“ເຮືອນຄົວຊາວໜຸ່ມ” ເພີ່ມກຳລັງແຮງໃຫ້ກໍາລັງດ່ານໜ້າໃນການຕ້ານໂລກລະບາດ ໂຄວິດ - 19

14:35 | 05/06/2021

ຄຽງຄູ່ກັບເຄື່ອງດື່ມທີ່ສົດຊື່ນ ແລະ ນ້ຳໝາກໄມ້ໃນວັນອາກາດຮ້ອນເອົ້າແລ້ວ, “ເຮືອນຄົວຊາວໜຸ່ມ” ຍັງແມ່ນການລະດົມກຳລັງໃຈທີ່ທັນການ, ປະກອບສ່ວນກຳລັງແຮງ ແລະ ຄວາມເຊື່ອໝັ້ນໃຫ້ແກ່ກຳລັງດ່ານໜ້າໃນການຕໍ່ສູ້ກັບໂລກລະບາດ ໂຄວິດ-19 ເຊິ່ງຈະນຳຊີວິດອັນສະຫງົບສຸກມາໃຫ້ປະຊາຊົນໃນໄວໆນີ້.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ
ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ
“ເຮືອນຄົວຊາວໜຸ່ມ” ເພີ່ມກຳລັງແຮງໃຫ້ກໍາລັງດ່ານໜ້າໃນການຕ້ານໂລກລະບາດ ໂຄວິດ - 19
ສະມາຊິກຄະນະຊາວໜຸ່ມ, ບັນດາກຸ່ມອາສາສະໝັກ 30 ກວ່າຄົນ ໄດ້ເຂົ້າຮ່ວມການໜູນຊ່ວຍປຸງແຕ່ງອາຫານຢູ່ບັນດາຈຸດຕ່າງໆ, ລະດົມລົດປະມານ 10 ຄັນ ເພື່ອຊ່ວຍຈັດສົ່ງອາຫານໃຫ້ແກ່ກໍາລັງປ້ອງກັນ ແລະ ຄວບຄຸມພະຍາດລະບາດໃຫ້ທັນເວລາ.

ໃນໄລຍະການແຜ່ລະບາດ ຮອບທີ 4, ຮູບແບບ “ເຮືອນຄົວຊາວໜຸ່ມ” ຢູ່ນະຄອນຫາຍເຢືອງສືບຕໍ່ດຳເນີນງານຢ່າງມີປະສິດທິຜົນ, ໂດຍນຳເອົາອາຫານ ແລະ ເຄື່ອງດື່ມໄປແຈກຢາຍໃຫ້ກໍາລັງດ່ານໜ້າໃນການຕ້ານໂລກລະບາດ ໂຄວິດ - 19 ໂດຍບໍ່ເສຍຄ່າ.

ໂດຍມື້ລະ 3 ຄາບ: ທ່ຽງ, ແລງ ຄ່ຳ ຢ່າງສະໝ່ຳສະເໝີ, ອາຫານ, ເຄື່ອງດື່ມທີ່ແຊບ ແລະ ມີໂພຊະນາການຢ່າງຄົບຖ້ວນຈາກ “ເຮືອນຄົວຊາວໜຸ່ມ” ຈັດໂດຍຄະນະຊາວໜຸ່ມ ແຂວງ ຫາຍເຢືອງ ໄດ້ຖືກສົ່ງໄປຍັງກຳລັງທີ່ປະຕິບັດໜ້າທີ່ຢູ່ບັນດາປ້ອມຍາມ ຈຸດກວດກາເຂດຫ້າມການເຂົ້າ-ອອກ ໃນບໍລິເວນບັນດາບ້ານ, ຕາແສງ, ເມືອງ ແລະ ສົ່ງໄປເຖິງໃຫ້ທີມງານຕ່າງໆຂອງຕໍາຫຼວດນະຄອນ.

ພ້ອມກັນນັ້ນ, “ບັນດາສະມາຊິກຄະນະຊາວໜຸ່ມ ກໍ່ໄດ້ຈັດຫາອາຫານທີ່ກິນໃນຍາມກາງຄືນເພື່ອສະໜັບສະໜູນກຳລັງທີ່ຮັບຜິດຊອບຢູ່ບັນດາປ້ອມຍາມເຂດແຍກຕົວລວມໝູ່ ແລະ ປ້ອມກັກກັນພະຍາດ. ທຸກໆມື້, “ເຮືອນຄົວຊາວໜຸ່ມ” ໄດ້ສະໜອງອາຫານ ແລະ ນ້ຳໝາກໄມ້ປະມານ 300 ກ່ອງໃຫ້ແກ່ກຳລັງດ່ານໜ້າໃນການຕ້ານການລະບາດ ຂອງໂລກລະບາດ ໂຄວິດ - 19.

“ເຮືອນຄົວຊາວໜຸ່ມ” ເພີ່ມກຳລັງແຮງໃຫ້ກໍາລັງດ່ານໜ້າໃນການຕ້ານໂລກລະບາດ ໂຄວິດ - 19
ເພື່ອຮັບປະກັນການປ້ອງກັນ ແລະຄວບຄຸມໂລກລະບາດ ແລະ ຄຸນນະພາບຂອງອາຫານ, ຄະນະຊາວໜຸ່ມ ນະຄອນ ຫາຍເຢືອງ ໄດ້ສ້າງຕັ້ງໜ່ວຍງານເຮືອນຄົວ ດ້ວຍ 3 ທີມຮັບຜິດຊອບດ້ານອາຫາແຕ່ລະຄາບ.

ທ່ານ ນາງ ຫງວຽນຖີ້ເລ້ ເລຂາຄະນະຊາວໜຸ່ມ ນະຄອນ ຫາຍເຢືອງ ໃຫ້ຮູ້ວ່າ: ເພື່ອຮັບປະກັນການປ້ອງກັນ ແລະຄວບຄຸມໂລກລະບາດ ແລະ ຄຸນນະພາບຂອງອາຫານ, ຄະນະຊາວໜຸ່ມ ນະຄອນ ຫາຍເຢືອງ ໄດ້ສ້າງຕັ້ງໜ່ວຍງານເຮືອນຄົວ ດ້ວຍ 3 ທີມຮັບຜິດຊອບດ້ານອາຫາແຕ່ລະຄາບ.

ສະມາຊິກຄະນະຊາວໜຸ່ມ, ບັນດາກຸ່ມອາສາສະໝັກ 30 ກວ່າຄົນ ໄດ້ເຂົ້າຮ່ວມການໜູນຊ່ວຍປຸງແຕ່ງອາຫານຢູ່ບັນດາຈຸດຕ່າງໆ, ລະດົມລົດປະມານ 10 ຄັນ ເພື່ອຊ່ວຍຈັດສົ່ງອາຫານໃຫ້ແກ່ກໍາລັງປ້ອງກັນ ແລະ ຄວບຄຸມພະຍາດລະບາດໃຫ້ທັນເວລາ. ຄ່າໃຊ້ຈ່າຍທັງໝົດ ໃນການຮັກສາເຮືອນຄົວແມ່ນໄດ້ຮັບການສະໜັບສະໜູນ ໂດຍສະມາຊິກຄະນະຊາວໜຸ່ມ, ບັນດາກຸ່ມອາສາສະໝັກ ຮຽກຮ້ອງການສະໜັບສະໜູນຈາກຊຸມຊົນ.. ຄຽງຄູ່ກັບເຄື່ອງດື່ມທີ່ສົດຊື່ນ ແລະ ນ້ຳໝາກໄມ້ໃນວັນອາກາດຮ້ອນເອົ້າແລ້ວ, “ເຮືອນຄົວຊາວໜຸ່ມ” ຍັງແມ່ນການລະດົມກຳລັງໃຈທີ່ທັນການ, ປະກອບສ່ວນກຳລັງແຮງ ແລະ ຄວາມເຊື່ອໝັ້ນໃຫ້ແກ່ກຳລັງດ່ານໜ້າໃນການຕໍ່ສູ້ກັບໂລກລະບາດ ໂຄວິດ-19 ເຊິ່ງຈະນຳຊີວິດອັນສະຫງົບສຸກມາໃຫ້ປະຊາຊົນໃນໄວໆນີ້.

ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ

ຍ​ສ​ໝ - ດ້ວຍ​ງົບ​ປະ​ມານ​ກ່​ວາ 600 ລ້ານ​ດົ່ງ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງດຽນ​ບຽນໄດ້​ລົງ​ທຶນ​ເຂົ້າ​ການ​ຊື້​ບັນ​ດາ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອລາວ, ແຕ່​ລະ​ແຂວງ​ລວມ​ມີ: ຜ້າ​ອັດ​ປາກ​ດັງ 32.000 ອັນ, ຢາ​ລ້າງ​ມື​ຂ້າ​ເຊື້ອ 200 ຕຸກ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອລະ​ດັບ 3.300 ຊຸດ.

ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ງວດ​ສິນ​ຄ້າ​ຜ້​າ​ອັດ​ປາກ​ດັງ 810.000 ອັນ​ຂອງ ຫວຽດ​ນາມ​ໜູນ​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ອົດ​ສະ​ຕາ​ລີ​ຊ່ວຍ​ເຫຼືອ​ສົ່ງ​ໄປ​ຍັງ​ດ້ວຍ​ການ​ເດີນ​ເຮືອ​ໄປ​ຍັງ​ນະ​ຄອນຫຼວ​ງ Dili.

ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ໄຊພອນ

ເຫດການ
302 Found

Found

The document has moved here.