ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ

08:43 | 28/04/2021

ຍສໝ - ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບປະເທດຈີນ ເພື່ອພັດທະນາການຮ່ວມມືທີ່ ໝັ້ນຄົງ, ຍືນຍົງ, ຍາວນານ, ສະເໝີພາບ ແລະ ມີຜົນປະໂຫຍດສ່ວນລວມ.

ທ່ານປະທານປະເທດ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ ທ່ານປະທານປະເທດ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ
ການນຳແຂວງສະຫວັນນະເຂດ ເຂົ້າວາງພວງມາລາ ແລະ ໄຫວ້ອາໄລ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ ການນຳແຂວງສະຫວັນນະເຂດ ເຂົ້າວາງພວງມາລາ ແລະ ໄຫວ້ອາໄລ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ

ຫວ່າງແລ້ວນີ້, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເວີຍເຟືອງເຄືຶຶອ - ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງຂອງສາທາລະນະລັດປະຊາຊົນ ປະເທດຈີນ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານລັດຖະມົນຕີ ເວີຍເຟືອງເຄືຶຶອ ຢ້ຽມຢາມຫວຽດນາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຊຸກຍູ້ການພົວພັນຫວຽດນາມ - ຈີນ. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ສະແດງຄວາມປິຕິຊົມຊື່ນ ຍ້ອນການຢ້ຽມຢາມຄັ້ງນີ້ ມີຄວາມປະທັບໃຈຫຼາຍຢ່າງກ່ຽວກັບການແລກປ່ຽນ ແລະ ຄວາມຮັກແພງກັນລະຫວ່າງບັນດາສະຫາຍ, ອ້າຍນ້ອງ, ລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດຢ່າງເລິກເຊິ່ງສະໜິດສະໜົມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ ເວີຍເຟືອງເຄືຶຶອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. (ພາບ: vietnamplus)

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານພົນໂທຟານວັນຢາງ - ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນໂທ ເວີຍເຟືອງເຄືຶຶອ - ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ ການຮ່ວມມືທີ່ປະສົບຜົນສຳເລັດລະຫວ່າງທະຫານ 2 ປະເທດ ຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງປະເທດເວົ້າລວມ ແລະ ກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະ, ເພື່ອຜົນປະໂຫຍດຂອງປະຊາຊົນຂອງສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນແຕ່ລະປະເທດ ກໍ່ຄື ໃນພາກພື້ນ ແລະ ໃນໂລກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ
(ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ໃຫ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ມີສະຖຽນລະພາບ, ຍືນຍົງ, ຍາວນານ, ມີການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດເປັນສຳຄັນທີ່ສຸດ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ສອງປະເທດໄດ້ຮ່ວມມືກັນຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ສ້າງເງື່ອນໄຂເພື່ອພັດທະນາການຄ້າ 2020 ໃຫ້ບັນລຸລະດັບສະຖິຕິ ແມ່ນ 133 ຕື້ USD.

ທ່ານລັດຖະມົນຕີ ເວີຍເຟືອງເຄືຶຶອ ໄດ້ຊີ້ແຈ້ງວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງ ຄະນະຜູ້ແທນ ແມ່ນການສະແດງໃຫ້ເຫັນຄວາມເຄົາລົບ ຂອງພັກ, ລັດ ຈີນ ໃນການພັດທະນາການພົວພັນກັບ ຫວຽດນາມ. ເມື່ອເຕື້ອງເຖິງໝາກຜົນອັນດີງາມຂອງການໂອ້ລົມສົນທະນາ ກັບທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ເວີຍເຟືອງເຄື໊ອ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບກັນກ່ຽວກັບຫຼາຍເນື້ອໃນໃນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ນັບມື້ນັບດີງາມກ່ວາອີກ ໃນໄລຍະຈະມາເຖິງ.

ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ

ຍສໝ - ຫວ່າແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມນການໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງອີ.

ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19 ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນສາກົນແທ່ງຖູຍ - ທຽນບາວ, ພະແນກພົວພັນຕ່າງປະເທດແຂວງຮ່າຢາງ ໄດ້ປະສານສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງ ກົນໝິງ ແລະ ຫ້ອງການພົວພັນຕ່າງປະເທດ ວັນເສີນ (ສປ.ຈີນ) ໄດ້ຈັດພິທີມອບ - ຮັບເຄື່ອງມືທາງການແພດ ເພື່ອຮັບໃຊ້ໃນການປ້ອງກັນການລະບາດຂອງ COVID-19.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.