ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ

11:30 | 09/01/2020

ຍສໝ - ໃນວັນທີ 05 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມນັກສຶກສາຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2020).

ຕາມທ່ານປະທານສູນກາງສະມາຄົມນັກສຶກສາຫວຽດນາມ ບູ່ຍກ່ວາງຫູຍ, ພ້ອມກັບການພັດທະນາປະເທດ, ຂະແໜງການການສຶກສາ ແລະ ບຳລຸງສ້າງຢູ່ປະເທດຫວຽດນາມ, ສະມາຄົມນັກສຶກສາຫວຽດນາມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ອົງການຈັດຕັ້ງສະມາຄົມຢູ່ຕ່າງປະເທດ ຈຳນວນ 10 ແຫ່ງ, ໄດ້ເຕົ້າໂຮມນັກຮຽນຫຼາຍກ່ວາ 1,2 ລ້ານຄົນ.

ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ

ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2). (ພາບ: laodong.vn)

ທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ປະດັບໄຫຼໄຊເອກະລາດຊັ້ນ 1 (ຄັ້ງທີ 2) ໃຫ້ແກ່ສະມາຄົມນັກສຶກສາຫວຽດນາມ. ນີ້ແມ່ນນາມມະຍົດອັນສູງສົ່ງ, ຮັບຮອງເອົາບັນດາການປະກອບສ່ວນຂອງສະມາຄົມນັກສຶກສາຫວຽດນາມ ໃນໄລຍະຜ່ານມາ.

ເນື່ອງໃນໂອກາດນີ້, ມີ 10 ໝູ່ຄະນະທີ່ມີຜົນງານພົ້ນເດັ່ນ, ດີເລີດໃນວຽກງານເຄື່ອນໄຫວຂອງສະມາຄົມ ແລະ ຂະບວນການນັກສຶກສາຫວຽດນາມ ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ, ມີພະນັກງານຄະນະຊາວໜຸ່ມ, ສະມາຄົມດີເດັ່ນ 100 ຄົນໄດ້ຮັບລາງວັນ “ດາວເດືອນຈຽງ”.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.