ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

16:15 | 20/09/2019

ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ຈະກັບຄືນປະເທດ ລາວ.

ເຂົ້າຮ່ວມພິທີ ມີຜູ້ຕາງໜ້າຫ້ອງວ່າການປະທານປະເທດ, ຫ້ອງການລັດຖະບານ ແລະ ຜູ້ນຳບັນດາຫົວ ໜ່ວຍສຳຄັນ ຂອງກະຊວງການຕ່າງປະເທດ, ຜູ້ຕາງໜ້າພະນັກງານ, ລັດຖະກອນຂອງສະຖານທູດລາວປະຈຳ ຮ່າໂນ້ຍ. ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການຕ້ອນຮັບຢ່າງອົບອຸ່ນ ກັບທ່ານເອກອັກຄະລັດຖະທູດ ລາວ ທອງສະຫວັນ ພົມວິຫານ.

ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ. (ພາບ: baochinhphu.vn)

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮອງຮັບ ແລະ ຕີລາຄາສູງຄວາມບຸກບືນຂອງທ່ານເອກອັກຄະລັດຖະທູດ ໃນໄລຍະເກືອບ 4 ປີທີ່ເຮັດວຽກຢູ່ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ມິດຕະພາບ ແລະ ສາຍພົວພັນພິເສດ ຫວຽດນາມ - ລາວ ໃນທຸກຂົງເຂດ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນໄລຍະອາຍຸປະຈຳການເປັນເອກອັກຄະລັດຖະທູດຂອງ ທ່ານ ທອງສະຫວັນ ພົມວິຫານ, ການພົວພັນສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ, ພັດທະນາ, ມີຄວາມລວງເລິກ ແລະ ໄດ້ນຳມາໝາກຜົນຕົວຈິງຫຼາຍຢ່າງ; ການແລກປ່ຽນຄະນະຜູ້ແທນຂັ້ນສູງໄດ້ດຳເນີນໄປເປັນປະຈຳ; ບັນດາກົນໄກຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການໜ່ວງໄວ້ເປັນປົກກະຕິ ແລະ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງ ການ, ທ້ອງຖິ່ນຂອງສອງປະເທດ ໄດ້ຮັບການເປີດກວ້າງ; ການຮ່ວມມືໃນຂົງເຂດການເມືອງ, ຄວາມ ໝັ້ນຄົງ, ປ້ອງກັນປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ຊາຍແດນ, ກົງສຸນ ... ລ້ວນແຕ່ໄດ້ບັນລຸໝາກຜົນໜ້າລະດົມສົ່ງເສີມ; ໂດຍສະເພາະ ແມ່ນຄວາມເຊື່ອຖື ແລະ ຄວາມສະໜິດຕິດພັນ ລະຫວ່າງຜູ້ນຳ ແລະ ປະຊາຊົນຂອງສອງປະເທດ ໄດ້ເຂັ້ມແຂງກ່ວາເກົ່າ.

ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫຼຽນໄຊແຮງງານຊັ້ນໜຶ່ງ ແມ່ນການຮອງຮັບທີ່ສົມເປັນ ຂອງພັກ ແລະ ລັດຫວຽດນາມ ສຳລັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການພົວພັນສອງຝ່າຍຫວຽດນາມ - ລາວ. ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈ ຢ່າງເລິກເຊິ່ງຕໍ່ການນຳຂອງພັກ ແລະ ລັດຫວຽດນາມ ທີ່ໃຫ້ຄວາມກຽດຕິຍົດຢ່າງສູງ; ກ່າວວ່າ ນີ້ແມ່ນໝາກຜົນ ບໍ່ພຽງແຕ່ຂອງບັນດາສ່ວນບຸກຄົນຂອງຕົນເທົ່ານັ້ນ, ຍັງແມ່ນຄວາມບຸກບືນຮ່ວມຂອງບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ ທີ່ພ້ອມກັນສະໜັບສະໜູນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ກັບທ່ານເອກອັກຄະລັດຖະທູດ ໃນເວລາເຮັດວຽກຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ໃນຖານະຕຳແໜ່ງໃໝ່ ຈະສືບຕໍ່ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ມີການພັດທະນາຫລາຍຂື້ນ.


(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.