ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ປະ​ສົບ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ

09:35 | 29/07/2021

ພາຍຫຼັງເຮັດວຽກມາເປັນເວລາ 9 ວັນ, ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ອັດລົງໃນຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້, ພ້ອມດ້ວຍອະດີດການນຳພັກ, ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ XV.

ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ອົງ​ການ UNESCO ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ອົງ​ການ UNESCO
ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ
undefined
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີອັດ (ພາບ: VOV)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກດຳເນີນໃນສະພາບການທີ່ໂລກລະບາດມີການຜັນແປຢ່າງສັບສົນ. ຕໍ່ໜ້າສະພາບການດັ່ງກ່າວ, ສະພາແຫ່ງຊາດ ໄດ້ມີຄວາມເປັນເອກະພາບຢ່າງສູງ ຕັດສິນໃຈຫຼຸດເວລາດຳເນີນກອງປະຊຸມລົງ 8 ວັນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ຄະນະປະຈຳສະພາແຫ່ງຊາດ ໄດ້ສົມທົບກັບລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດ ດັດປັບລາຍການດຳເນີນງານ, ເພີ່ມເຕີມບັນດາມາດຕະການຮີບດ່ວນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເຂົ້າໃນມະຕິລວມຂອງກອງປະຊຸມ ແລະ ພຽງຈຳກັດໃນໄລຍະເວລາໃດໜຶ່ງ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ, ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ, ມີການກະທຳຢ່າງທັນການ, ແບ່ງປັນ, ຮ່ວມເດີນທາງພ້ອມກັບທັງລະບົບການເມືອງ, ລັດຖະບານ ເພື່ອເປົ້າໝາຍສຳຄັນແຖວໜ້າແມ່ນ ເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ:

“ໂດຍຮັບຮູ້ໄດ້ຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງ ຍ້ອນໂລກລະບາດໂຄວິດ - 19, ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຢ່າງສູງ ແລະ ຄວາມໄຝ່ຝັນຢາກອຸທິດສ່ວນ, ຍາດແຍງເວລາຢ່າງສຸດຂີດ, ປ່ຽນແປງໃໝ່, ປະດິດຄິດສ້າງ, ປະກອບສ່ວນຫຼາຍຄຳຄິດເຫັນຢ່າງສຸດໃຈ, ຊອບທຳ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ ແລະ ປະກາດໃຊ້ ມະຕິ 29 ສະບັບ, ໃນນັ້ນ ມີ 17 ສະບັບກ່ຽວກັບການຈັດຕັ້ງ ແລະ ບຸກຄະລາກອນ, ມະຕິຫົວເລື່ອງສະເພາະ 11 ສະບັບ, ມະຕິລວມກ່ຽວກັບກອງປະຊຸມ 1 ສະບັບ, ທັງແກ້ໄຂບັນດາບັນຫາຮີບດ່ວນໃນສະເພາະໜ້າໄດ້ຢ່າງທັນການ, ທັງຕັດສິນຫຼາຍບັນຫາສຳຄັນ ແລະ ມີລັກສະນະຍຸດທະສາດ, ຍາວນານ ຊ່ວຍໃຫ້ກອງປະຊຸມປະສົບຜົນສຳເລັດໃນຫຼາຍດ້ານ”.

ໃນກອງປະຊຸມນີ້, ສະພາແຫ່ງຊາດ ໄດ້ປະຕິບັດສຳເລັດໜ້າທີ່ສຳຄັນ ນັ້ນແມ່ນພິຈາລະນາ, ຕັດສິນໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດ. ສະພາແຫ່ງຊາດພິຈາລະນາ, ຕັດສິນລະບົບບັນດາແຜນການໄລຍະ 5 ປີ 2021 – 2025.

ພ້ອມກັັບການຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງລັດຖະບານໃນການຊີ້ນຳ, ບໍລິຫານປະຕິບັດເປົ້າໝາຍຄວບຄູ່, ສະພາແຫ່ງຊາດ ຍັງໄຈ້ແຍກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ຫວຽດນາມ ຈະປະເຊີນໜ້າໃນໄລຍະຈະມາເຖິງ ແລະ ກຳນົດບັນດາໜ້າທີ່, ມາດຕະການຈຸດສຸມໃນໄລຍະ 6 ເດືອນທ້າຍປີ ເພື່ອໃຫ້ລັດຖະບານຜັນຂະຫຍາຍປະຕິບັດ.

vovworld.vn

ເຫດການ
302 Found

Found

The document has moved here.