ເພີ່ມທະວີບັນດາການເຄື່ອນໄຫວມະນຸດສະທຳຊ່ວຍໜູນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19

08:24 | 25/07/2021

ສະພາກາແດງຂັ້ນຕ່າງໆຢູ່ແຂວງຕຽນຢາງ ເພີ່ມທະວີການເຄື່ອນໄຫວ ຊ່ວຍໜູນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ໃນບໍລິເວນ, ຍູ້ແຮງວຽກງານຂົນຂວາຍຊ່ວຍເຫຼືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ເປັນຕົ້ນແມ່ນປະຊາຊົນຢູ່ເຂດແຍກຕົວ, ເຂດຈຳກັດບໍລິເວນ.

ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ
ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
undefined
ກະກຽມເຄື່ອງຂອງຕ່າງໆເພື່ອສົ່ງໄປເຖິງເຂດຈຳກັດບໍລິເວນ

ຕາມນັ້ນແລ້ວ, ພະນັກງານ ສະພາກາແດງຂັ້ນຕ່າງໆ ຕ່າງກໍເຂົ້າຮ່ວມຄະນະຊີ້ນຳ ການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19, ສ້າງ ແລະ ຜັນຂະຫຍາຍປະຕິບັດແຜນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ໂດຍລະອຽດ ດ້ວຍຄວາມຮຽກຮ້ອງຕ້ອງການຈຸດສຸມແມ່ນເພີ່ມທະວີວຽກງານສື່ສານ, ຕັ້ງໜ້າເຂົ້າຮ່ວມການໂຄສະນາບັນດາມາດຕະການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ໃຫ້ແກ່ປະຊາຊົນທຸກຊັ້ນຄົນ. ສະພາກາແດງ ໄດ້ປຸກລະດົມບັນດາບັ້ນຂົນຂວາຍ ແຜ່ບໍລິຈາກເງິນ, ວັດຖຸເຄື່ອງຂອງທີ່ຈຳເປັນເພື່ອຊ່ວຍໜູນປະຊາຊົນຢູ່ເຂດເກີດໂລກລະບາດ, ເຂດແຍກຕົວ, ເຂດຈຳກັດບໍລິເວນ…

ພຽງໃນ 10 ວັນ ແຕ່ວັນທີ 14 ຫາ 23 ກໍລະກົດ, ປະຊາຊົນ ແຂວງກວາງຈິ ໄດ້ແຜ່ບໍລິຈາກເງິນໄດ້ກ່ວາ 2 ຕື້ ດົງ ແລະ ສິນຄ້າ 575 ໂຕນເພື່ອຊ່ວຍໜູນປະຊາຊົນບັນດາແຂວງ ນະຄອນທາງພາກໃຕ້ ຍ້ອນຮັບຜົນສະທ້ອນຈາກ ໂລກລະບາດ ໂຄວິດ-19.

vovworld.vn

ເຫດການ
302 Found

Found

The document has moved here.