ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢູງ ຢ້ຽມຢາມແລະເຮັດວຽກກັບສະຫະພັນມິດຕະພາບ

19:44 | 27/07/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢູງ , ປະທານຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ).

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ໂຕແອັງຢູ໋ງ ໄດ້ພົບປະກັບເອກອັກຄະລັດຖະທູດຈີນ ເພື່ອປຶກສາຫາລືກ່ຽວກັບການປ້ອງກັນເຊື້ອໄວຣັດ Corona ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢູ໋ງ ໄດ້ພົບປະກັບເອກອັກຄະລັດຖະທູດຈີນ ເພື່ອປຶກສາຫາລືກ່ຽວກັບການປ້ອງກັນເຊື້ອໄວຣັດ Corona
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ  ໂຕແອງຢູງ ຢ້ຽມຢາມແລະເຮັດວຽກກັບສະຫະພັນມິດຕະພາບ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢູງ ຢ້ຽມຢາມແລະເຮັດວຽກກັບສະຫະພັນມິດຕະພາບ. ພາບ: ຕວນຫວຽດ

ທີ່ການເຮັດວຽກ, ທ່ານຮອງປະທານ - ເລຂາທິການສະຫະພັນມິດຕະພາບ ຟານແອງເຊີນ ໄດ້ລາຍງານກ່ຽວກັບບົດ​ບາດໜ້າທີ່ຂອງສະຫະພັນມິດຕະພາບ, ລະບົບຂອງສະຫະພັນມິດຕະພາບ ແຕ່ສູນກາງລົງຮອດທ້ອງຖິ່ນ. ລາຍງານວຽກງານຂອງສະຫະພັນມິດຕະພາບ ແລະ ອົງການປະຈຳ ຂອງຄະນະກໍາມະການວຽກງານກ່ຽວກັບອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານຕ່າງປະເທດ; ພ້ອມກັນນັ້ນກໍ່ໄດ້ສະເໜີບັນດາມາດຕະການເພື່ອສ້າງຄວາມເຂັ້ມແຂງ, ພັດທະນາ, ປ່ຽນແປງ ໃໝ່, ຍົກສູງປະສິດທິຜົນຂອງຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອງຢູງ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຊົມເຊີຍບັນດາຜົນງານການທູດປະຊາຊົນຂອງສະຫະພັນມິດຕະພາບ; ຢືນຢັນສືບຕໍ່ເພີ່ມທະວີກົນໄກຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະສະຫະພັນມິດຕະພາບ, ຕັດສິນໃຈປະກອບສ່ວນເຂົ້າໃນການປະຕິບັດສຳ ເລັດໜ້າທີ່ເຊິ່ງພັກ ແລະລັດມອບໝາຍໃຫ້.

ໄຊພອນ

ເຫດການ
302 Found

Found

The document has moved here.