ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1 ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ຈະ​ດຳ​ເນີນ​ໃນ​ວັນ​ທີ 15 ມັງ​ກອນ 2020 ຢູ່ ທຳ​ນຽບ​ຂາວ

06:07 | 02/01/2020

ພິທີເຊັນຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງ ອາເມລິກາ ແລະ ຈີນ ຈະດຳເນີນໃນວັນທີ 15 ມັງກອນ 2020 ຢູ່ ທຳນຽບຂາວ ແລະ ຫຼັງຈາກນັ້ນ ທ່ານຈະໄປປັກກິ່ງ ເພື່ອເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າໄລຍະທີ 2 ກັບ ຈີນ.

ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1 ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ຈະ​ດຳ​ເນີນ​ໃນ​ວັນ​ທີ 15 ມັງ​ກອນ 2020 ຢູ່ ທຳ​ນຽບ​ຂາວ

ທ່ານປະທາທິບໍດີ ອາເມລິກາ Donald Trump ຕອບສຳພາດຢູ່ Palm Beach, Florida, ອາເມລິກາ (ພາບ: TTXVN)


ຕາມແຈ້ງການທີ່ໄດ້ເອົາລົງໃນ ສື່ສັງຄົມອອນລາຍ Twitter ສ່ວນຕົວ ໃນວັນທີ 31 ທັນວາ 2019, ທ່ານປະທາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ພິທີເຊັນຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງ ອາເມລິກາ ແລະ ຈີນ ຈະດຳເນີນໃນວັນທີ 15 ມັງກອນ 2020 ຢູ່ ທຳນຽບຂາວ ແລະ ຫຼັງຈາກນັ້ນ ທ່ານຈະໄປປັກກິ່ງ ເພື່ອເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າໄລຍະທີ 2 ກັບ ຈີນ.

ກ່ອນໜ້ານັ້ນ, ກາງເດືອນທັນວາ 2019, ຈີນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນຂໍ້ຕົກລົງກ່ຽວກັບເສດຖະກິດ ແລະ ການຄ້າ ໄລຍະ 1 ໂດຍອີງໃສ່ຫຼັກການຍຸຕິທຳ ແລະ ເຄົາລົບເຊິ່ງກັນແລະກັນ. ນີ້ແມ່ນຄວາມກ້າວໜ້າໃໝ່ທີ່ສຸດ ທີ່ຊ່ວຍແກ້ໄຂການຂັດແຍ່ງກັນດ້ານການຄ້າລະຫວ່າງສອງປະເທດ ຕະຫຼອດ 2 ປີ ຜ່ານມາ.

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດຕໍ່ກັບຂໍ້ຕົກລົງໄລຍະ 1 ວ່າ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງເຊິ່ງພື້ນຖານເສດຖະກິດທົ່ວໂລກຕ້ອງປະເຊີນໜ້າ, ປີ 2020 ຈະແມ່ນປີທີ່ສະດວກກວ່າ ດ້ວຍລະດັບການເຕີບໂຕເປັນປົກກະຕິ, ຄາດຄະເນວ່າ ການເຕີບໂຕທົ່ວໂລກໃນປີ 2020 ແມ່ນປະມານ 3,3%.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.