ຫວຽດ​ນາມ - ລັດ​ເຊຍ:​ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

21:58 | 15/08/2019

ຍສໝ - ທ່ານ ພົນເອກ Valery Gerasimov, ຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ, ຮອງລັດຖະມົນຕີ ຜູ້ທີໜຶ່ງ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ.

ຫວຽດ​ນາມ - ລັດ​ເຊຍ:​ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລັດ​ເຊຍ:​ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ.(ພາບ: TTXVN)

ທ່ານ ພົນເອກ Valery Gerasimov ໄດ້ຢັ້ງຢືນວ່າ: ຫວຽດນາມ ແມ່ນປະເທດເພື່ອນມິດທີ່ເປັນມູນເຊື້ອດ້ວຍການພົວພັນອັນດີງາມເຊິ່ງໄດ້ພິສູດຜ່ານການເວລາ. ລັດເຊຍ ໄດ້ຕີລາຄາສູງລັກສະນະຂະຫຍັນຂັນເຄື່ອນຂອງບັນດາການສົນທະນາລະດັບຍຸດທະສາດ ແລະ ຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ. ທ່ານ ພົນເອກ Valery Gerasimov ໃຫ້ຮູ້ວ່າ: ສະຫະພັນ ລັດເຊຍ ຕີລາຄາສູງຕໍ່ ໝາກຜົນຂອງການຮ່ວມມືເຫຼົ່າທັບທະຫານ, ເຕັກນິກການທະຫານ, ລະບອບນິຕິກຳ, ການແພດທະຫານ, ການບຳລຸງສ້າງພ້ອມທັງຢັ້ງຢືນວ່າຈະສືບຕໍ່ສະຫງວນບັນດາທຶນການສຶກສາໃຫ້ແກ່ກະຊວງປ້ອງກັນປະເທດ ຫວຽດນາມ ໃນປີ 2019 - 2020.

ທ່ານພົນໂທ ຟານວັນຢາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ຫວຽດນາມ ຖືການຮ່ວມມືກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສໍາຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

ຫົວໜ້າເສນາທິການໃຫຍ່ສອງປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຕາມທິດຍາວນານ, ແທດຈິງ ແລະ ໄວ້ເນື້ອເຊື່ອໃຈ, ບົນພື້ນຖານບັນດາສົນທິສັນຍາ, ຂໍ້ຕົກລົງສາກົນສອງຝ່າຍ, ໃນນັ້ນສຸມໃສ່ປະຕິບັດແຜນການຮ່ວມມືພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດໄລຍະ 2018 – 2020 ທີ່ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ; ສອງຝ່າຍຈະສືບຕໍ່ຊຸກຍູ້ການລົງນາມໃນບັນດາເອກະສານເພີ່ມທະວີການຮ່ວມມື, ໃນນັ້ນມີຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນຮ່ວມມືປ້ອງກັນຊາດໄລຍະ 2019 - 2023.

(ໄຊພອນ)

ເຫດການ
302 Found

Found

The document has moved here.