ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ

14:37 | 05/07/2021

ຍ​ສ​ໝ - ຮູບ​ແບບ​ທີ່​ມີ​ຄວາມ​ໝາຍ​ດ້ານ​ມະ​ນຸດ​ສະ​ທຳ​ເພື່ອ​ແນ​ໃສ່​ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມກັບ​ນະ​ຄອນ​ໃນ​ໜ້າ​ທີ່​ປ້ອ​ງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ສືບ​ຕໍ່ຮັກສາ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ນະ​ຄອນ​ເກິ່ນ​ເທີ.

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ
ພະ​ນັກ​ງານ, ຄູ​ອາ​ຈານ​ກະ​ກຽມ​ແຕ່ງ​ອາ​ຫານ

ພະ​ແນກ​​ສຶກ​ສາແລະບຳ​ລຸງ​ສ້າງພ້ອມກັບກຳ​ມະ​ບານ​ຂະ​ແໜງ​ການ​ສຶກ​ສາແລະບຳ​ລຸງ​ສ້າງ​ນະ​ຄອ​ນ​ເກິ່ນ​ເທີໄດ້​ສົມ​ທົບ​ກັບໂຮງ​ຮຽນ​ມັດ​ຖະ​ຍົມ​ຄອນ​ປາຍປາ​ຊີ​ຟິກຜັນ​ຂະ​ຫຍາ​ຍ​ຮູບ​ແບບ “ເຮືອນ​ຄົວ​ແຫ່ງ​ຄວາມອົບ​ອຸ່ນ - ຮ່ວມ​ແຮງ​ຮ່ວມ​ໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19” ນັບ​ແຕ່​ວັນ​ທີ 29 ມິ​ຖຸ​ນາ.

“ເຮືອນ​ຄົວ​ແຫ່ງ​ຄວາມ​ອົບ​ອຸ່ນ” ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ປາ​ຊີ​ຟິກ​ໄດ້ໜູນ​ຊ່ວຍ​ ຮາກ​ຖານ​ວັດ​ຖຸ, ຫຼັງ​ຄາໃນເບື້ອງຕົ້ນ​ເພື່ອ​ຮັບ​ປະ​ກັນ​ການ​ປຸງ​ແຕ່ງ​ອາ​ຫານ, ໂຮງ​ຮຽນ​ພ້ອມ​ກັບວັດ ບຶວ​ລຽນ ໜູນ​ຊ່ວຍ​ອຸ​ປະ​ກອນ​ການ​ແຕ່ງ​ອາຫານ. ປັດ​ຈຸ​ບັນ ຮູບ​ແບບດັ່ງກ່າວ ​ໄດ້​ຮັບ​ການ​ອຸ​ປະ​ຖຳ ສະ​ບຽງ​ອາ​ຫານ, ຜັກ, ໝາກ​ໄມ້ ຈາກ​ຟາມ ຊົງ​ເຮົ້​າ 100 ກີ​ໂລກຼາມ/ວັນ, ແມ່​ຄົວ​ຂອງ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ປາ​ຊີ​ຟິກ ແມ່ນ​ຜູ້​ຮັບ​ຜິດຊອບການ​ປຸງ​ແຕ່ງ. ແຕ່​ລະ​ວັນ, ເຮືອນ​ຄົວ​ແຫ່ງ​ຄວາມ​ຮັກ ໄດ້​ໜູນ​ຊ່ວຍ​ປຸງ​ແຕ່ງ​ອາ​ຫານ​ປະ​ມານ 350 ຊຸດ​ໃຫ້​ແກ່​ກຳ​ລັງ​ອາ​ສາ​ສະ​ໝັກ ຢູ່​ບັນ​ດາ​ປ້ອມກວດ​ກາ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນນະ​ຄອນ​ເກິ່ນ​ເທີ.

ແຕ່​ລະ​ວັນ “ເຮືອ​ນ​ຄົວ” ມີ 10 – 12 ຄົນ​ຂຶ້ນ​ກັບ​ກຳ​ມະ​ບານ​ບັນ​ດາ​ໂຮງ​ຮຽນ​ຕ່າງໆ​ເຂົ້າ​ຮ່ວມ, ໂດ​ຍ​ສະ​ເພາະ​ກຸ່ມ​ແຕ່ງ​ກິນ​ຂອງ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ປາ​ຊີ​ຟິກ ຍາມ​ໃດ​ກໍ່​ຮັບ​ຜິດ​ຊອບ​ການ​ປຸງ​ແຕງ​ອາ​ຫານ.

ອ້າຍ​ ເຟືອງ​ເຕິນ​ດາດ - ຮອງ​ປະ​ທານ​ກຳ​ມະ​ບານ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ປາ​ຊີ​ຟິກ ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ ຄະ​ນະ​ປະ​ສານ​ງານ “ເຮືອນ​ຄົວ​ແຫ່ງ​ຄວາມ​ອົບ​ອຸ່ນ” ໃຫ້​ຮູ້​ວ່າ: ເຮືອນ​ຄົວ​ແຫ່ງ​ຄວາມ​ອົບ​ອຸ່ນ ໄດ້​ຮັບ​ການ​ຮ່ວມ​ເດີນ​ທາງ, ຕອບ​ສະ​ໜອງຈາກ​ທຸກ​ຄົນ​ຢ່າງ​ສຸດ​ໃຈ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຄູ​ອາ​ຈານ, ຜູ້​ອອກ​ແຮງ​ງານ ຢູ່​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ແລະ ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ເມືອງ​ນິງກ​ຽວ, ເມືອງ ກ໊າຍ​ຣັງ.

ປັດ​ຈຸ​ບັນ, ກຳ​ມະ​ບານ​ຂະ​ແໜງ​ການ​ສຶກ​ສາ ແລະ ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ປາ​ຊີ​ຟິກ ໄດ້​ສົມ​ທົບ​ກັນ​ປຸກ​ລະ​ດົມ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ປະ​ກອບສ່ວນ​ສະ​ບຽງ​ອາ​ຫານ ເພື່ອ​ຮັກ​ສາ ເຮືອນ​ຄົວ​ແຫ່ງ​ຄວາມ​ອົບ​ອຸ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.