ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ

07:43 | 05/11/2019

ຍສໝ - ຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ.

ໃນຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ.

ທີ່ພິທີ, ໂດຍໄດ້ຮັບການມອບໝາຍຈາກປະທານປະເທດຫວຽດນາມ, ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊອັນສູງສົ່ງທີ່ສຸດ ຂອງພັກ, ລັດ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນ ລາວ ພ້ອມກັບບັນດາຫຼຽນໄຊອື່ນໆ ໃຫ້ແກ່່ 53 ກົມກອງ ແລະ 65 ບຸກຄົນ ຂອງກອງທັບປະຊາຊົນລາວ.

ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ

ທ່ານພົນເອກ ໂງຊວັນລິກ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ. (ພາບ: qdnd.vn)

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວັນລິກ ຢັ້ງຢືນວ່າ ການປະດັບຫຼຽນໄຊອັນສູງສົ່ງນີ້ ແມ່ນການຮັບຮູ້ບັນດາການປະກອບສ່ວນສໍາຄັນຂອງທັງກອງທັບປະຊາຊົນລາວ ໃນໄລຍະແຫ່ງການສ້າງສາ ແລະ ເພີ່ມທະວີການພົວພັນໄມຕີຈິດ ມິດຕະພາບອັນຍິ່ງໃຫຍ່, ຄວາມສະໝັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ; ພ້ອມທັງສືບຕໍ່ຢັ້ງຢືນ ແລະ ເຮັດໃຫ້ສາຍພົວພັນອັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຄວາມສາມັກຄີຜູກພັນລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດເລິກເຊິ່ງຂຶ້ນຕື່ມ.

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຫວຽດນາມ ທີ່ໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ກອງທັບປະຊາຊົນລາວ ແລະ ຢືນຢັນວ່າ ນີ້ແມ່ນຄວາມເປັນກຽດພະນັກງານ, ນັກຮົບກອງທັບປະຊາຊົນລາວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສາໝອນ ຈັນຍາຫລາດ ຍັງໄດ້ສະແດງໃຫ້ເຫັນວ່າ, ຕະຫຼອດ 70 ປີທີ່ຜ່ານມາ, ຜົນສຳເລັດຂອງກອງທັບລາວຍາມໃດກໍ່ຕິດພັນກັບຜົນງານລວມຂອງສອງປະເທດ.

ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ

ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ໂງຊວັນລິກ ກໍໄດ້ມອບເງິນຈໍານວນ 50.000 USD ເພື່ອຊ່ວຍເຫຼືອປະຊາຊົນບັນດາແຂວງຢູ່ພາກກາງ ແລະ ພາກໃຕ້ ຂອງ ລາວ. (ພາບ: qdnd.vn)

ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີ ໂງຊວັນລິກ ກໍໄດ້ມອບເງິນຈໍານວນ 50.000 USD ແກ່ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ເພື່ອຊ່ວຍເຫຼືອປະຊາຊົນບັນດາແຂວງຢູ່ພາກກາງ ແລະ ພາກໃຕ້ ຂອງ ລາວ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໃນເຫດພາຍຸ, ນໍ້າຖ້ວມເມື່ອເດືອນກັນຍາຜ່ານມາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.