ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

09:08 | 28/11/2019

ຍສໝ - ເມື່ອບໍ່ດົນມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. (ພາບ: bienphong.com.vn)

ເຂົ້າຮ່ວມພິທີ ມີທ່ານພັນເອກພິເສດ ຮວ່າງກວ໊ກແອງ, ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ແລະທ່ານພັນໂທ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ 712 ເປັນປະທານຮ່ວມພິທີລົງນາມ. ທ່ານພັນເອກ ຫງວຽນຊວນແບ໊ກ, ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ.

ທີ່ພິທີເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ, ທ່ານພັນເອກ ຫງວຽນຊວນແບກ ປາດຖະໜາວ່າຜົນການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງສອງໂຮງຮຽນເວົ້າສະເພາະນັບມື້ນັບພັດທະນາ ແລະບັນລຸໄດ້ບັນດາຜົນງານຫຼາຍກວ່າອີກໂດຍສະເພາະແມ່ນວຽກງານສຶກສາ-ກໍ່ສ້າງ ແລະຍົກສູງຄຸນນະພາບການຮຽນ-ການສອນ. ທ່ານພັນໂທ ສັກສົມບັດ ແກ້ວສິດທິວົງສາ ກໍ່ໄດ້ສົ່ງຄໍາຂອບໃຈອັນເລິກເຊິ່ງຕໍ່ການເອົາໃຈໃສ່ຂອງການນໍາກອງບັນຊາການທະຫານຊາຍແດນ ແລະຄະນະອໍານວຍການໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1. ທ່ານ ຫວັງວ່າ ສອງຝ່າຍຈະຍູ້ແຮງການພົວພັນຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນການບໍາລຸງສ້າງພະນັກງານ, ນັກຮຽນການທະຫານຂອງກອງທັບປະຊາຊົນລາວ ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1.

(ໄຊພອນ)

ເຫດການ
302 Found

Found

The document has moved here.