| ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ | |
| ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 |
![]() |
| ລາຍການສິລະປະໄຂເທສະການໝູ່ບ້ານ ເຢືອງໂນ້ - ພາບ: VGP/ເທ້ຟອງ |
ເຢືອງໂນ້ (ນະຄອນ ເຫວ້) ແມ່ນຜືນແຜ່ນດິນທີ່ໄດ້ເປັນສັກຂີພິຍານໃຫ້ແກ່ຊຸມປີເດືອນທີ່ທ້າວ ຫງວຽນຊິງກຸງ (ປະທານ ໂຮ່ຈີມິນ) ເຕີບໃຫຍ່ ແລະ ເລີ່ມເຂົ້າຮຽນ, ແມ່ນສະຖານທີ່ທີ່ເພິ່ນໄດ້ດຳລົງຊີວິດທ່າມກາງຄວາມຮັກແພງແລະສາຍສຳພັນອັນແໜ້ນແຟ້ນຂອງຊາວບ້ານ, ຄວາມຮັກທະນຸຖະໜອມ, ການໂອບອຸ້ມຊ່ວຍເຫຼືອຈາກພໍ່ແມ່ປະຊາຊົນ, ແລະ ໄດ້ກົມກືນເຂົ້າກັບຊີວິດວັດທະນະທຳມູນເຊື້ອຂອງຊຸມຊົນ.
ອາດເວົ້າໄດ້ວ່າ, ຊຸມປີເດືອນທີ່ດຳລົງຊີວິດຢູ່ທີ່ນີ້, ຈິດວິນຍານຂອງຜືນດິນ ແລະ ນ້ຳໃຈຂອງຜູ້ຄົນ ໄດ້ມີສ່ວນຮ່ວມໃນການຫຼໍ່ຫຼອມໃຫ້ກາຍເປັນຊາຍໜຸ່ມຜູ້ຮັກຊາດ ຫງວຽນຕັດແທັງ ທີ່ມີສະຕິປັນຍາອັນສະຫຼາດສ່ອງໃສ, ມີຫົວໃຈອັນເຕັມປ່ຽມໄປດ້ວຍຄວາມມຸ່ງໝັ້ນ, ມີຈິດວິນຍານອັນສູງສົ່ງ ແລະ ສິ່ງທີ່ເໜືອກວ່າສິ່ງອື່ນໃດແມ່ນຄວາມຮັກບ້ານເກີດເມືອງນອນຮັກປະເທດຊາດ, ຮັກແພງເພື່ອນຮ່ວມຊາດ, ເຊິ່ງໄດ້ຫັນປ່ຽນກາຍມາເປັນຄວາມມຸ່ງມາດປາດຖະໜາໃນການກອບກູ້ເອົາປະເທດຊາດ ແລະ ປົດປ່ອຍປະຊາຊົນ.
ບັນດາຮ່ອງຮອຍອະນຸສອນສະຖານອັນລ້ຳຄ່າ 4 ແຫ່ງ ກ່ຽວກັບເພິ່ນຢູ່ໝູ່ບ້ານ ເຢືອງໂນ້ ລວມມີ: ເຮືອນອະນຸສອນສະຖານທີ່ເພິ່ນເຄີຍດຳລົງຊີວິດ, ຫໍສະພາປະຈຳໝູ່ບ້ານ ເຢືອງໂນ້, ອາຮາມອຳບາ (Am Bà), ແລະ ເບັ້ນດ໋າ (Bến Đá - ທ່າຫີນ) ເຊິ່ງເປັນສະຖານທີ່ທີ່ເພິ່ນມັກໄປມາພັກຜ່ອນຢ່ອນອ່ານ ແລະ ດື່ມດຳກັບບໍລິເວນວັດທະນະທຳຂອງໝູ່ບ້ານ ເຢືອງໂນ້, ໄດ້ຮັບການປົກປັກຮັກສາໄວ້ຢ່າງດີຕະຫຼອດໄລຍະເວລາກວ່າໜຶ່ງສະຕະວັດຜ່ານມາ. ນີ້ແມ່ນຫຼັກຖານຢັ້ງຢືນເຖິງຄວາມຮັກແພງ, ຄວາມເຄົາລົບນັບຖືຢ່າງສຸດຊຶ້ງຂອງປະຊາຊົນເຂດດິນເຫວ້ເວົ້າລວມ, ກໍຄືປະຊາຊົນໝູ່ບ້ານ ເຢືອງໂນ້ ເວົ້າສະເພາະ ທີ່ມີຕໍ່ກັບເພິ່ນ.
![]() |
| ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມຂະບວນແຫ່ ແລະ ຖວາຍດອກບົວແດ່ ປະທານ ໂຮ່ຈີມິນ - ພາບ: VGP/ເທ້ຟອງ |
ເທສະການໝູ່ບ້ານ ເຢືອງໂນ້ ປະຈຳປີ 2026 ດຳເນີນໄປຕັ້ງແຕ່ວັນທີ 14 ຫາ 16 ພຶດສະພາ ຢູ່ທີ່ບໍລິເວນໃຈກາງຂອງໝູ່ບ້ານ ເຢືອງໂນ້, ນັບຕັ້ງແຕ່ຫໍສະພາປະຈຳໝູ່ບ້ານ ໄປຈົນເຖິງເຮືອນອະນຸສອນສະຖານ ປະທານ ໂຮ່ຈີມິນ ທີ່ຕັ້ງຢູ່ແຄມແມ່ນ້ຳ ໂຜ້ເລີ້ຍ ອັນຂຽວງາມ.
ດ້ວຍບັນດາກິດຈະກຳອັນອຸດົມສົມບູນຂອງເທສະການ ເປັນຕົ້ນແມ່ນ ຂະບວນແຫ່ ແລະ ຖວາຍດອກບົວແດ່ ປະທານ ໂຮ່ຈີມິນ, ລາຍການສິລະປະຕ່າງໆ, ພິທີກຳຕັ້ງນາມສະກຸນ ໂຮ່ (Hồ) ຂອງປະຊາຊົນທາງພາກຕາເວັນຕົກຂອງນະຄອນ ເຫວ້ ເຊິ່ງໄດ້ຮັບການຈຳລອງຄືນຢ່າງມີຊີວິດຊີວາໂດຍບັນດານາຍຊ່າງພື້ນເມືອງຕະກຸນ ໂຮ່ ຢູ່ອາເລື້ອຍ (A Lưới); ອາຊີບຕ່ຳແຜ່ນແພ ແຊ້ງ (Dèng) ອາເລື້ອຍ, ສິລະປະການຫຼິ້ນບ້າຍຈ່ອຍ (Bài chòi), ອາຫານການກິນ, ອາຊີບຫັດຖະກຳມູນເຊື້ອ, ຜະລິດຕະພັນ OCOP, ການແຂ່ງຂັນເຮືອຊ່ວງຢູ່ແມ່ນ້ຳ ໂຜ້ເລີ້ຍ... ເຊິ່ງໄດ້ຈັດຕັ້ງຂຶ້ນຢ່າງລະອຽດລະອໍ ແລະ ໜ້າດຶງດູດ, ສ້າງເປັນພາບວັດທະນະທຳອັນມີຊີວິດຊີວາ ແລະ ປ່ຽມລົ້ນໄປດ້ວຍເອກະລັກ.
ເມື່ອມາຮອດເທສະການນີ້, ປະຊາຊົນ ແລະ ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ດຳລົງຊີວິດຢູ່ໃນບໍລິເວນວັດທະນະທຳມູນເຊື້ອທີ່ເຂັ້ມຂຸ້ນໄປດ້ວຍກິ່ນອາຍບ້ານນາຂອງເຂດດິນເຫວ້ເທົ່ານັ້ນ, ແຕ່ຍັງໄດ້ດື່ມດຳໄປກັບເສັ້ນທາງແຫ່ງຄວາມຊົງຈຳອັນສັກສິດ, ເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງປະຫວັດສາດ ແລະ ປັດຈຸບັນ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ.
ເທສະການໝູ່ບ້ານ ເຢືອງໂນ້ ບໍ່ພຽງແຕ່ແມ່ນກິດຈະກຳວັດທະນະທຳມູນເຊື້ອທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຂອງບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງດັ່ງຜືນຟ້າຮອຍມະຫາສະໝຸດຂອງ ປະທານ ໂຮ່ຈີມິນ; ພ້ອມທັງປຸກລະດົມຄວາມພາກພູມໃຈໃນຊາດ, ສຶກສາອົບຮົມມູນເຊື້ອຮັກຊາດ, ຄຸນສົມບັດສິນທຳ “ກິນນ້ຳຄິດຫາແຫຼ່ງຊັບ” ໃຫ້ແກ່ຮຸ່ນຄົນໜຸ່ມໃນທຸກມື້ນີ້ ແລະ ວັນຂ້າງໜ້າ.
| ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແລະ ສີລັງກາ ຂອງສະຫາຍ ໂຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ. |
| ຫາຍຟອງ, ກວາງນິງ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືພັດທະນາກັບ ແຂວງຫຼວງພະບາງ (ລາວ) ຍສໝ - ສາຍພົວພັນຮ່ວມມືລະຫວ່າງ ນະຄອນ ຫາຍຟອງ, ແຂວງ ກວາງນິງ ກັບ ແຂວງ ຫຼວງພະບາງ ແລະ ບັນດາທ້ອງຖິ່ນຂອງ ລາວ ໄດ້ຮັບການຄາດຫວັງວ່າ ຈະມີຄວາມແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ. |

