນເງື່ອນໄຂເກີດໂລກລະບາດ ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຊິ່ງດຳເນີນໃນຕອນເຊົ້າວັນທີ 31 ກໍລະກົດ 2ົ021, ທ່ານຮອງລັດຖະມົນຕີກະຊວງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢືນຢັນວ່າ, ພ້ອມກັບບັນດາວິສາຫະກິດ ແລະ ສະຫະສະມາຄົມບັນດາສິນຄ້າ, ທາງກະຊວງຈະນຳໜ້າ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບ ຮ່າໂນ້ຍ ຮັບປະກັນການສະໜອງທັນຍາຫານ, ສະບຽງອາຫານໃນທຸກສະພາບການ.

ກ່ອນໜ້ານັ້ນ, ວັນທີ 30 ກໍລະກົດ 2021, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍຊີ້ນຳວຽກງານການຜະລິດ ແລະ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດຢູ່ບັນດາແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ ໃນໄລຍະໂລກລະບາດໂຄວິດ - 19. ໜ່ວຍຊີ້ນຳວຽກງານຜະລິດ ແລະ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດທາງພາກເໜືອ ມີໜ້າທີ່ສ້າງແຜນການຮັບປະກັນໃຫ້ບັນດາເຂດຜະລິດມີຄວາມປອດໄພເປັນຢ່າງສູງ ເພື່ອຍູ້ແຮງການຜະລິດ, ປຸງແຕ່ງຢູ່ບັນດາແຂວງທີ່ຍັງບໍ່ມີ ຫຼື ຄວາມສ່ຽງໂລກລະບາດແຜ່ລະບາດຍັງບໍ່ສູງ ໃຫ້ຫຼາຍກວ່າອີກ, ເພີ່ມແຫຼ່ງສະໜອງຮັບໃຊ້ຄວາມຕ້ອງການຢູ່ກັບທີ່, ພ້ອມທັງສະໜອງສະບຽງອາຫານ, ທັນຍາຫານໃຫ້ບັນດາທ້ອງຖິ່ນທີ່ພວມປະຕິບັດການແຍກຫ່າງ ຍ້ອນໂລກລະບາດ ແລະ ຮັບໃຊ້ການສົ່ງອອກ. ໄປຄຽງຄູ່ກັນນັ້ນ, ໜ່ວຍປະຕິບັດງານດັ່ງກ່າວ ກໍສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແກ້ໄຂຂໍ້ຄົງຄ້າງ, ສິ່ງຕິດຂັດ, ສ້າງເງື່ອນໄຂໃຫ້ແກ່ການຈໍລະຈອນສິນຄ້າ, ສະໜອງໄດ້ບັນດາປັດໄຈສົ້ນເຂົ້າ ຮັບໃຊ້ການຜະລິດກະສິກຳ ແລະ ຈຳໜ່າຍຜະລິດຕະພັນກະເສດ.

ໄລ່ຮອດເວລາປະຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດຕື່ມອີກ 4.060 ຄົນ, ຢູ່ນະຄອນໂຮ່ຈີມິນ ແມ່ນ 2.503 ຄົນ. ເປັນອັນວ່າ, ໄລ່ຮອດຕອນເຊົ້າວັນທີ 31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 141.122 ລ້ານຄົນ, ໃນນັ້ນ ມີ 35.484 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ແລະ ມີເກືອບ 6 ລ້ານຄົນ ໄດ້ສັກວັກຊິນກັນພະຍາດໂຄວິດ - 19.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.