ໂລກ​ລະ​ບາດ Covid-19: ຫລາຍປະເທດ ປິດປະຕູເຂດຊາຍແດນ

18:18 | 15/03/2020

ຍສໝ - ຫຼາຍປະເທດໄດ້ພ້ອມກັນເພີ່ມທະວີບັນດາຕະການປ້ອງກັນ, ຕ້ານໂລກລະບາດ Covid-19 ພ້ອມກັນປິດປະຕູເຂດຊາຍແດນ.

ໂລກ​ລະ​ບາດ Covid-19: ຫລາຍປະເທດ ປິດປະຕູເຂດຊາຍແດນ

ພາບປະກອບ

ໃນວັນທີ 13 ມີນາ, ຢູແກຼນ ໄດ້ປະກາດປິດປະຕູດ່ານຊາຍແດນໃນຮອບເວລາຢ່າງໜ້ອຍສຸດແມ່ນ 2 ອາທິດ ແລະໂຈະຊົ່ວຄາວບັນດາການເຄື່ອນໄຫວທາງການບິນ. ນັບແຕ່ວັນທີ 14 ມີນາ, ປະເທດໂປໂລຍ ແລະ ສ.ເຊັກໂກ ໄດ້ປະກາດສະພາບສະພາວະສຸກເສີນລະດັບຊາດ ແລະ ພ້ອມກັນປິດປະຕູເຂດຊາຍແດນທັງໝົດ. ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ປະກາດວ່າ: ປະເທດນີ້ປິດປະຕູເຂດຊາຍແດນທາງບົກຕິດກັບ ໂປໂລຍ ແລະ ນອກແວ ນັບແຕ່ວັນທີ 15 ມີນາເປັນຕົ້ນໄປ, ນຳໃຊ້ສຳຫຼັບຊາວຕ່າງປະເທດທຸກຄົນໄປລັດເຊຍ ເວັ້ນເສຍແຕ່ພົນລະເມືອງ Belarus ແລະ ບັນດາສະມາຊິກຂອງຄະນະຜູ້ແທນທາງການ ແລະ ພົນລະເມືອງຂອງລັດເຊຍ.

ທ່ານນາຍົກລັດຖະມົນຕີແອດສະປາຍ Pedro Sanchez ໄດ້ອອກຄຳສັ່ງປິດລ້ອມເຂດດິນແດນປະເທດນີ້ເກືອບທັງໝົດ ເພື່ອແນໃສ່ສະກັດກັ້ນໂລກລະບາດໃນຢ່າງໜ້ອຍສຸດໃນເວລາ 15 ວັນ. ອົງການສາທາລະນະສຸກຝລັງ ໄດ້ປະກາດວ່າປະເທດນີ້ກ້າວເຂົ້າສູ່ໄລຍະທີ 3 ຂອງໂລກລະບາດ Covid-19 ຢ່າງເປັນທາງການ. ໃນໄລຍະນີ້, ຝລັ່ງ ຈະນຳໃຊ້ບັນດາມາດຕະການແຮງ ເພື່ອແນໃສ່ຈຳກັດການກະທົບຈາກໂລກລະບາດ. ປະຈຸບັນ, ຝລັງ ໄດ້ປິດປະຕູຮາກຖານການສຶກສາ, ສະຖານທີ່ຢ້ຽມຊົມ, ທ່ອງທ່ຽວ…. ທຸກແຫ່ງ; ຈຳກັດການຈັດບັນດາເຫດການທີ່ມີຫຼາຍຄົນ; ຍົກເລິກບັນດາເຫດການວັດທະນະທຳ, ກິລາ.

ໄລ່ຮອດວັນທີ 15 ມີນາ, ໂລກລະບາດ Covid-19 ໄດ້ປະກົດມີຢູ່ 151 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດກ່ວາ 156.000 ຄົນ ແລະ 5821 ຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ຢູ່ໃນໂລກມີຜູ້ເສຍຊີວິດຕື່ມອີກ 392 ຄົນ, ສ່ວນຫຼາຍແມ່ນຢູ່ອີຣານ ແລະ ອີຕາລີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.