ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຢາມ ລາວ | |
ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ - ຍີ່ປຸ່ນໃນຂົງເຂດສິນຄ້າບໍລິໂພກ |
![]() |
ກອງປະຊຸມການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6 (ພາບ: VOV) |
ວັນທີ 25 ສິງຫາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງສິ່ງແວດລ້ອມ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີໃນກອງປະຊຸມການໂອ້ລົມສົນທະນານະໂຍບາຍສິ່ງແວດລ້ອມຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6.
ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານ Koizumi Shinjiro ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ ໄດ້ແລກປ່ຽນບາງເນື້ອໃນຮ່ວມມືໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນໄລຍະຈະມາເຖິງຄື: ຫຼຸດລົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ບໍລິຫານສິ່ງເສດເຫຼືອ ແລະ ຂີ້ເຫຍື້ອທະເລ, ປົກປັກຮັກສາສິ່ງແວດລ້ອມຕໍ່ການເຄື່ອນໄຫວທາດເຄມີ… ທ່ານ Koizumi Shinjiro ໃຫ້ຮູ້ວ່າ ຍີ່ປຸ່ນຈະໜູນຊ່ວຍ ຫວຽດນາມສຳຜັດບັນດາຜົນສຳເລັດວິທະຍາສາດ, ການເງິນ, ເຕັກໂນໂລຢີ, ເພີ່ມທະວີກຳລັງຄວາມສາມາດເພື່ອພັດທະນາບັນດາຂົງເຂດປົກປັກຮັກສາສິ່ງແວ້ດລ້ອມ, ຮັບມືກັບການປ່ຽນແປງໃໝ່ຂອງດິນຟ້າອາກາດ, ຄຸ້ມຄອງ ແລະ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກຢູ່ມະຫາສະມຸດ…
ເນື່ອງໃນໂອກາດນີ້, ລັດຖະມົນຕີສອງທ່ານໄດ້ລົງນາມແກ່ຍາວເວລາກຳນົດຂອງບົດບັນທຶກຊ່ວຍຈຳຮ່ວມມືກ່ຽວກັບສິ່ງແວດລ້ອມລະຫວ່າງ ສອງກະຊວງ ມຸ່ງໄປສູ່ບັນດາເປົ້າໝາຍ: ເພີ່ມທະວີ, ສ້າງເງື່ອນໄຂ ແລະ ພັດທະນາການຮ່ວມມືໃນຂົງເຂດສິ່ງແວດລ້ອມ, ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງບັນດາການກະທຳເພື່ອແນໃສ່ປະຕິບັດສຳເລັດຂໍ້ຕົກລົງ Paris, ບັນດາເປົ້າພັດທະນາແບບຍືນຍົງໂດຍໄວ.
![]() | ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຢາມ ລາວ ໃນວັນທີ 23 ສິງຫາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ ... |
![]() | ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ - ຍີ່ປຸ່ນໃນຂົງເຂດສິນຄ້າບໍລິໂພກ ຍສໝ - ງານວາງສະແດງຄາດວ່າຈະຈັດຕັ້ງແຕ່ວັນທີ 24 ສິງຫາຫາວັນທີ 30 ຕຸລາ 2020 ຢູ່ທີ່ຫ້ອງການ JETRO ຮ່າໂນ້ຍ - ຊັ້ນ 9, ອາຄານ CornerStone, ເຮືອນເລກທີ 16 ຟານຈູຈິງ, ຮ່ວານກຽມ, ຮ່າໂນ້ຍ. |
![]() | ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ ຍສໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະແໜງອຸດສາຫະກຳ ລົດໂອໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ. |
ບຸນຄົງ