| ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ | |
| ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ |
ຈາກແຄມຝັ່ງແມ່ນ້ຳຂອງ ມຸ່ງມອງສູ່ແລວທາງການທ່ອງທ່ຽວທະລຸອາຊີ
ໃນຍາມແລງຄ້ອຍຄ່ຳ ຢູ່ແຄມຝັ່ງແມ່ນ້ຳຂອງ ທີ່ແຂວງນະຄອນພະນົມ, ຄະນະ Famtrip ຂອງສະມາຄົມການທ່ອງທ່ຽວ ແຂວງກວາງຈິ ຕ່າງກໍມີຄວາມສະຫງົບນິ່ງ ຢູ່ທ່າມກາງບັນຍາກາດອັນສັກສິດ ຂອງເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ. ຢູ່ທ່າມກາງດິນແດນພາກຕາເວັນອອກສ່ຽງເໜືອ (ພາກອີສານ) ຂອງປະເທດໄທ, ເລື່ອງລາວຕ່າງໆກ່ຽວກັບ ເພິ່ນຜູ້ນຳ ໂຮ່ຈີມິນ ໃນຊຸມປີເດືອນແຫ່ງການເຄື່ອນໄຫວປະຕິວັດ ຢູ່ບົນດິນແດນຂອງເພື່ອນມິດ ນັ້ນ ໄດ້ເຮັດໃຫ້ຫຼາກຫຼາຍສະມາຊິກໃນຄະນະ ມີຄວາມຕື້ນຕັນໃຈຢ່າງຍິ່ງ.
ບໍ່ສະເພາະແຕ່ແມ່ນຈຸດແວ່ພັກ ທີ່ມີຄວາມໝາຍທາງດ້ານປະຫວັດສາດເທົ່ານັ້ນ, ສະຖານທີ່ແຫ່ງນີ້ ຍັງໄດ້ເປີດແນວຄວາມຄິດ ໃຫ້ແກ່ບັນດາຜູ້ເດັດດ່ຽວເຮັດການທ່ອງທ່ຽວ ກ່ຽວກັບເສັ້ນທາງເດີນທ່ຽວແຫ່ງການເຊື່ອມຕໍ່ໃໝ່ – ເຊິ່ງແມ່ນສະຖານທີ່ທີ່ປະຫວັດສາດ, ວັດທະນະທຳ ແລະ ປະສົບການສໍາຜັດຂ້າມແດນ ສາມາດຫຼອມຮວມເຂົ້າກັນ ຢູ່ໃນຜະລິດຕະພັນການທ່ອງທ່ຽວດຽວກັນ. ນັ້ນກໍແມ່ນເປົ້າໝາຍ ຂອງແຜນງານ Famtrip ລາວ-ໄທ ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ຜະລິດຕະພັນການທ່ອງທ່ຽວທາງບົກ ຢູ່ເທິງເສັ້ນທາງ EWEC: ຫວຽດນາມ-ລາວ-ໄທ” ທີ່ຈັດຕັ້ງຂຶ້ນໂດຍ ສະມາຄົມການທ່ອງທ່ຽວ ແຂວງກວາງຈິ ໃນຊ່ວງຕົ້ນເດືອນພຶດສະພາ ຜ່ານມານີ້.
![]() |
| ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ທີ່ ນະຄອນພະນົມ ແມ່ນຈຸດໝາຍປາຍທາງຂອງຜະລິດຕະພັນການທ່ອງທ່ຽວ “ຕາມຮອຍຕີນ ປະທານ ໂຮ່ຈີມິນ ບົນເສັ້ນທາງຍາວທະລຸອາຊີ” - ພາບ: N.B |
ຕົວແທນ 39 ທ່ານ ຈາກວິສາຫະກິດການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ພ້ອມດ້ວຍອົງການສື່ມວນຊົນ ຢູ່ພາຍໃນແຂວງກວາງຈິ ໄດ້ຮ່ວມກັນເຂົ້າຮ່ວມເສັ້ນທາງການສໍາຫຼວດ ຜ່ານຫຼາກຫຼາຍທ້ອງຖິ່ນ ເປັນຕົ້ນແມ່ນ ສະຫວັນນະເຂດ, ມຸກດາຫານ, ນະຄອນພະນົມ, ອຸດອນທານີ, ໜອງຄາຍ, ວຽງຈັນ ແລະ ທ່າແຂກ. ບໍ່ສະເພາະແຕ່ແມ່ນຖ້ຽວເດີນທາງທ່ຽວຊົມທຳມະດາ, ນີ້ໄດ້ຮັບການຖືວ່າແມ່ນບາດກ້າວເດີນອັນເປັນຮູບປະທຳ ເພື່ອແນໃສ່ສໍາຫຼວດຕະຫຼາດ, ເຊື່ອມຕໍ່ວິສາຫະກິດ ແລະ ກຳນົດຮູບຮ່າງບັນດາຜະລິດຕະພັນການທ່ອງທ່ຽວລະຫວ່າງປະເທດ ຢູ່ເທິງເສັ້ນທາງ EWEC.
ທ່ານ ຈັນຫຶວຝຶກ, ຜູ້ນຳບໍລິສັດ THP Travel ຖືວ່າ, ທ່າແຮງອັນຍິ່ງໃຫຍ່ທີ່ສຸດຂອງແຂວງກວາງຈິ ແມ່ນທີ່ຕັ້ງການເປັນປະຕູສູ່ແລວທາງທະລຸອາຊີ. “ແຂວງກວາງຈິ ມີທີ່ຕັ້ງອັນສະດວກສະບາຍຢ່າງຍິ່ງ ເພື່ອເຊື່ອມຕໍ່ກັບ ລາລາ, ໄທ ແລະ ກ້າວໄກໄປກວ່ານັ້ນແມ່ນ ມຽນມາ. ນີ້ແມ່ນເງື່ອນໄຂອັນດີງາມ ເພື່ອພັດທະນາບັນດາລາຍການທ່ອງທ່ຽວຂ້າມແດນ ແລະ ບັນດາຜະລິດຕະພັນສໍາຜັດລະຫວ່າງປະເທດ”, ທ່ານ ຝຶກ ຮ່ວມແບ່ງປັນ.
ແນວໂນ້ມການທ່ອງທ່ຽວທາງບົກ ແລະ ໂອກາດຫັນປ່ຽນຂອງແລວທາງ EWEC
ໃນຊຸມປີມໍ່ໆມານີ້, ການທ່ອງທ່ຽວທາງບົກ ແລະ ການທ່ອງທ່ຽວແບບຂັບຂີ່ລົດເອງ (Self-drive tour) ພວມກາຍເປັນແນວໂນ້ມ ທີ່ໄດ້ຮັບການເລືອກເອົາຈາກນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ບໍ່ໄດ້ຈຳກັດຢູ່ພຽງແຕ່ໃນບັນດາລາຍການທ່ອງທ່ຽວພັກຜ່ອນແບບດັ້ງເດີມເທົ່ານັ້ນ, ຄົນຮຸ່ນໜຸ່ມຫຼາກຫຼາຍທ່ານແມ່ນມີຄວາມຕ້ອງການຢາກສໍາຜັດກັບເສັ້ນທາງເດີນທ່ຽວຜ່ານຫຼາກຫຼາຍປະເທດດ້ວຍຕົນເອງ, ຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ວັດທະນະທຳ ແລະ ອາຫານການກິນ ຢູ່ເທິງແຕ່ລະເສັ້ນທາງ. ສິ່ງນີ້ໄດ້ຮັບການຖືວ່າແມ່ນໂອກາດອັນຍິ່ງໃຫຍ່ ເພື່ອໃຫ້ EWEC ຫັນປ່ຽນຕົນເອງ ຈາກເສັ້ນທາງແຫ່ງການຄ້າ ກາຍມາເປັນເສັ້ນທາງການທ່ອງທ່ຽວເຊື່ອມໂຍງພາກພື້ນອັນດຶງດູດ.
ຢູ່ທີ່ການພົບປະຮ່ວມກັບຄະນະແຂວງກວາງຈິ, ຕົວແທນກົມໃຫຍ່ທ່ອງທ່ຽວແຫ່ງປະເທດໄທ ໄດ້ຕີລາຄາສູງຕໍ່ກັບທ່າແຮງບົ່ມຊ້ອນແຫ່ງການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ-ລາວ-ໄທ ຢູ່ເທິງເສັ້ນທາງ EWEC. ທ່ານ ທີຣະພົງ ພິຈິດຄະວິນ (Theeraphong Phichitkawin), ຜູ້ນຳຫ້ອງການກົມໃຫຍ່ທ່ອງທ່ຽວແຫ່ງປະເທດໄທ ປະຈຳ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ບັນດາແຂວງພາກຕາເວັນອອກສ່ຽງເໜືອ (ພາກອີສານ) ຂອງໄທ ເປັນຕົ້ນແມ່ນ ນະຄອນພະນົມ, ມຸກດາຫານ, ໜອງຄາຍ ຫຼື ອຸດອນທານີ ພວມຄອບຄອງຫຼາກຫຼາຍເງື່ອນໄຂ ເພື່ອກາຍເປັນຈຸດເຊື່ອມຕໍ່ອັນສຳຄັນ ໃນການພັດທະນາການທ່ອງທ່ຽວຂອງພາກພື້ນ.
“EWEC ບໍ່ພຽງແຕ່ແມ່ນເສັ້ນທາງຄົມມະນາຄົມເທົ່ານັ້ນ ແຕ່ສາມາດກາຍເປັນເສັ້ນທາງການທ່ອງທ່ຽວທີ່ປ່ຽມລົ້ນໄປດ້ວຍລັກສະນະສໍາຜັດໄດ້ຢ່າງສິ້ນເຊີງ. ນັກທ່ອງທ່ຽວສາມາດຄົ້ນຫາວັດທະນະທຳ, ອາຫານການກິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ຂອງທັງສາມປະເທດ ໄດ້ພາຍໃນເສັ້ນທາງເດີນທ່ຽວພຽງຄັ້ງດຽວ”, ທ່ານ ທີຣະພົງ ພິຈິດຄະວິນ ເນັ້ນໜັກ.
![]() |
| ຕົວແທນສະມາຄົມການທ່ອງທ່ຽວ ແຂວງກວາງຈິ ມອບຂອງຝາກທີ່ລະນຶກໃຫ້ແກ່ ຜູ້ນຳກົມໃຫຍ່ທ່ອງທ່ຽວແຫ່ງປະເທດໄທ - ພາບ: N.B |
ໂດຍສະເພາະແມ່ນ, ໃນບໍລິບົດປີ 2026 ທີ່ເປັນຂີດໝາຍຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ໄທ, ການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ ຈະມີສ່ວນຊ່ວຍຊຸກຍູ້ການແລກປ່ຽນວັດທະນະທຳ, ການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການພັດທະນາເສດຖະກິດໃນພາກພື້ນ.
ຢັ້ງຢືນບົດບາດການເປັນປະຕູສູ່ການທ່ອງທ່ຽວ
ໃນພາບລວມແຫ່ງການຮ່ວມສຳພັນດັ່ງກ່າວນັ້ນ, ແຂວງກວາງຈິ ພວມຢືນຢູ່ຕໍ່ໜ້າໂອກາດອັນຍິ່ງໃຫຍ່ ເພື່ອຢັ້ງຢືນບົດບາດການເປັນປະຕູສູ່ການທ່ອງທ່ຽວຂອງ EWEC. ນອກຈາກລະບົບດ່ານສາກົນ ລາວບາວ, ລາໄລ, ຈາໂລ ແລະ ເສັ້ນທາງຫຼວງແຫ່ງຊາດເລກທີ 9 ທະລຸອາຊີແລ້ວ, ທ້ອງຖິ່ນແຫ່ງນີ້ຍັງຄອບຄອງຫຼາກຫຼາຍຄຸນຄ່າອັນເປັນເອກະລັກສະເພາະ ທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ.
ນັ້ນແມ່ນດິນແດນແຫ່ງຄວາມຊົງຈຳອັນສະຫງ່າຜ່າເຜີ ທີ່ມີທັງ ເມືອງເກົ່າກວາງຈິ (Thành Cổ Quảng Trị), ສອງຝັ່ງແມ່ນ້ຳຮ່ຽນເລືອງ-ເບັ້ນຫາຍ (Hiền Lương-Bến Hải), ອຸມົງວິງມົກ (Vịnh Mốc); ພ້ອມກັນນັ້ນ ກໍແມ່ນສະຖານທີ່ເຕົ້າໂຮມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຫຼາກຫຼາຍແຫ່ງ ເປັນຕົ້ນແມ່ນ ຟອງຍາ-ແກບັງ (Phong Nha-Kẻ Bàng), ຖ້ຳເຊີນດອງ (Sơn Đoòng), ຫ້ວຍນ້ຳມອກ (Nước Moọc), ຫາດຊາຍທະເລຍັດເລ (Nhật Lệ), ຫາດຊາຍທະເລເກືອຫວຽດ (Cửa Việt), ເກືອຕຸງ (Cửa Tùng)... ຕິດພັນກັບລະບົບນິເວດທຳມະຊາດທີ່ອຸດົມສົມບູນ ແລະ ພື້ນຖານວັດທະນະທຳອັນໂດດເດັ່ນ ຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍທາງທິດທາເວັນຕົກ.
ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນວັນຮ່າ, ຮອງປະທານປະຈຳສະມາຄົມການທ່ອງທ່ຽວ ແຂວງກວາງຈິ ວ່າ, ແຜນງານ Famtrip ໃນຄັ້ງນີ້ ແມ່ນກິດຈະກຳທີ່ມີຄວາມໝາຍທາງດ້ານພຶດຕິກຳຕົວຈິງ ເພື່ອແນໃສ່ສໍາຫຼວດ, ຕີລາຄາ ແລະ ຊຸກຍູ້ການກໍ່ສ້າງບັນດາຜະລິດຕະພັນການທ່ອງທ່ຽວທາງບົກ ຢູ່ເທິງເສັ້ນທາງ EWEC.
“ພວກຂ້າພະເຈົ້າໄດ້ກຳນົດທິດທາງພັດທະນາ ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີລັກສະນະສະເພາະ ເປັນຕົ້ນແມ່ນ ລາຍການທ່ອງທ່ຽວສໍາຜັດ ‘ມື້ດຽວສາມປະເທດ: ຫວຽດນາມ-ລາວ-ໄທ’, ເສັ້ນທາງເດີນທ່ຽວຕາມຮອຍຕີນປະທານ ໂຮ່ຈີມິນ ບົນເສັ້ນທາງຍາວທະລຸອາຊີ ຫຼື ບັນດາແຜນງານຄາຣາວານ (Caravan) ຄົ້ນຫາວັດທະນະທຳປະຫວັດສາດ ຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ”, ທ່ານ ຮ່າ ກ່າວ.
![]() |
| ພະທາດພະນົມ (Thatphanom) ສູນລວມຈິດໃຈທາງພຸດທະສາດສະໜາ ປະເທດໄທ ແມ່ນຈຸດໝາຍປາຍທາງອັນດຶງດູດ ຢູ່ເທິງເສັ້ນທາງການທ່ອງທ່ຽວທະລຸອາຊີ - ພາບ: N.B |
ຕາມທັດສະນະຂອງທ່ານ ຫງວຽນວັນຮ່າ ແລ້ວ, ບັນດາຜະລິດຕະພັນເຫຼົ່ານີ້ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງຈຸດເດັ່ນໃໝ່ຕື່ມອີກ, ເພີ່ມທະວີຄວາມດຶງດູດ ແລະ ຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ການທ່ອງທ່ຽວພາກພື້ນ, ພ້ອມທັງໂຄສະນາເຜີຍແຜ່ພາບພົດຂອງແຂວງກວາງຈິ ໄປສູ່ບັນດາຄູ່ຮ່ວມມືຝ່າຍໄທ ໂດຍຜ່ານເສັ້ນທາງຫຼວງແຫ່ງຊາດເລກທີ 9, ເສັ້ນທາງຫຼວງແຫ່ງຊາດເລກທີ 12 ແລະ ລະບົບດ່ານຊາຍແດນ ຢູ່ເທິງແລວທາງ EWEC.
“ໂດຍຜ່ານແຜນງານໃນຄັ້ງນີ້, ພວກຂ້າພະເຈົ້າມີຄວາມມຸ່ງມາດປາດຖະໜາຢາກເພີ່ມທະວີການດຶງດູດນັກທ່ອງທ່ຽວຊາວໄທ ໃຫ້ເຂົ້າມາທ່ຽວຊົມ ແລະ ສໍາຜັດກັບດິນແດນແຫ່ງມໍລະດົກທໍາມະຊາດ ກໍຄືຄວາມຊົງຈຳອັນສະຫງ່າຜ່າເຜີຂອງແຂວງກວາງຈິ, ພ້ອມກັນນັ້ນກໍເປັນການຊຸກຍູ້ການແລກປ່ຽນຖອດຖອນບົດຮຽນ, ເພີ່ມທະວີການຮ່ວມສຳພັນລະຫວ່າງຄະນະຊຸມຊົນວິສາຫະກິດການທ່ອງທ່ຽວຂອງບັນດາປະເທດ”, ທ່ານ ຮ່າ ເນັ້ນໜັກ.
ສາມາດເຫັນໄດ້ວ່າ, ສິ່ງທີ່ບັນດາວິສາຫະກິດການທ່ອງທ່ຽວມຸ່ງໄປເຖິງນັ້ນ ບໍ່ພຽງແຕ່ແມ່ນການເປີດລາຍການທ່ອງທ່ຽວ (Tour) ຕື່ມອີກເທົ່ານັ້ນ ແຕ່ຍັງແມ່ນການກໍ່ສ້າງຂອບເຂດການທ່ອງທ່ຽວຮ່ວມສຳພັນ ລະຫວ່າງ ຫວຽດນາມ-ລາວ-ໄທ, ເຊິ່ງແມ່ນສະຖານທີ່ທີ່ບັນດາທ້ອງຖິ່ນຮ່ວມກັນແບ່ງປັນແຫຼ່ງນັກທ່ອງທ່ຽວ, ຜະລິດຕະພັນ ແລະ ໂອກາດແຫ່ງການພັດທະນາ. ຈາກແລວທາງເສດຖະກິດເສັ້ນໜຶ່ງ, ປັດຈຸບັນ EWEC ພວມຄ່ອຍໆເປີດໂອກາດ ເພື່ອກາຍເປັນແລວທາງການທ່ອງທ່ຽວອັນເປັນເອກະລັກສະເພາະ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ແລະ ການຮ່ວມມືຈັບມືກັນໃນການເດີນທາງສໍາຫຼວດທ່ອງທ່ຽວ (Famtrip) ໃນຊ່ວງໄລຍະຜ່ານມານັ້ນ ອາດຈະແມ່ນບາດກ້າວເລີ່ມຕົ້ນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນອັນມະຫາສານ ຂອງການທ່ອງທ່ຽວຂ້າມແດນ ລະຫວ່າງ ຫວຽດນາມ-ລາວ-ໄທ.
| ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ ຍສໝ - ປະຊາຄົມຊາວຫວຽດນາມ ໄດ້ຈັດຕັ້ງຮ້ານວາງສະແດງອາຫານດ້ວຍອາຫານມູນເຊື້ອຫຼາຍເຍື່ອງ, ເຊັ່ນ: ຢໍຈືນ, ເຂົ້າໜົມຈືນ… ທັງສະແດງບັນດາລາຍການສິລະປະທີ່ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດນາມ. |
| ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ຍສໝ - ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ແມ່ນເວທີແຫ່ງການເຈລະຈາ ແລະ ປະເຊີນໜ້າໂດຍກົງ ກ່ຽວກັບບັນດາບັນຫາທີ່ຮີບດ່ວນທີ່ສຸດ ຂອງປະຊາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ. |


