ຫ້ອງຮຽນຢູ່ແຂວງຮ່າຕິງ ເຕັມໄປດ້ວຍນ້ຳໃຈແຫ່ງຄວາມສາມັກຄີລະຫວ່າງນັກສຶກສາຫວຽດນາມ-ລາວ

15:26 | 04/11/2019

ບໍ່ມີຄວາມຫຍຸ້ງຍາກດ້ານພາສາ, ວັດທະນະທໍາ, ມີນັກສຶກສາລາວຮຽນຢູ່ໂຮງຮຽນວິທະຍາໄລເຕັກນິກຫວຽດດຶກ-ຮ່າຕິງ ກວ່າ 100 ຄົນໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງການດໍາລົງຊີວິດຢູ່ນະຄອນຮ່າຕິງ ດ້ວຍການຕ້ອນຮັບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຄະນະອຳນວຍການໂຮງຮຽນ ແລະບັນດາສະມາຊິກສະໂມສອນຫວຽດ-ລາວ.

ມາຫວຽດນາມ ໄດ້ເກືອບໜ່ຶງປີແລ້ວ, ນາງ Somvannoy Noknoy (ນັກສຶກສາຊຸດທີ 18 ພາກວິຊາຄຸ້ມຄອງອິນເຕີແນັດ) ໄດ້ລື້ງເຄີຍກັບຊີວິດໃໝ່ແລ້ວ. ນາງ Somvannoy Noknoy ໄດ້ແບ່ງປັນວ່າ: “ຕອນຫາກໍ່ມາຫວຽດນາມ ໃໝ່ໆນ້ອງມີຄວາມເປັນຫ່ວງຫຼາຍຍ້ອນວ່າທຸກສິ່ງທຸກຢ່າງລ້ວນແຕ່ແປກໃໝ່ໝົດ, ໂຊກດີທີ່ມີລຸ້ນເອື້ອຍ, ອ້າຍຢູ່ສະໂມສອນຫວຽດ-ລາວ ຊ່ວຍນ້ອງຮຽນພາສາຫວຽດ, ເຂົ້າຮ່ວມບັນດາການເຄື່ອນໄຫວຂະບວນການຂອງໂຮງຮຽນ ແລະການເຄື່ອນໄຫວສັງຄົມອື່ນ, ສະນັ້ນນ້ອງຈຶ່ງເຊື່ອມຕົວໄດ້ຢ່າງວ່ອງໄວ. ນ້ອງຮູ້ສຶກວ່າຊີວິດຢູ່ນີ້ມ່ວນຫຼາຍ”.

ກໍ່ຄືນາງ Somvannoy Noknoy, ນາງ Phonsila Khawnthong ແລະSibounheuang Chiep (ນັກສຶກສາຊຸດທີ 18 ພາກວິຊາຄຸ້ມຄອງອິນເຕີແນັດ) ກໍ່ໄດ້ຜ່ານຜ່າຊຸມວັນທີ່ຫຍຸ້ງຍາກລຳບາກຢູ່ປະເທດຫວຽດນາມ. ດ້ວຍຄວາມມານະພະຍາຍາມຂອງຕົນ ແລະໄດ້ຮັບການໜູນຊ່ວຍຈາກຄູອາຈານ, ໝູ່ເພື່ອນໃນສະໂມສອນ, ສະນັ້ນນ້ອງທັງສອງຄົນດັ່ງກ່າວບໍ່ພຽງແຕ່ເຊື່ອມຕົວເຂົ້າກັບສະພາບແວດລ້ອມໄດ້ດີເທົ່ານັ້ນ, ແຕ່ຍັງບັນລຸໄດ້ໝາກຜົນດີໃນການຮໍ່າຮຽນອີກດ້ວຍ.

ຫ້ອງຮຽນຢູ່ແຂວງຮ່າຕິງ ເຕັມໄປດ້ວຍນ້ຳໃຈແຫ່ງຄວາມສາມັກຄີລະຫວ່າງນັກສຶກສາຫວຽດນາມ-ລາວ
ສະໂມສອນຫວຽດ-ລາວສົມທົບກັບຄະນະຊາວໜຸ່ມໂຮງຮຽນຈັດຕັ້ງບຸນປີໃໝ່ລາວ. (ພາບ:baohatinh.vn)

Phonsila Khawnthong ແລະSibounheuang Chiep ແມ່ນ 2 ຄົນໃນຈຳນວນນັກສຶກສາ 60 ຄົນທີ່ໄດ້ຮັບທຶນສຶກສາຈາກໂຮງຮຽນໃນປີ 2018-2019. ປະຈຸບັນນ້ອງທັງສອງຄົນນັ້ນເປັນສະມາຊິກທີ່ຕັ້ງໜ້າຂອງສະໂມສອນຫວຽດ-ລາວ, ເຄີຍຊ່ວຍເຫຼືອບັນດານັກສຶກສາໃໝ່ທີ່ມາຮຽນພາສາຫວຽດ ແລະເຊື່ອມຕົວເຂົ້າກັບສະພາບແວດລ້ອມແຫ່ງການດຳລົງຊີວິດໃໝ່ເປັນປະຈໍາ.

ນ້ອງ ເຢືອງທິເທືອງ (ນັກສຶກສາລຸ້ນ16 ພາກວິຊາບັນຊີວິສາຫະກິດ) - ຫົວໜ້າສະໂມສອນໃຫ້ຮູ້ວ່າ: “ປະຈຸບັນ, ສະມາຄົມຫວຽດ-ລາວ ມີສະມາຊິກທັງໝົດ 30 ຄົນ, ໃນນັ້ນມີນັກສຶກສາຫວຽດນາມ ເຄີຍເຂົ້າຮ່ວມການໜູນຊ່ວຍນັກສຶກສາລາວ 9 ຄົນ. ຈຸດປະສົງຂອງພວກນ້ອງແມ່ນສ້າງການລະຫຼິ້ນ, ພົບປະແລກປ່ຽນວັດທະນະທໍາ, ໜູນຊ່ວຍນັກສຶກສາລາວທີ່ມາຮຽນຢູ່ໂຮງຮຽນແຫ່ງນີ້”.

ເພື່ອໃຫ້ມີບັນດາການດໍາລົງຊີວິດທີ່ມີຄວາມຟົດຟື້ນ, ຄົບໜ້າຄົບຕານັ້ນ, ໄລຍະທໍາອິດ, ສະໂມສອນຫວຽດ-ລາວ ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເພາະວ່າໄປຄຽງຄູ່ກັບຜົນງານການຮໍ່າຮຽນດີເດັ່ນຂອງນັກສຶກສາລາວນັ້ນເຂົາເຈົ້າຍັງມີຄວາມຫຍຸ້ງຍາກທາງດ້ານພາສາ, ການພົວພັນສື່ສານ... ຄະນະຮັບຜິດຊອບສະໂມສອນຕ້ອງໄດ້ຕັ້ງກຸ່ມ facebook ຂຶ້ນເພື່ອເປັນບ່ອນແລກປ່ຽນໃຫ້ສະມາຊິກໝົດທຸກຄົນ ແລະບັນດານັກສຶກສາລາວຢາກເຂົ້າຮ່ວມ.

ຫ້ອງຮຽນຢູ່ແຂວງຮ່າຕິງ ເຕັມໄປດ້ວຍນ້ຳໃຈແຫ່ງຄວາມສາມັກຄີລະຫວ່າງນັກສຶກສາຫວຽດນາມ-ລາວ
ບັນດາກິດຈະກຳວັດທະນະທໍາສິລະປະແມ່ນການລະຫຼິ້ນທີ່ມີປະໂຫຍດ, ປອດໃສໃຫ້ແກ່ນັກສຶກສາສອງປະເທດ. (ພາບ: baohatinh.vn)

ຫົວໜ້າສະໂມສອນນາງ ເຢືອງທິເທືອງ ໃຫ້ຮູ້ວ່າ “ສະມາຊິກແຕ່ລະຄົນແມ່ນເພື່ອນຄົນໜຶ່ງ, ເປັນຄົນແນະນໍາຢ່າງສຸດອົກສຸດໃຈໃຫ້ບັນດານັກສຶກສາລາວ. ບໍ່ພຽງແຕ່ຊ່ວຍເຫຼືອໃນການຮ່ໍາຮຽນເທົ່ານັ້ນ, ສະໂມສອນຍັງໄດ້ແນະນໍາວັດທະນະທໍາຫວຽດນາມ ເວົ້າລວມ ແລະແຂວງຮ່າຕິງ ເວົ້າສະເພາະໃຫ້ບັນດາພວກເພື່ອນຕື່ມອີກ. ຄວາມເບີກບານມ່ວນຊື່ນຂອງພວກນ້ອງແມ່ນໄດ້ແບ່ງປັນຄວາມຮັກບ້ານເກີດເມືອງນອນ, ປະເທດຂອງຕົນໃຫ້ບັນດາເພື່ອນມິດຕ່າງປະເທດ”.

ສະມາຊິກຂອງສະໂມສອນກໍ່ໄດ້ຮັບຜິດຊອບຫຼາຍລາຍການສະແດງສິລະປະຂອງໂຮງຮຽນ; ວັນບຸນປີໃໝ່ປະຈໍາຊາດຂອງສອງຊາດກໍ່ແມ່ນບັນດາສະມາຊິກສົມທົບກັນຈັດຕັ້ງ. ຄຽງຂ້າງນັ້ນ, ສະໂມສອນຍັງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສັງຄົມ, ຄື: ກໍ່ສ້າງຊົນນະບົດໃໝ່, ບໍລິຈາກເລືອດ... ສ້າງການລະຫຼິ້ນທີ່ມີປະໂຫຍດ, ປອດໃສ ແລະຕິດພັນລະຫວ່າງນັກສຶກສາສອງປະເທດ.

ທ່ານ ຫງວຽນວ໊ຽດກີ່ - ເລຂາຄະນະຊາວໜຸ່ມຂອງໂຮງຮຽນໃຫ້ຮູ້ວ່າ: “ບັນດາການເຄື່ອນໄຫວແລກປ່ຽນ, ຮໍ່າຮຽນພ້ອມກັບນັກສຶກສາລາວ ກໍ່ຊ່ວຍໃຫ້ນັັກສຶຶກສາຫວຽດນາມ ເສີມຂະຫຍາຍທັກສະໃນການຈັດຕັ້ງການເຄື່ອນໄຫວຕ່າງໆ, ທັກສະການເປັນຄູ ແລະປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ-ລາວ”.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.