ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

16:30 | 29/03/2020

ຫວ່າງແລ້ວນີ້, ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄືກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ໃນລາວ ຕາງໜ້າມອບໂດຍທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ ຕາງໜ້າຮັບແມ່ນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

ຄະນະນໍາລັດວິສາຫະກິດລາວໂທລະຄົມ ໄດ້ນໍາເງິນຈໍານວນ 2 ຕື້ກີບ ມາມອບໃຫ້ລັດຖະບານ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນໃໝ່ COVID-19.(ພາບ:v2.vientianemai.net)

ໃນວັນທີ 28 ມີນາ 2020 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ, ຄະນະນໍາລັດວິສາຫະກິດລາວໂທລະຄົມ ນໍາໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດດັ່ງກ່າວ ໄດ້ນໍາເງິນຈໍານວນ 2 ຕື້ກີບ ມາມອບໃຫ້ລັດຖະບານ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນໃໝ່ COVID-19 ເພື່ອປະ ກອບສ່ວນຊ່ວຍລັດຖະບານ ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ດັ່ງ ກ່າວໃຫ້ມີປະສິດທິຜົນສູງ.

ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ນຳເອົາອຸປະກອນການແພດມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດມອບໂດຍທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ ຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານກ່ຽວເຂົ້າສອງຝ່າຍເຂົ້າຮ່ວມ.

ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຜ້າອັດປາກ-ດັງ 8 ແກັດ ເຄື່ອງວັດແທກອຸນຫະພູມ 2 ເຄື່ອງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ພະຍາດ COVID-19.(ພາບ:v2.vientianemai.net)

ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຜ້າອັດປາກ-ດັງ 8 ແກັດ ເຄື່ອງວັດແທກອຸນຫະພູມ 2 ເຄື່ອງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ພະຍາດ COVID-19 ໂອກາດັ່ງກ່າວ ທ່ານເຈົ້າຄອງກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍສຸຂະພາບຂອງປະຊາຊົນ ກໍຄືຊາວນະຄອນຫຼວງວຽງຈັນ.

ວັນທີ 28 ມີນາ 2020​ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນອີກ 2ກໍລະນີ ຢູ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ລວມທັງໝົດ ເປັນ 8​ ກໍລະນີ. ມາຮອດວັນທີ 28 ມີນາ ເວລາ 15:00 ໂມງ ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 8 ຄົນຄື:

1. ເພດຍິງ ອາຍຸ 36 ອາຊີບພະນັກງານນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ.​

2. ເພດຊາຍ ອາຍຸ 28 ອາຊີບພະນັກງານໂຮງແຮມ ຢູ່ນະຄອນຫຼວງວຽງຈັນ.​

3. ເພດຊາຍ ອາຍຸ 26 ອາຊີບນັກທຸລະກິດ ຢູ່ນະຄອນຫຼວງວຽງຈັນ.​

4. ເພດຊາຍ ອາຍຸ 42 ອາຊີບຂັບລົດນຳທ່ຽວ ຢູ່ແຂວງຫຼວງພະບາງ.​

5. ເພດຊາຍ ອາຍຸ 52 ອາຊີບຂັບລົດນຳທ່ຽວ ຢູ່ແຂວງຫຼວງພະບາງ.​

6. ເພດຊາຍ ອາຍຸ 41 ຢູ່ນະຄອນຫຼວງວຽງຈັນ.

7. ເພດຍິງ ອາຍຸ 50 ປີ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

8. ເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.