ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ

09:39 | 11/03/2021

ຍສໝ - ໃນວັນທີ 9 ມີນາ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຟີລິບປິນ ປະຈຳຫວຽດນາມ, ທ່ານ Meynardo Montealegre.

ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ
ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 240 ຄົນຈາກຟີລິບປິນກັບຄືນປະເທດຢ່າງປອດໄພ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຢືນຢັນວ່າ ກະຊວງການຕ່າງປະເທດຫວຽດນາມ ຈະສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ Meynardo Montealegre ປະຕິບັດບົດບາດເປັນຂົວຕໍ່ໃນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ - ຟີລິບປິນ.

ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຟີລິບປິນ ປະຈຳຫວຽດນາມ, ທ່ານ Meynardo Montealegre. (ພາບ: baoquocte)

ທ່ານຮອງລັດຖະມົນຕີ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາເນື້ອໃນຮ່ວມມື ໃນໂຄງການດຳເນີນງານໄລຍະ 2019-2024, ສຸມໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົວພັນຂັ້ນສູງ ແລະ ທຸກຂັ້ນເປັນຕົ້ນ ກໍ່ຄື ກົນໄກການຮ່ວມມືສອງຝ່າຍ, ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືໃນການຟື້ນຟູເສດຖະກິດຫລັງຈາກໂລກລະບາດ, ເປີດປະຕູຊາຍແດນ ແລະ ອຳນວຍຄວາມສະດວກໃນການເດີນທາງໃຫ້ປະຊາຊົນສອງປະເທດ...

ສ່ວນທ່ານເອກອັກຄະລັດຖະທູດ Meynardo Montealegre ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ຕີລາຄາສູງບັນດາຜົນງານທີ່ພົ້ນເດັ່ນຂອງຫວຽດນາມໃນທາງດ້ານເສດຖະກິດ ແລະ ຄວບຄຸມໂລກລະບາດ COVID-19.

ທ່ານເອກອັກຄະລັດຖະທູດ Meynardo Montealegre ໄດ້ສະແດງຄວາມ ຂໍຂອບໃຈຢ່າງຈິງໃຈຕໍ່ລັດຖະບານຫວຽດນາມ ທີ່ໄດ້ຮັກສາການສົ່ງອອກເຂົ້າສານຂອງຕົນ ແລະ ບໍລິຈາກອຸປະກອນການແພດເພື່ອສະໜັບສະໜູນ ຟີລິບປິນ ໃນການຮັບມືກັບໂລກລະບາດ COVID-19.

ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາວ່າ ການພົວພັນຫວຽດນາມ - ຟີລິບປິນ ພວມຢູ່ໃນໄລຍະພັດທະນາອັນດີງາມ, ສອງປະເທດມີຫຼາຍຈຸດຄ້າຍຄືກັນ ໃນບັນດາຄວາມເອົາໃຈໃສ່ ແລະ ຜົນປະໂຫຍດຍຸດທະສາດ. ທ່ານເອກອັກຄະລັດຖະທູດ Meynardo Montealegre ຢືນຢັນໃນອາຍຸການຂອງຕົນຈະຊຸກຍູ້ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືເລິກເຊິ່ງກວ່າເກົ່າ; ສະແດງຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມການລົງທຶນຢູ່ຟີລິບປິນ ໃຫ້ຫຼາຍກວ່າເກົ່າເພື່ອດຸ່ນດ່ຽງການຄ້າ.

ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ

ຍສໝ - ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມການຢ້ຽມຢາມເພີ່ມເຕີມ, ການຕິດຕໍ່ໃນລະດັບສູງ ແລະ ລະດັບຕ່າງໆ...

ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບໂຕ້ຕໍ່ການຜັນແປໃນທະເລຕາເວັນອອກ

ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບບົນພື້ນຖານກົດໝາຍ ສາກົນຢູ່ທະເລຕາເວັນອອກ.

ທ ານຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຫງວຽນກວກຢ ງ ຕ ອນຮ ບທ ານເອກອ ກຄະລ ດຖະທ ດຟ ລ ບປ ນ ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.