ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024

20:28 | 03/11/2023

ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024

ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024
ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024 ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

ລາວ ຫາກໍ່ປະກາດ ຫົວຂໍ້ ແລະ ໂລໂກ້ ໃນບົດບາດ ເປັນປະທານ ອາຊຽນ ໃນປີ 2024. ນີ້ ແມ່ນພາກສ່ວນຫນຶ່ງໃນການກະກຽມຂອງ ລາວ ໃນຖານະຕໍາແໜ່ງນີ້.

ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024

ໂລໂກ້ທາງການຂອງລາວ, ປະທານອາຊຽນ 2024. ພາບ: TTXVN

Logo chính thức của Lào Chủ tịch ASEAN 2024. Ảnh: TTXVN phát

ຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມາດໃນການຟື້ນຟູ” ແລະ ໂລໂກ້ ເພື່ອສ່ອງແສງບັນດາສິ່ງທ້າທາຍ ແລະ ກາລະໂອກາດທີ່ບັນດາປະເທດໃນພາກພື້ນ ອາຊຽນ ຕ້ອງປະເຊີນໃນທົດສະວັດຜ່ານມາ.

ໂລໂກ້ປະກອບມີ 4 ສີຂອງທຸງ ແລະ ສັນຍາລັກອາຊຽນຄື: ສີຟ້າ, ສີຂາວ, ສີແດງ ແລະ ສີເຫລືອງ - ອອກແບບເປັນວົງມົນ, ເປັນສັນຍາລັກຂອງ ໜ່ວຍໂລກ ແລະເປັນສັນຍາລັກໃຫ້ການພົວພັນຂອງອາຊຽນ ກັບບັນດາຄູ່ ຮ່ວມມືໃນທົ່ວໂລກ. ວົງມົນແມ່ນການປະສົມລະຫວ່າງຮູບຕົວໜັງສື C (Connectivity) ແລະ ຮູບຕົວໜັງສື R (Resilience), ແມ່ນການຂຽນຫຍໍຈາກ "ການເຊື່ອມຕໍ່" ແລະ "ຄວາມສາມາດຟື້ນຟູ".

ບົດບາດເປັນປະທານອາຊຽນ ຂອງລາວໃນປີ 2024 ຈຈະສ້າງກາລະໂອກາດເພື່ອໃຫ້ ປະເທດນີ້ປະກອບສ່ວນເຂົ້າໃນການພັດທະນາ ແລະການເຕີບໂຕ ຂອງພາກພື້ນ. ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມາດຟື້ນຟູ” ແລະ ໂລໂກ້ທີ່ພົ້ນເດັ່ນ, ລາວ ຫວັງວ່າຈະເພີ່ມທະວີການຮ່ວມມື ແລະ ມຸ່ງເຖິງປະຊາຄົມ ອາຊຽນ ທີ່ເຊື່ອມໂຍງ ແລະ ຢືດໝັ້ນກວ່າອີກ.

ໃນປີ 2024, ລາວ ຈະດຳລົງຕຳແໜ່ງປະທານອາຊຽນເປັນຄັ້ງທີ 3 ແລະ ນີ້ກໍ່ແມ່ນໂອກາດບໍ່ພຽງແຕ່ຊ່ວຍຍົກສູງບົດບາດ ແລະຖານະທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະໃນເວທີສາກົນເທົ່ານັ້ນ, ຫາກຍັງໂຄສະນາວັດທະນະທຳ, ຮີດຄອງປະເພນີຂອງລາວ ກໍ່ຄືປີທ່ອງທ່ຽວລາວ 2024 ອີກດ້ວຍ..

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.