ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

11:54 | 09/07/2021

ຍ​ສ​ໝ - ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ​ຫາ​ກໍ່​ມີ​ໂທ​ລະ​ເລ​ກ​ທາງ​ການ​ເລກ​ທີ 13/ CD-UBND ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ

98% ຊາວ​ຫວຽດ​ນາມສັ່ງ​ຊື້​ສິນ​ຄ້າ​ມາສົ່ງເຖິງ​​ເຮືອນ​ເປັນ​ປະ​ຈຳໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 98% ຊາວ​ຫວຽດ​ນາມສັ່ງ​ຊື້​ສິນ​ຄ້າ​ມາສົ່ງເຖິງ​​ເຮືອນ​ເປັນ​ປະ​ຈຳໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ

ໃນ​ບໍ​ລິ​ເວນ​ນະ​ຄອນຮ່າ​ໂນ້ຍ, ນັ​ບ​ແຕ່​ວັນ​ທີ 5 ກໍ​ລະ​ກົດ ຫາ ​ວັນ​ທີ 7 ກໍ​ລະ​ກົດ ຮ່າ​ໂນ້ຍ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 16 ຄົນ, ໃນ​ນັ້ນ​ມີ​ບັນ​ດາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແມ່ນ​ກຳ​ມະ​ກອນ​ຢູ່​ເຂດ​ອຸດ​ສ​າ​ຫາ​ກຳ, ປະ​ຊາ​ຊົນ​ກັບ​ຄືນມາ​ຮ່າ​ໂນ້ຍທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ນະ​ຄອນ​ໂຮ່​ຈີ​ມິນ, ເງະ​ອານ, ບັກ​ຢາງ…

ຕໍ່​ໜ້າ​ຄວາມ​ສ່ຽງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ປະ​ທານ​ນະ​ຄອນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ເມືອງ, ຂະ​ແໜງ​ການຂອງ​ນະ​ຄອນ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ສະ​ພາບ​ການ​ໃໝ່ຢ່າງ​ເຂັ້ມ​ງວດ. ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ​ຕາມ​ການ​ຊີ້​ນຳ​ຂອງ​ສູນ​ກາງແລະນ​ະ​ຄອນ, ບໍ່​ເຕົ້າ​ໂຮມ​ກັນ​ກ່​ວາ 10 ຄົນ​ຢູ່​ນອກເຂດ​ສຳ​ນັກ​ງານ, ໂຮງ​ຮຽນ, ໂຮງ​ໝ​ໍ, ເຂດ​ສາ​ທາ​ລະ​ນະ. ບັນ​ດາ​ຮາກ​ຖານ​ການ​ບໍ​ລິ​ການ, ຮ້ານ​ອາ​ຫານ​ກິນ​ດື່ມໃນ​ເຮືອນປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະປິດ​ປະ​ຕູ​ກ່ອນ​ເວ​ລາ 21 ໂມງ 00 ນາ​ທີ ຢ່າງ​ເຂັ້ມ​ງວດ.

ຈຳ​ກັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​​ໂດຍ​ສານ​ສາ​ທາ​ລະ​ນະ​ຈາກ​ບັນ​ດາ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ກັບ​ມາ​ຮ່າ​ໂນ້ຍແລະກົງ​ກັນ​ຂ້າມ (ບັນ​ຊີ​ລາ​ຍ​ຊື່​ບັນ​ດາ​ເຂດ​ໄດ້​ຮັບ​ການ​ປະ​ກາດ, ອັບ​ເດດ​ເປັນ​ປະ​ຈຳ​ຢູ່​ປະ​ຕູ​ຖານຂໍ້​ມູນ​ຂ່າວ​ສານ​ຂອງກະ​ຊວງ ​ສ​າ​ທາ​ລະ​ນະ​ສຸກຫວຽດ​ນາມ).

ນັບ​ແຕ່​ເວ​ລາ 18 ໂມງ​ຂອງວັນ​ທີ 7 ກໍ​ລະ​ກົດ, ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແບບ​ບັງ​ຄັບ​ສຳ​ລັບ​ທຸກ​ຄົນ​ທີ່​ມາ​ຈາກ​ນະ​ຄອນ​ໂຮ່​ຈີ​ມິນແລະເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ປະ​ຕິ​ບັດ​ການ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ແບບ​ບັງ​ຄັບ, ແຍກ​ຕົວ​ຢູ່​ເຮືອນ​ໃນ​ໄລ​ຍະ​ເວ​ລາ 7 ວັນ​ຢ່າງ​ຖືກ​ຕ້ອງ​ຕາມ​ການ​ແນະ​ນຳ​ທີ່​ໄດ້​ລະ​ບຸ​ໃນ​ຂໍ້​ຕົກ​ລົງ 879/QĐ-BYT ລົງ​ໃນ​ວັນ​ທີ 13 ມີ​ນາ 2020 ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ (ຍົກ​ເວັ້ນ​ກໍ່​ລະ​ນີ​ໄປ​ປະ​ຕິ​ບັດ​ງານ​ກັບ​ຄື​ນມາ​ຮ່າ​ໂນ້ຍແລະປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຫວຽດ​ນາມ).

ກໍ​ລະ​ນີ​ຕ້ອງໄປເຮັດວຽກ​​ດ້ວຍ​ເປົ້າ​ໝາຍ​ວຽກ​ງານ​ລັດຖະການ, ເຮັດ​ວຽກ​ຢູ່​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ເຂ​ດ​ອຸດ​ສາ​ຫະ​ກຳ…ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ນະ​ຄອນ​ໂຮ່​ຈີ​ມິນແລະບັນ​ດາ​ເຂດ​ເກີດ​ໂລກ​ລະ​ບາດ​ຄ​ຕ່າງໆ​ຕ້ອງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.