ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

22:36 | 21/03/2020

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ສະຖານທູດ ຫວຽດນາມ ປະຈຳ ສະວິດ ກໍ່ສະໜອງຂໍ້ມູນທີ່ເປັນ ປະໂຫຍດ ເມື່ອກັບຄືນມາ ຫວຽດນາມ ໃນໄລຍະເກີດໂລກລະບາດຄືໃນປະຈຸບັນ. ບັນດາກໍລະນີເຂົ້າເມືອງ ຫວຽດນາມ ຕ້ອງຜ່ານການກວດສຸຂະພາບ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ແຍກຕົວໃຫ້ເໝາະສົມກັບຂໍ້ກຳນົດທີ່ພວມປະກາດໃຊ້ຂອງ ຫວຽດນາມ.

ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ພາບປະກອບ

ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ໃນບົດບາດເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມໃນການຮັບມືຢ່າງເປັນເຈົ້າການ, ທັນການຂອງ ອາຊຽນ ເມື່ອໂລກລະບາດເກີດຂຶ້ນຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງ ອາຊຽນ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ, ອົງການອະນາໄມໂລກ ແລະ ປະຊາຄົມສາກົນ ແນໃສ່ຍູ້ໂລກລະບາດ Covid-19 ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມສະຫງົບສຸກ ແລະ ພັດທະນາເປັນປົກກະຕິຂອງບັນດາປະເທດ.

ໄລ່ຮອດ 8 ໂມງ 30 ນາທີ່ຂອງວັນທີ 21 ມີນາ (ຕາມເວລາ ຫວຽດນາມ), ປັດຈຸບັນໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 275.741 ຄົນແລະ ມີຜູ້ເສຍຊີວິດຍ້ອນ Covid – 19 ແມ່ນ 11.397 ຄົນ. ຈຳນວນຄົນເຈັບທີ່ໄດ້ຮັບການຟື້ນຟູແມ່ນ 91.912 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 163 ປະເທດ ແລະ ເຂດແຄ້ວນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.