ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54

06:38 | 03/08/2021

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ... ແມ່ນການເຄື່ອນໄຫວປະຈຳປີສຳຄັນທີ່ສຸດຂັ້ນລັດຖະມົນຕີຂອງ ອາຊຽນ, ໂດຍໄດ້ຮັບການຈັດຕັ້ງທາງອອນລາຍໃນ ລະຫວ່າງ ວັນທີ 2 – 6 ສິງຫາ.

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ປະ​ສົບ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ປະ​ສົບ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງໃນວັນທີ 2 ສິງຫາ. ບັນດາກອງປະຊຸມໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ການທູດຂັ້ນສູງອາຊຽນ ຫຼາຍທ່ານ ແລະ ບັນດາຄູ່ຮ່ວມມື. ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ໂດຍ ບຣູໄນ ເປັນປະທານ ອາຊຽນ 2021 ເປັນເຈົ້າພາບຈັດຕັ້ງ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມ.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ... ແມ່ນການເຄື່ອນໄຫວປະຈຳປີສຳຄັນທີ່ສຸດຂັ້ນລັດຖະມົນຕີຂອງ ອາຊຽນ, ໂດຍໄດ້ຮັບການຈັດຕັ້ງທາງອອນລາຍໃນ ລະຫວ່າງ ວັນທີ 2 – 6 ສິງຫາ.

ທີ່ກອງປະຊຸມຄັ້ງນີ້, ບັນດາ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ປຶກສາຫາລືຫຼາຍບັນຫາໃນພາກພື້ນ ແລະ ໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນໄດ້ສຸມໃສ່ເຂົ້າການສ້າງປະຊາຄົມ ອາຊຽນ, ມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ແກ້ໄຂບັນຫາດ້ານການເມືອງ ຢູ່ມຽນມາ, ບັນຫາທະເລຕາເວັນອອກ...

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບຄວາມໝາຍ, ຄວາມຈຳເປັນຂອງວັກຊິນກັນພະຍາດໂຄວິດ - 19, ພ້ອມທັງສະເໜີໃຫ້ ອາຊຽນ ຈົ່ງຍາດແຍ່ງບັນດາກາລະໂອກາດຮ່ວມມືກັບຄູ່ຮ່ວມມືຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນການຊື້ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊີນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວິວັດທະນາການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025; ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຊອງບັນດາປະເທດຕໍ່ຂໍ້ລິເລີ່ມຈັດຕັ້ງ ເວທີປາໄສຮ່ວມມືອະນຸພາກພື້ນ ໃນທ້າຍປີນີ້.

ຕອນບ່າຍວັນທີ 2 ສິງຫາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC), ສະມັດຊາປະສານງານ ອາຊຽນ, ຄະນະກຳມະການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ນຳໃຊ້ອາວຸດນິວເຄຼຍ (SEANWFZ) ແລະ ວາລະໂອ້ລົມສົນທະນາກັບຜູ້ຕາງໜ້າ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບບັນຫາມະນຸດສະທຳ (AICHR).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.