ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

14:40 | 11/06/2021

ຍ​ສໝ - ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະແດງຄວາມຊົມເຊີຍຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn (ພາບ: VGP)

ທີ່​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ນອກກອງ​ປະ​ຊຸມ​ພິ​ເສດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ຈີນ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ​ຄັ້ງ​ທີ 6, ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ເມື່ອ​ຮັກ​ສາ​ໄດ້​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ພວ​ມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ…

ການ​ພົບ​ປະ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ມິ​ຖຸ​ນາ ​ຢູ່​ ຈິງ​ກີງ (ປະ​ເທດ​ຈີນ). ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ​ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສົມ​ທົບ​ກັບ​ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ຢ່າງ​ແໜ້ນ​ແຟ້ນ ເພື່ອເສີມ​ຂະ​ຫຍາຍ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ສອງ​ປະ​ເທດ ເພື່ອ​ແລກ​ປ່ຽນ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ່​ຄື​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ ແລະ ໂລກ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ເຂົ້າ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້ເຮືອນຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ.

ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະແດງຄວາມຊົມເຊີຍຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ໄດ້​ມີຫຼາຍ​ຮູບ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ການ​ເງິນ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ ກຳ​ປູ​ເຈຍ​ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ແລະ ສ​ະ​ເໜີ​ໃຫ້​ ກຳ​ປູ​ເຈຍ ສືບ​ຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບກົດ​ໝາຍ​ຂອງຊາວ​ເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ, ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບຂອງ ກຳ​ປູ​ເຈຍ ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ ​ເອົາ​ໃຈ​ໃສ່ຕໍ່ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຊື້ອ​ຊາດ ຫວຽດ​ນາມ.

ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19 ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19

ຍ​ສ​ໝ - ໂດຍ​ຕາງ​ໜ້າ​ປະ​ຊາ​ຊົນ, ທ່ານ​ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ​ຈຳ​ນວນ​ເງິນນີ້ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ແລະ ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ສາ​ມັກ​ຄ​ີ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຕໍ່​ພໍ່​ແມ່​ປະ​ຊາ​ຊົນ ເຮົາ​ຢູ່​ຕ່າງ​ປ​ະ​ເທດ ດ້ວຍ​ຈິດ​ໃຈ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ”.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ

ຍ​ສ​ໝ - ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Chay Navuth ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່, ແບ່ງ​ປັນ​ຢ່າງ​ທັນ​ການ ແລະເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຂອງ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໃຫ້​ແກ່​ກຳ​ປູ​ເຈຍ​ຈຳ​ນວນ​ອຸ​ປະ​ກອນ​ການ​ແພດນີ້. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ກ່ຽວ​ກັບ​ວັດ​ຖຸ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຈ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ກຳ​ປູ​ເຈຍ​ເພື່ອ​ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້.

ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ

ຍ​ສ​ໝ - ຕາມ​ທ່ານ ຫງວຽນ​ຝູ​ບິ່ງ ປະ​ທານ​ສະ​ມາ​ຄົມ​ຕິດ​ຕໍ​ພົວ​ພັນ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ (ALOV) ແລ້ວ, ຈຳ​ນວນ​ຂອງ​ຂວັນ​ດັງ​ກ່າວ​ເຖິງວ່າ​ນ້ອຍ​ກໍ່​ຕາມ ແຕ່​ມັນ​ສະ​ແດງ​ໃຫ້​ເປັນ​ນ້ຳ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ 3 ປະ​ເທດ ຕໍ່​ໜ້າ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຮອບ​ໃໝ່ນີ້.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.