98% ຊາວ​ຫວຽດ​ນາມສັ່ງ​ຊື້​ສິນ​ຄ້າ​ມາສົ່ງເຖິງ​​ເຮືອນ​ເປັນ​ປະ​ຈຳໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

14:58 | 07/07/2021

ຍ​ສ​ໝ - ຕາມ​ການ​ສຳຫຼ​ວດກວດ​ກາ​ຂອງ Visa ແລ້ວ, ມີຜູ້​ບໍ​ລິ​ໂພກ​ ຫວຽດ​ນາມ​ ກວ່າ 50% ພວມ​ນຳ​ໃຊ້​​ບັນ​ດາໂປ​ແກຼມ​ໃນ​ໂທ​ລະ​ສັບ​ມື​ຖືແລະ 87% ຜູ້​ບໍ​ລິ​ໂພກ​ພວ​ມນຳ​ໃຊ້​ການ​ບໍ​ລິ​ການ​ສົ່ງ​ສິນ​ຄ້າ​ເຖິງ​ເຮືອນ.

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ
98% ຊາວ​ຫວຽດ​ນາມສັ່ງ​ຊື້​ສິນ​ຄ້າ​ມາສົ່ງເຖິງ​​ເຮືອນ​ເປັນ​ປະ​ຈຳໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: Vietnam+

ການ​ຄົ້ນ​ຄ້​ວາຫຼ້າ​ສຸດຂອງ Visa ກ່ຽວ​ກັບ​ການ​ຊຳ​ລະ​ເງິນສະ​ແດງ​ໃຫ້​ເຫັນ​ວ່າຊາວ​ຫວຽດ​ນາມຫວັງ​ວ່າ​ປະ​ເທດ​ຈະ​ກ້າວ​ໄປ​ເຖິງ​ສັງ​ຄົມ​ທີ່​ບໍ່​ນຳ​ໃຊ້​ເງິນ​ສົດ​ໃນ​ປີ 2030, ດ້​ວຍ​ຜູ້​ບໍ​ລິ​ໂພກ​ຈຳ​ນວນຫຼາຍ (84% ໃນຈຳ​ນວນ​ຜູ້​ທີ່ໄດ້​ຮັບ​ການ​ສຳຫຼວດ) ໄດ້​ປ່ຽນ​ເປັນ​ບັນ​ດາ​ຮູບ​ແບບ​ດີ​ຈີ​ຕອນແລະບໍ່​ນຳ​ໃຊ້​ເງິນ​ສົດ.

ແລະ​ກໍ່​ໃນ​ການ​ສຳຫຼວດນີ້, ມີ 87% ຜູ້​ບໍ​ລິ​ໂພກ​ພວມ​ນຳ​ໃຊ້​ການ​ບໍ​ລິ​ການ​ສົ່ງ​ສິນ​ຄ້າ​ມາ​ເຮືອ​ນແລະ 98% ໃນ​ຈຳ​ນວນ​ນັ້ນໄດ້​ສັ່ງ​ຊື້​ສິນ​ຄ້າ​ສົ່ງ​ມາ​ເຮືອ​ນ​ເປັ​ນ​ປະ​ຈຳ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

​ຜູ້​ບໍ​ລິ​ໂພກຫວຽດ​ນາມກໍ່​ພວມ​ນຳໃຊ້​ກະ​ເປົາເງິນ​ເອ​ເລັກ​ໂຕ​ນິກ, ຊຳ​ລະໂດຍ​ບໍ່ມີການ​ສຳ​ຜັດ ແລະຊຳ​ລະ​ດ້ວຍ​ລະ​ຫັດ QR ເທື່ອ​ລະ​ກ້າວ. 57% ຜູ້​ບໍລິ​ໂພກ​ຕິດ​ຕັ້ງ​ກະ​ເປົາເງິນໃນ​ໂທ​ລະ​ສັບ​ມື​ຖືເຖິງ 3 ໂປ​ແກຼມແລະ 55% ຜູ້​ບໍ​ລິ​ໂພກ​ນິຍົມນຳ​ໃຊ້​ໂປ​ແກຼມ​ທີ່ສາມາດປະ​ຕິ​ບັດ​ທຸກໆ​ການ​ຊຳ​ລະ.

ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ​ການ​ນຳ​ໃຊ້​ບັດໂດຍ​ບໍ່​ສຳ​ຜັດ, ຊຳ​ລະ​ຜ່ານ​ໂທ​ລະ​ສັບ​ມື​ຖືແລະຊຳ​ລະ​ດ້ວຍ​ລະ​ຫັດ QR ໃຫ້​ແກ່​ບັນ​ດາ​ການ​ຊຳ​ລະ​ໂດຍ​ກົງ​ຢູ່​ຮ້ານ​ຂາຍ​ເຄື່ອງຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.